Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ການເງິນສາລະວັນຄາດຄະເນຈັດເກັບລາຍຮັບໃນປີ 2023 ໃຫ້ໄດ້ 175.69 ຕື້ກີບ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 10/02/2023 13:42:27 ຈຳ​ນວນ​​ຢ້ຽມ​ຊົມ 2526 ຄັ້ງ

ອີງຕາມການລາຍງານຂອງທ່ານ ຂັນທະລັກ ໂພໄຊ ຫົວໜ້າພະແນການເງິນແຂວງສາລະວັນເມື່ອບໍ່ດົນມານີ້ວ່າ: ຄາດຄະເນລາຍຮັບໃນປີ 2023 ຈະສູ້ຊົນໃຫ້ໄດ້ 175.69 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 10,83%, ໃນນັ້ນພູດສູນກາງປະຕິບັດຢູ່ທ້ອງຖິ່ນ 60.00 ຕື້ກີບ, ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 33,33%, ລາຍຮັບພູດທ້ອງຖິ່ນ 115.69 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ເພີ່ມຂຶ້ນ 1,91%, ໃນນັ້ນລາຍຮັບຈາກສ່ວຍສາອາກອນ 106.39 ຕື້ກີບ, ລາຍຮັບຈາກຂະແໜງຄຸ້ມຄອງຊັບສິນແຫ່ງລັດ 9.10 ຕື້ກີບ, ລັດວິສາຫະກິດ ແລະປະກັນໄພ 202 ລ້ານກີບ, ສ່ວນດ້ານລາຍຈ່າຍໃນປີ 2023 ຄາດຄະເນຕາມແຜນທີ່ສະພາຮັບຮອງ 392.64 ຕື້ກີບ ທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 10,78%, ດ້ານການດຸ່ນດ່ຽງສູນກາງດຸ່ນດ່ຽງໃຫ້ແຂວງ 276.95 ກວ່າຕື້ກີບທຽບໃສ່ແຜນດັດແກ້ປີ 2022 ຫຼຸດລົງ 14,44%

ໃນປີ 2022 ໂດຍປະຕິບັດຕາມມະຕິກອງປະຊຸມສະພາປະຊາຊົນແຂວງສາລະວັນ ເລກທີ 222/ສພຂ.ສວ, ລົງວັນທີ 29 ທັນວາ 2021 ຮັບຮອງເອົາແຜນງົບປະມານແຫ່ງລັດມີທັງໝົດ 157,63 ຕື້ກີບ ແລະແຜນລາຍຈ່າຍທັງໝົດ 369,28 ຕື້ກີບ (ບໍ່ລວມເງິນລົງທຶນ ) ແຜນດຸ່ນດ່ຽງທັງໝົດມີ 256,64 ຕື້ກີບຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ໂດຍສະເພາະແມ່ນວາລະແຫ່ງຊາດວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ຊຶ່ງໃນປີ 2022ສາມາດຈັດຕັ້ງປະຕິບັດໄດ້ດ້ານລາຍຮັບ 153.54 ຕື້ກີບ ເທົ່າກັບ 96,86% ຂອງແຜນດັດແກ້ໃນນັ້ນລາຍຮັບສູນກາງປະຕິບັດໄດ້ 50,63 ຕື້ກີບ ເທົ່າກັບ 112,53% ຂອງແຜນປີ, ລາຍຮັບຂອງແຂວງປະຕິບັດໄດ້ 102.90 ຕື້ກີບ ເທົ່າກັບ 90,65% ຂອງແຜນດັດແກ້, ໃນນັ້ນຮັບຈາກສ່ວຍສາອາກອນ ປະຕິບັດໄດ້ 89,53 ຕື້ກີບ ເທົ່າກັບ 86%, ລາຍຮັບຊັບສິນປະຕິບັດໄດ້ 12.71 ຕື້ກີບ ເທົ່າກັບ 123,20, ຄຸ້ມຄອງພັດທະນາລັດວິສາຫະກິດປະຕິບັດໄດ້ 243 ລ້ານກີບ ເທົ່າກັບ 120,30% ຂອງແຜນດັດແກ້, ສ່ວນດ້ານລາຍຈ່າຍປະຕິບັດໄດ້ 425.93 ກວ່າຕື້ກີບ ເທົ່າກັບ 96,79%, ດ້ານການດຸ່ນດ່ຽງງົບປະມານສູນກາງໃຫ້ 326.833 ຕື້ກີບ ເທົ່າກັບ 98,92% ຂອງແຜນດັດແກ້ທຽບໃສ່ໄລຍະດຽວເພີ່ມຂຶ້ນ 2,17%.

ຂ່າວ-ພາບ: ສິດຕາ ເພັດວົງສາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com