Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກາແດງອັດຕະປື ຈັດກິດຈະກໍາບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມ

ເຜີຍ​ແຜ່​ໂດຍ​: ທ່ານ ຈັນ​ທະ​ໄມ​ຕ​ຣີ ເທບ​ສີ​ເມືອງ ເວ​ລາ: 20/10/2022 13:50:20 ຈຳ​ນວນ​​ຢ້ຽມ​ຊົມ 9652 ຄັ້ງ

ໃນວັນທີ 19 ຕຸລາຜ່ານມາ, ອົງການກາແດງແຂວງອັດຕະປື ແລະ ສູນບໍລິຈາກເລືອດແຂວງໄດ້ລົງເຄື່ອນໄຫວຈັດກິດຈະກໍາບໍລິຈາກເລືອດເພື່ອຊ່ວຍເຫຼືອສັງຄົມຢູ່ໂຮງຮຽນ ມສ ສະໜາມໄຊ ເມືອງສະໜາມໄຊ ແຂວງອັດຕະປື, ຊຶ່ງມີທ່ານນາງ ດາວວັງ ນາມສີນາ ຮອງຫົວໜ້າອົງການກາແດງແຂວງ, ມີພະນັກງານແພດໝໍຈາກສູນເລືອດແຂວງ, ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມ.

ການຈັດງານບໍລິຈາກເລືອດຄັ້ງນີ້ເພື່ອຊ່ວຍເຫຼືອສັງຄົມຍ້ອນວ່າໃນໂລກນີ້ບໍ່ມີປະເທດໃດທີ່ສາມາດຜະລິດເລືອດຂຶ້ນມາໄດ້ມີແຕ່ໄດ້ມາຈາກ ການບໍລິຈາກເລືອດຂອງຄົນເຮົາເທົ່ານັ້ນ ຈຶ່ງຈະໄດ້ເລືອດເພື່ອມາສົ່ງຕໍ່ໃຫ້ຄົນເຈັບທີ່ຂາດເລືອດທີ່ນອນຮັກສາປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ. ສະນັ້ນ, ການທີ່ຄົນເຮົາບໍລິຈາກເລືອດຍັງເປັນການສ້າງບຸນກຸສົນອັນໃຫຍ່ຫຼວງທີ່ໄດ້ຊ່ວຍເຫຼືອເພື່ອນມະນຸດດ້ວຍກັນ, ການບໍລິຈາກເລືອດບໍ່ມີຜົນກະທົບໃດໆຕໍ່ຮ່າງກາຍຂອງຄົນເຮົາ ພ້ອມນັ້ນການບໍລິຈາກເລືອດຍັງມີຜົນດີຫຼາຍຢ່າງເປັນຕົ້ນ: ຜູ້ບໍລິຈາກເລືອດຮູ້ໄດ້ໝວດເລືອດ, ຮູ້ກ່ຽວກັບພະຍາດຂອງຕົນເພາະເລືອດທີ່ໄດ້ຈາກການບໍລິຈາກທາງສູນເລືອດຂອງແຂວງຈະໄດ້ນໍາໄປວິເຄາະວິໃຈຢ່າງລະອຽດ ເພື່ອໃຫ້ໄດ້ເລືອດທີ່ບໍລິສຸດ ຖ້າເຮົາມີພະຍາດໃດແດ່ທາງສູນເລືອດກໍ່ຈະແຈ້ງໃຫ້ຜູ້ບໍລິຈາກໄດ້ຮັບຮູ້, ຜ່ານການປຸກລະດົມມີຜູ້ເຂົ້າຮ່ວມບໍລິຈາກເລືອດຈໍານວນ 41 ຄົນ, ຍິງ 10 ຄົນ, ໄດ້ເລືອດຕົວຈິງ 36 ຖົງ.

ຂ່າວ: ວັດທະນາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com