Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງໆເຊກອງ, ຜູ້ຊີ້ນໍາວຽກງານຂົງເຂດເສດຖະກິດ ໄດ້ເນັ້ນໜັກໃຫ້ເອົາໃຈໃສ່ຫຼາຍບັນຫາໃນການປະຕິຮູບວຽກງານການເງິນຮອບດ້ານ ໃນໂອກາດເຂົ້າຮ່ວມກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2022 ໃນວັນທີ 14 ກຸມພາຜ່ານມາ, ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຂະແໜງການເອົາໃຈໃສ່ຫຼາຍບັນຫາ ເພື່ອສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆທີ່ວາງໄວ້ໃຫ້ເກີດເປັນຮູບປະທໍາ ແລະ ປະກົດຜົນເປັນຈິງ. ກ່ອນອື່ນຕ້ອງເລັ່ງດັດປັບ ປະຕິຮູບວຽກງານການເງິນຢ່າງຮອບດ້ານ ແລະ ແຂງແຮງຕາມຍຸດທະສາດຂອງແຂວງໄດ້ຮັບຮອງໃຫ້ມີຄວາມຄືບໜ້າໂດຍໄວ ແລະ ຮັບປະກັນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນ ແລະ ລື່ນແຜນໄດ້ຍິ່ງເປັນການດີ; ສືບຕໍ່ປະຕິຮູບວຽກງານຂະແໜງການເງິນ ໂດຍຈັດຕັ້ງຜັນຂະຫຍາຍວິໄສທັດຮອດປີ 2030 ແລະ ຍຸດທະສາດພັດທະນາການເງິນແຫ່ງລັດຮອດປີ 2025 ໂດຍສະເພາະແຜນພັດທະນາຂະແໜງການເງິນໄລຍະ 5 ປີ (2021-2025) ໃຫ້ເປັນແຜນການ, ແຜນງານ ແລະ ໂຄງການລະອຽດໃຫ້ແກ່ການຈັດຕັ້ງປະຕິບັດວຽກງານຕົວຈິງໃຫ້ສຳເລັດຜົນ. ພ້ອມທັງສຸມໃສ່ຂຸດຄົ້ນທຸກແຫຼ່ງລາຍຮັບທີ່ຍັງບົ່ມຊ້ອນ ແລະ ຂະຫຍາຍຖານລາຍຮັບໃໝ່ໃຫ້ກວ້າງອອກ; ຫັນການຄຸ້ມຄອງການເງິນແຫ່ງລັດເປັນທັນສະໄໝ ເພື່ອສະກັດກັ້ນການຮົ່ວໄຫຼທາງດ້ານລາຍຮັບ-ລາຍຈ່າຍງົບປະມານ ແລະ ແກ້ໄຂປະກົດການຫຍໍ້ທໍ້; ຕ້ອງສືບຕໍ່ປັບປຸງການແບ່ງຂັ້ນຄຸ້ມຄອງການເກັບລາຍຮັບ ແລະ ຮັບຜິດຊອບລະຫວ່າງແຂວງກັບເມືອງ ໂດຍສະ ເພາະປະຕິບັດຄຳແນະນຳ ສະບັບເລກທີ 4488/ກງ ຈະມີການປັບປຸງປ່ຽນແທນ ແລະ ປະຕິບັດຕາມຂໍ້ຕົກລົງ ສະບັບເລກທີ 4489/ກງ ກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຜົນປະໂຫຍດລາຍຮັບອາກອນ ແລະ ລາຍຮັບຊັບສິນ; ຕ້ອງສືບຕໍ່ເປັນເຈົ້າການ ແລະ ປະສານສົມທົບກັບບັນດາພະ ແນກການ, ຫ້ອງການຂັ້ນແຂວງ ແລະ ຂັ້ນເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດ ບັນດາວຽກຈຸດສຸມຕ່າງໆທີ່ກຳນົດໄວ້ ເພື່ອໃຫ້ສຳເລັດຜົນຕາມລະດັບຄາດໝາຍທີ່ວາງໄວ້; ຕ້ອງສືບຕໍ່ປະຕິຮູບລະບົບການລົງທຶນຂອງລັດໃຫ້ມີການຫັນປ່ຽນ ແລະ ປະຕິບັດກົດໝາຍລະບຽບການຢ່າງເຂັ້ມງວດ ແລະ ປັບປຸງລັດວິສະຫະກິດໃຫ້ສຳເລັດໂດຍໄວ ໄປຄຽງຄູ່ກັບການປະຕິຮູບລັດວິສະຫະກິດນ້ຳປະປາ ປັບປຸງຮູບແບບການບໍລິຫານ ແລະ ຖືເອົານິຕິກຳລະບຽບຫຼັກການເປັນບ່ອນອີງ.
ທ່ານກ່າວໃຫ້ຮູ້ອີກວ່າ: ຄຽງຄູ່ກັນນີ້ ໃຫ້ສືບຕໍ່ປະສານສົມທົບກັບຄະນະຮັບຜິດຊອບຈັດສັນຖອນຄືນລົດຂອງລັດຂັ້ນແຂວງ ແລະ ບັນດາເມືອງ, ກວດຄືນຂໍ້ມູນສະຖິຕິພາຫະນະ ລົດບໍລິຫານລົດວິຊາສະເພາະ ແລະ ລົດທີ່ພະນັກງານບຳນານນຳໃຊ້ເປັນຕົ້ນ: ສະຖານທີ່ນຳໃຊ້, ຊື່ຜູ້ນຳໃຊ້, ຊື່ໂຄງການ, ປະເພດ, ຍີ່ຫໍ້ ແລະ ອື່ນໆ ທີ່ຄະນະຮັບຜິດຊອບຂັ້ນສູນກາງສະໜອງຂໍ້ມູນໃຫ້ ເພື່ອໃຫ້ໄດ້ນຳເຂົ້າລະບົບຖານຂໍ້ມູນ (AMIS) ແລະ ພິມແຜ່ນກາໝາຍນໍາໃຊ້ຄິວອາໂຄດ (QR CODE) ຕາມບົດບັນທຶກເຮັດວຽກຮ່ວມກັບຄະນະຊຸກຍູ້ ຕິດຕາມການປະຕິບັດດຳລັດ 599/ລບ (ຂັ້ນສູນກາງ); ເອົາໃຈໃສ່ປັບປຸງກົງຈັກການຈັດຕັ້ງບາງຂະແໜງການອ້ອມຂ້າງ, ພະແນກການເງິນຂັ້ນແຂວງເພື່ອໃຫ້ສອດຄ່ອງກັບສິດ ພາລະບົດບາດຂອງຂະແໜງການເງິນ ຮັບປະກັນເຮັດໃຫ້ການຈັດເກັບລາຍຮັບ ປະຕິບັດລາຍຈ່າຍງົບປະມານໃຫ້ມີສະພາບຄ່ອງ ແລະ ມີປະສິດທິຜົນສູງ ຫຼຸດຜ່ອນຊ່ອງວ່າງການຮົ່ວໄຫຼຢ່າງຕັ້ງໜ້າ, ເອົາໃຈໃສ່ປະຕິບັດຄໍາແນະນໍາ ວ່າດ້ວຍການຈັດ ຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2023 ຢ່າງເຂັ້ມງວດ.
ຂ່າວ: ພຸດທະສອນ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com