Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ຕາມການລາຍງານຂອງທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນແຂວງເຊກອງໃຫ້ຮູ້ວ່າ: ໃນປີ 2023 ນີ້, ແຂວງເຊກອງຈະສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ທັງໝົດ234,53 ຕື້ກີບ ທຽບໃສ່ປີ 2022 ເພີ່ມຂຶ້ນ 97% ໃນນີ້ລາຍຮັບພູດສູນກາງປະຕິບັດຢູ່ທ້ອງຖິ່ນ 10 ຕື້ກີບ ເພີ່ມຂຶ້ນ 140% ແລະ ລາຍຮັບຂອງແຂວງ 224,52 ຕື້ກີບ ເພີ່ມຂຶ້ນ 95% ໂດຍມີລາຍຮັບຈາກພາສີ-ສ່ວຍສາອາກອນ 194,64 ຕື້ກີບ ເພີ່ມຂຶ້ນ 94%; ລາຍຮັບຈາກຊັບສິນແຫ່ງລັດ 29,88 ຕື້ກີບ ທຽບໃສ່ປີ 2022 ເພີ່ມຂຶ້ນ 104%, ເອົາໃຈໃສ່ຄຸ້ມຄອງລາຍຈ່າຍໃຫ້ຢູ່ໃນລະດັບ 305,03 ຕື້ກີບ ທຽບໃສ່ປີ 2022 ຫຼຸດລົງ 20%.
ທ່ານກ່າວໃຫ້ຮູ້ຕື່ມວ່າ: ຄຽງຄູ່ກັນນີ້ຍັງສຸມໃສ່ຫັນເອົາຫົວໜ່ວຍທຸລະກິດທີ່ມີລາຍຮັບເກີນ 400 ລ້ານກີບເຂົ້າໃນລະບົບອາກອນມູນຄ່າເພີ່ມ; ຄຸ້ມຄອງຖານລາຍຮັບທີ່ມີຢູ່ແລ້ວ ມອບເຂົ້າງົບປະມານໃຫ້ຖືກຕ້ອງ ແລະ ຄົບຖ້ວນ, ເກັບກໍາຂໍ້ມູນ ແລະ ຂຸດຄົ້ນແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ; ເອົາບັນດາຫົວໜ່ວຍທຸລະກິດທີ່ໄດ້ຂຶ້ນທະບຽນທັງໝົດເຂົ້າໃນລະບົບແທັກລິດໃຫ້ສໍາເລັດ 100%; ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ; ຈັດເກັບລາຍຮັບຄ່າທໍານຽມນໍາໃຊ້ພາຫະນະ ແລະ ຄ່າທໍານຽມພາສີທີ່ດິນໃຫ້ຄົບຖ້ວນ; ແກ້ໄຂໜີ້ຄ້າງມອບອາກອນໃນລະບົບ TaxRIS; ກວດກາບັນດາວິສາຫະກິດທີ່ມີການແຈ້ງບໍ່ປົກກະຕິເຊັ່ນ: ແຈ້ງສູນ, ບໍ່ມາແຈ້ງ ຫຼືແຈ້ງຫຼຸດ ເພື່ອນໍາໃຊ້ມາດຕະການຢ່າງເໝາະສົມຕໍ່ວິສາຫະກິດດັ່ງກ່າວ; ຕິດຕາມ, ສັງລວມຖານຂໍ້ມູນ ແລະ ການຈັດເກັບພັນທະຕ່າງໆໃຫ້ໄດ້ຢ່າງຄົບຖ້ວນຈາກບັນດາໂຄງການແຮ່ທາດ ແລະ ໄຟຟ້າ; ຄຸ້ມຄອງສາງສິນຄ້າ, ຕິດຕາມກວດກາການເຄື່ອນຍ້າຍນໍ້າມັນເຊື້ອໄຟ ແລະ ສິນຄ້າເຄື່ອງຂອງຕ່າງໆ; ໂຄສະນາເຜີຍແຜ່ ແລະ ການຊຸກຍູ້ໃຫ້ຜູ້ເສຍອາກອນໃຫ້ແຈ້ງມອບດ້ວຍຕົນເອງໃຫ້ເພີ່ມຂຶ້ນຂອງຫົວໜ່ວຍທັງໝົດທີ່ຢູ່ໃນລະບົບ TaxRIS; ອໍານວຍຄວາມສະດວກໃນການສົ່ງອອກການຂຸດຄົ້ນບໍ່ຖ່ານຫີນ ທີ່ໄດ້ຂຸດຄົ້ນແລ້ວ ໃຫ້ໄດ້ສົ່ງອອກ ແລະ ມອບລາຍຮັບເຂົ້າງົບປະມານ; ຈັດເກັບຈາກຖານລາຍຮັບໃໝ່ຈາກການນໍາເຂົ້ານໍ້າມັນເຊື້ອໄຟຜ່ານດ່ານສາກົນດາກຕະອອກ; ຊຸກຍູ້ຫົວໜ່ວຍທຸລະກິດທີ່ໄດ້ຮັບອະນຸຍາດດໍາເນີນທຸລະກິດ ເພື່ອໃຫ້ສາມາດດໍາເນີນກິດຈະການ ແລະ ມອບພັນທະຕາມສັນຍາທີ່ໄດ້ຕົກລົງກັນ.
ທ່ານຍັງໃຫ້ຮູ້ອີກວ່າ: ໃນປີ 2022 ຜ່ານມາ ແຂວງເຊກອງຈັດເກັບລາຍຮັບເຂົ້າງົບປະມານ (ພູດຂອງແຂວງ) ໄດ້ 149,48 ຕື້ກີບ ທຽບໃສ່ແຜນດັດແກ້ປະຕິບັດໄດ້ 130,34% ໃນນີ້ມີລາຍຮັບພາສີ-ສ່ວຍສາອາກອນ 123,25 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 123,17% ທຽບໃສ່ປີ 2021 ເພີ່ມຂຶ້ນ 47%; ລາຍຮັບຊັບສິນແຫ່ງລັດ 26,23 ຕື້ກີບ ທຽບໃສ່ແຜນປະຕິບັດໄດ້ 130,34% ທຽບໃສ່ປີ 2021 ເພີ່ມຂຶ້ນ 76% ແລະ ປະຕິບັດລາຍຈ່າຍ 382,44 ຕື້ກີບ ເທົ່າກັບ 99,13% ຂອງແຜນການປີ.
ຂ່າວ-ພາບ: ສັນຍາ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com