Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຮຽບຮຽງໂດຍ:ຕຸໄລເພັດ ພິມເມືອງ
ວັດໂພໄຊຊະນະຣາມ ຕັ້ງຢູ່ບ້ານຊໍາເໜືອເມືອງຊໍາເໜືອແຂວງຫົວພັນ ຊຶ່ງຫ່າງຈາກໃຈກາງເມືອງໄປປະມານ 1 ກິໂລແມັດ. ວັດນີ້ເຄີຍເປັນບ່ອນປະດິດສະຖານຂອງພະອົງຕື້ ອັນເປັນມິ່ງຂວັນຂອງແຂວງຫົວພັນ. ໃນປີ ຄ.ສ 1553 ສະໄໝເຈົ້າໄຊຍະເຊດຖາທິຣາຊຂຶ້ນຄອງຣາຊໄດ້ນໍາພາປະຊາຊົນສ້າງເຈດີ ແລະ ພະພຸດທະຮູບໃຫຍ່ຂຶ້ນຢູ່ທີ່ນະຄອນຫຼວງຂອງອານາຈັກລ້ານຊ້າງ (ນະຄອນຫຼວງວຽງຈັນໃນປັດຈຸບັນ) ເພື່ອເປັນສັນຍາລັກແຫ່ງໄຊຊະນະໃນການຕໍ່ສູ້ຕ້ານກັບສັກດີນາມຽນມາ ແລະ ເພື່ອເປັນບ່ອນສັກກາລະບູຊາຂອງ ປວງຊົນລາວ. ພະພຸດທະຮູບນີ້ມີຄວາມສວຍງາມ ແລະ ໜ້າເກງຂາມຫຼາຍຖືກຫຼໍ່ຂຶ້ນດ້ວຍທອງແດງ ແລະ ທອງເຫຼືອງ ຊຶ່ງມີນໍ້າໜັກ 1 ໂຕນ ດັ່ງເຫັນປະຈັກຕາຢູ່ທີ່ວັດອົງຕື້ ນະຄອນຫຼວງວຽງຈັນໃນທຸກວັນນີ້. ຫຼັງຈາກນັ້ນ, ເຈົ້າໄຊຍະເຊດຖາທິຣາຊ ກໍໄດ້ປະກາດໃຫ້ປະຊາຊົນພ້ອມກັນສ້າງເຈດີ ແລະ ພະພຸດທະຮູບໃຫຍ່ຂຶ້ນຢູ່ໃນເມືອງຂອງໃຜລາວ ເພື່ອເປັນສັນຍາລັກ ແລະ ລະນຶກເຖິງເຫດການດັ່ງກ່າວນັ້ນເຊັ່ນກັນ. ເຖິງວ່າທອງ ແລະ ວັດຖຸອຸປະກອນທີ່ຫາມາໄດ້ນັ້ນຈະມີນໍ້າໜັກບໍ່ຮອດມື້ ແລະ ເມື່ອຫຼໍ່ແລ້ວຈະເປັນພະພຸດທະຮູບໃຫຍ່ ຫຼື ນ້ອຍກໍຕາມ ກໍໃຫ້ໃສ່ຊື່ວ່າ "ພະອົງຕື້". ພາຍຫຼັງທີ່ພະຍາສີສຸລົນທໍາມະລາດ ເຈົ້າເມືອງໆໂສຍ (ເມືອງເກົ່າແຫ່ງໜຶ່ງຂອງແຂວງຫົວພັນໃນເມື່ອກ່ອນ) ໄດ້ຮັບຄໍາສັ່ງດັ່ງກ່າວແລ້ວ ກໍສັ່ງໃຫ້ບັນດາບຸກຄົນທີ່ສຳຄັນແຕ່ງຕັ້ງຄະນະຮັບຜິດຊອບເພື່ອສ້າງພະພຸດທະຮູບໃຫຍ່ 1 ອົງຂຶ້ນໃນປີ ຄ.ສ 1565 ຊຶ່ງມີນໍ້າໜັກ 3.850 ກິໂລ ຫຼໍ່ດ້ວຍທອງເຫຼືອງ ໂດຍມີຊື່ວ່າ “ພະອົງຕື້”ແລະ ໄດ້ປະດິດສະຖານຢູ່ທີ່ວັດເກົ່າແຫ່ງໜຶ່ງຂອງເມືອງໂສຍ.ວັນທີ 10 ເມສາ 1984, ອໍານາດການປົກຄອງແຂວງຫົວພັນ ໄດ້ອັນເຊີນພະອົງຕື້ມາປະດິດສະຖານຢູ່ທີ່ວັດໂພໄຊຊະນະຣາມ ທີ່ເມືອງຊຳເໜືອແຫ່ງນີ້ ແລະ ມາຮອດວັນທີ 24 ພຶດສະພາ 2013 ໄດ້ອັນເຊີນພະອົງຕື້ ໄປປະດິດສະຖານຢູ່ທີ່ວັດສີບຸນເຮືອງທີ່ສ້າງຂຶ້ນໃໝ່.
ໃນປັດຈຸບັນ, ເຖິງວ່າຈະບໍ່ມີພະພຸດທະຮູບອົງຕື້ຢູ່ທີ່ວັດໂພໄຊຊະນະຣາມແລ້ວກໍຕາມ ວັດດັ່ງກ່າວຍັງຄົງເປັນທີ່ເຄົາລົບ ແລະສັດທາຂອງປະຊາຊົນແຂວງຫົວພັນ ແລະ ປະຊາຊົນທີ່ມາຈາກທ້ອງຖິ່ນອື່ນໆສະເໝີມາ, ທ່ານສາມາດໄປກາບໄຫວ້ ແລະ ທ່ຽວຊົມວັດໂພໄຊຊະນະຣາມໄດ້ທຸກມື້, ເວລາ 8:00-17:00 ໂມງ.
ຂໍ້ມູນຈາກ: ກົມໂຄສະນາການທ່ອງທ່ຽວກະຊວງ ຖວທ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com