Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທີມນັກກິລາຄົນພິການ ນະຄອນຫຼວງວຽງຈັນ ສ້າງຜົນງານຢ່າງໂດດເດັ່ນ ສາມາດຍາດໄດ້ 34 ຫຼຽນຄຳ, 22 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 66 ຫຼຽນ ເປັນອັນດັບທີ 1 ຈາກ 18 ພາກສ່ວນເຂົ້າຮ່ວມແຂ່ງຂັນ ປິດສາກງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຫຼື “ຊຽງຂວາງ ພາຣາເກມ”. ຂະນະທີ 2: ແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ, 16 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 41 ຫຼຽນ ແລະ ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ທີ່ນະຄອນຫຼວງວຽງຈນ ເປັນເຈົ້າພາບ ໃນປີ 2025.
ພິທີປິດການແຂ່ງຂັນກິລາ “ຊຽງຂວາງ ພາຣາເກມ” ໃນຄັ້ງນີ້ ໄດ້ມີຂຶ້ນເມື່ອວັນທີ 18 ກຸມພາ ຜ່ານມາທີ່ສະໂມສອນກິລາໃນຮົ່ມ ວິທະຍາໄລຄູ ຄັງໄຂ ເມືອງແປກ ແຂວງຊຽງຂວາງ, ໂດຍມີ ມີທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງຊຽງຂວາງ ທັງເປັນປະທານຈັດງານ ແລະ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ພ້ອມດ້ວຍການນຳຂັ້ນສູນກາງ, ຂັ້ນແຂວງ, ແຂກຖືກເຊີນ, ຄະນະນຳ, ຄູຝຶກ ແລະ ນັກກິລາ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນພິທີ, ທ່ານ ບຸນຈັນ ສີວົງພັນ ກ່າວວ່າ:ງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3ໃນຄັ້ງນີ້ ໄດ້ຈັດຂຶ້ນຢູ່ດິນແດນແຂວງຊຽງຂວາງ ວິລະຊົນ ຄົນຫານກ້າ, ໄຫຫີນເປັນມໍລະດົກໂລກ ການແຂ່ງຂັນກິລາປະເພດຕ່າງໆ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 8 ກຸມພາ 2023 ເປັນຕົ້ນມາ ແລະ ໄດ້ຈັດພິທີເປີດຢ່າງເປັນທາງການ ໃນວັນທີ 14 ກຸມພາ 2023 ຊຶ່ງງານດັ່ງກ່າວມີການຊີງໄຊທັງໝົດ 405 ຫຼຽນ. ໃນນີ້ ມີຫຼຽນຄໍາ 135 ຫຼຽນ, ຫຼຽນເງິນ 135 ຫຼຽນ ແລະ ຫຼຽນທອງ 135 ຫຼຽນ, ມີ 18 ພາກສ່ວນຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມ ໂດຍການແຂ່ງຂັນດຳເນີນມາຮອດ ວັນທີ 18 ກຸມພາ 2023 ໄດ້ມີຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ທຸກປະການ. ຜ່ານການແຂ່ງຂັນຜົນປະກົດວ່າ: ອັນດັບທີ 1 ຕົກເປັນຂອງທີມນັກກິລາຄົນພິການ ນະຄອນຫຼວງວຽງຈັນ ຍາດໄດ້ 34 ຫຼຽນຄຳ, 22 ຫຼຽນເງິນ ແລະ 10 ຫຼຽນທອງ ລວມ 66 ຫຼຽນ; ອັນດັບທີ 2 ແຂວງເຊກອງ ຍາດໄດ້ 16 ຫຼຽນຄຳ, 16 ຫຼຽນເງິນ ແລະ 9 ຫຼຽນທອງ ລວມ 41 ຫຼຽນ; ອັນດັບທີ 3 ແຂວງຊຽງຂວາງ ເຈົ້າພາບ ຍາດໄດ້ 14 ຫຼຽນຄຳ, 15 ຫຼຽນເງິນ ແລະ 4 ຫຼຽນທອງ ລວມ 33 ຫຼຽນ.
ໃນໂອກາດນີ້, ທ່ານ ກິແກ້ວ ໄຂຄໍາພິທູນ ກໍໄດ້ກ່າວປິດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 3 ຢ່າງເປັນທາງການ ຈາກນັ້ນ ໃນພິທີກໍຍັງໄດ້ມອບທຸງການຮັບເປັນເຈົ້າພາບຄັ້ງຕໍ່ໄປ ໃຫ້ແກ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ຈັດງານມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ 4 ປີ 2025 ພ້ອມທັງຊົມລາຍການສະແດງຕ່າງໆຈາກຄົນພິການ ແລະ ນັກຮຽນຈາກ ມ.ສ ໂພນສະຫວັນ ການເປັນເຈົ້າພາບ ຈັດງານມະຫະກຳກິລາຄົນພິການ ຄັ້ງທີ 3 ທີ່ແຂວງຊຽງຂວາງ ຈົບລົງດ້ວຍຜົນສໍາເລັດຢ່າງຈົບງາມ.
(ຂ່າວ-ພາບ: ສົງການ ພັນແພງດີ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com