Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນະຄອນຫຼວງວຽງຈັນອັນດັບທີ 1 ເຈົ້າຫຼຽນຄຳ ກິລາຍົກນໍ້າໜັກ ໃນ ຊຽງຂວາງ ພາຣາ ເກມ 2023

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 17/02/2023 13:40:36 ຈຳ​ນວນ​​ຢ້ຽມ​ຊົມ 1605 ຄັ້ງ

ທີມນັກກິລາຍົກນໍ້າໜັກຄົນພິການ ນະຄອນຫຼວງວຽງຈັນ ຫຼື ນວ ຍາດໄດ້5 ຫຼຽນຄຳ, 6 ຫຼຽນເງິນ ລວມ 11 ຫຼຽນ ຄອງອັນດັບທີ1 ຫຼຽນຄຳ ໃນງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື ຊຽງຂວາງ ພາຣາ ເກມ 2023 ທີ່ແຂວງຊຽງຂວາງ ກາຍເປັນນັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕາງໜ້າທີມຊາດລາວ ຮ່ວມ ອາຊຽນ ພາຣາເກມ ຄັ້ງ 12 ທີ່ຈະຈັດຂຶ້ນໃນເດືອນມິຖຸນາ 2023 ທີ່ປະເທດກໍາປູເຈຍ ເປັນເຈົ້າພາບ.ການແຂ່ງຂັນໄດ້ຈັດຂຶ້ນໃນວັນທີ 15 ກຸມພາ ຜ່ານມາ ທີ່ພະແນກແຜນການ ແລະ ການລົງທຶນ ແຂວງຊຽງຂວາງ ຊຶ່ງມີການຊີງໄຊທັງໝົດ 6 ລາຍການ, ໃຫ້ກຽດເຂົ້າຮ່ວມ ແລະ ມອບຫຼຽນຕ່າງໆໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ຫຼື ສສກປະທານຄະນະກຳມະການພາຣາແລັມປິກແຫ່ງຊາດລາວ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາ ເກມ ແລະ ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງຊຽງຂວາງ ທັງເປັນຮອງປະທານຈັດງານ ຊຽງຂວາງ ພາຣາ ເກມ, ມີບັນດາການນຳຂັ້ນແຂວງ ແລະ ທ້ອງຖິ່ນ ຕະຫຼອດຮອດຄະນະນຳ, ຄູຝຶກ, ນັກກິລາ ແລະ ມວນຊົນຊາວແຂວງດັ່ງກ່າວເຂົ້າຮ່ວມ.

ຜ່ານການແຂ່ງຂັນຜົນປະກົດວ່າ: ລຸ້ນນໍ້າໜັກ 72 ກິໂລກຣາມ ທ້າວ ນ້ອຍ ສີໂສພາ ຈາກນະຄອນ ຫຼວງວຽງຈັນ ຍາດໄດ້ 2 ຫຼຽນຄຳ ຈາກຜົນການຍົກ 2 ຄັ້ງ ຈາກຄະແນນລວມ ແລະ ຄະແນນສູງສຸດ, ທ້າວ ສົງການ ດວງຫາວິໄລ ຈາກແຂວງໄຊສົມບູນ ໄດ້ 2 ຫຼຽນເງິນ ຈາກຄະແນນລວມ ແລະ ຄະແນນສູງສຸດ, ທ້າວ ສົມທອງ ຫຼ້າມະນີ ຈາກແຂວງຜົ້ງສາລີ ໄດ້ 2 ຫຼຽນທອງ ຈາກຄະແນນລວມ ແລະ ຄະແນນສູງສຸດ; ລຸ້ນນໍ້າໜັກ 80 ກິໂລກຣາມ ທ້າວ ພຸດທະວົງ ສີສະແຫວງສຸກ ຈາກແຂວງຄໍາມ່ວນ ຍາດໄດ້ 2 ຫຼຽນຄຳ ຈາກຜົນການຍົກ 2 ຄັ້ງ ຈາກຄະແນນລວມ ແລະ ຄະແນນສູງສຸດ ແລະ ທ້າວ ຄຳສຸກ ໄຊ ຈາກແຂວງຜົ້ງສາລີ ໄດ້ 2 ຫຼຽນເງິນ ຈາກຄະແນນລວມ ແລະ ຄະແນນສູງສຸດ; ລຸ້ນນໍ້າໜັກ 59 ກິໂລກຣາມ ທ້າວ ແນ໋ ຄຳຟອງ ຈາກແຂວງໄຊສົມບູນ ຍາດໄດ້ 1 ຫຼຽນຄຳ ຈາກຄະແນນສູງສຸດ ແລະ 1 ຫຼຽນເງິນ ຈາກຄະແນນລວມ, ທ້າວ ຄຳນ້ອຍ ບາດາກ ຈາກແຂວງເຊກອງ ຍາດໄດ້ 1 ຫຼຽນເງິນ ຈາກຄະແນນລວມ ແລະ ທ້າວ ຄຳເກັ່ງ ພົມມະວົງ ຈາກແຂວງສະຫວັນນະເຂດ ໄດ້ 1 ຫຼຽນທອງ ຈາກຄະແນນລວມ ແລະ ໃນລຸ້ນດຽວກັນ ຫຼຽນຄຳ ຄະແນນສູງສຸດ ເປັນຂອງທ້າວ ຈັນທອມ ຈາກນະຄອນຫຼວງວຽງຈັນ ແລະ ຫຼຽນເງິນຄະແນນສູງສຸດ ແມ່ນທ້າວ ຄຳພິວ ທັນຍະສິດ ຈາກແຂວງຜົ້ງສາລີ. ສ່ວນລຸ້ນນໍ້າໜັກ 65 ກິໂລກຣາມທ້າວ ສຸກ ທະວຽງຈາກແຂວງຜົ້ງສາລີ ຍາດໄດ້ 2 ຫຼຽນຄຳ ຈາກຜົນການຍົກ 2 ຄັ້ງ ຈາກຄະແນນລວມ ແລະ ຄະແນນສູງສຸດ, ທ້າວ ສຸດໃຈ ສາຍຕີ ຈາກນະຄອນຫຼວງ ໄດ້ 2 ຫຼຽນເງິນ ຈາກຄະແນນລວມ ແລະ ຄະແນນສູງສຸດ, ທ້າວ ສີ ຢ່າງ ຈາກແຂວງໄຊສົມບູນ ໄດ້ 2 ຫຼຽນທອງ ຈາກຄະແນນລວມ ແລະ ຄະແນນສູງສຸດ.

ການແຂ່ງຂັນກິລາຍົກນໍ້າໜັກ ຊຽງຂວາງ ພາຣາ ເກມ 2023 ຊຶ່ງມີການຊີງໄຊກັນທັງໝົດ 16ຫຼຽນຄຳ ມີນັກກິລາຈາກ 13 ແຂວງ ແລະ 1 ນະຄອນຫຼວງ, ມີນັກກິລາຊາຍ 44 ຄົນ ແລະ ນັກກິລາຍິງ 6 ຄົນ ອັນດັບທີ 1 ແມ່ນນະຄອນຫຼວງວຽງຈັນ ຄອງເຈົ້າຫຼຽນຄຳ ໂດຍສາມາດຍາດໄດ້ 5 ຫຼຽນຄຳ, 6 ຫຼຽນເງິນ; ອັນດັບທີ 2 ແຂວງຜົ້ງສາລີ ຍາດໄດ້ 2 ຫຼຽນຄຳ, 2 ຫຼຽນເງິນ ແລະ 2 ຫຼຽນທອງ, ອັນດັບທີ 3 ຮ່ວມ ແຂວງຄຳມ່ວນ ແລະ ແຂວງວຽງຈັນ ຍາດໄດ້ 2 ຫຼຽນຄຳ ແລະ 2 ຫຼຽນເງິນ ເທົ່າກັນ, ອັນດັບທີ 4 ແຂວງເຊກອງ 2 ຫຼຽນຄໍາ, 1 ຫຼຽນເງິນ ແລະ 1 ຫຼຽນທອງ ແລະ ອັນດັບທີ 5 ແຂວງບໍລິຄໍາໄຊ ຍາດໄດ້ 2 ຫຼຽນຄຳ ແລະ ແຂວງໄຊສົມບູນ 1 ຫຼຽນຄໍາ, 3 ຫຼຽນເງິນ ແລະ 2 ຫຼຽນທອງ.

ຂ່າວ-ພາບ: ສົງການ ພັນແພງດີ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com