Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແຂວງໄຊສົມບູນ ສະຫຼຸບຜົນສຳເລັດ ເຂົ້າຮ່ວມ ຊຽງຂວາງ ພາຣາ ເກມ 2023

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 22/02/2023 12:08:06 ຈຳ​ນວນ​​ຢ້ຽມ​ຊົມ 1924 ຄັ້ງ

ແຂວງໄຊສົມບູນ ຈັດພິທີສະຫຼຸບຜົນສຳເລັດນັກກິລາຄົນພິການເຂົ້າຮ່ວມງານມະຫະກໍາກິລາຄົນພິການແຫ່ງຊາດ ຄັ້ງທີ III ປີ 2023 ທີ່ແຂວງຊຽງຂວາງ ຫຼື ຊຽງຂວາງ ພາຣາ ເກມ 2023 ໃນວັນທີ 20 ກຸມພາ ຜ່ານມາ ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກິລາແຂວງ, ໂດຍການເປັນປະທານຂອງທ່ານ ພອຍຄຳ ຮຸ່ງບຸນຍວງ ເຈົ້າແຂວງໄຊສົມບູນ, ມີຄະນະພັກ-ຄະນະນຳຂອງແຂວງ, ບັນດາພະແນກການອ້ອມຂ້າງແຂວງ ຕະຫຼອດຮອດຄູຝຶກ ແລະ ນັກກິລາເຂົ້າຮ່ວມ.

ໃນພິທີ, ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ໄດ້ຜ່ານບົດສະຫຼຸບຜົນສໍາເລັດໃນການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນດັ່ງກ່າວ ຊຶ່ງໄດ້ຈັດຂຶ້ນ ໃນລະຫວ່າງວັນທີ 14-18 ກຸມພາ 2023 ວ່າ:ແມ່ນເປັນການແຂ່ງຂັນກິລາພາຍໃນປະເທດ ໂດຍແຂວງໄຊສົມບູນ ໄດ້ສົ່ງນັກກິລາເຂົ້າຮ່ວມທັງໝົດ 9 ຄົນ, ແຂ່ງຂັນໃນ 2 ປະເພດກິລາ ຄື: ແລ່ນ-ລານ ແລະ ຍົກນ້ຳໜັກ, ໂດຍໄດ້ຮັບງົບປະມານຊຸກຍູ້ຈາກແຂວງ ທັງໝົດ 450 ລ້ານກວ່າກີບ. ຜົນຂອງການແຂ່ງຂັນ ສາມາດຍາດໄດ້ 9 ຫຼຽນຄໍາ, 6 ຫຼຽນເງິນ ແລະ 3 ຫຼຽນທອງ. ໃນນີ້, ປະເພດແລ່ນ-ລານ ໄດ້ 8 ຫຼຽນຄໍາ, 3 ຫຼຽນເງິນ ແລະ 1 ຫຼຽນທອງ, ປະເພດກິລາຍົກນ້ຳໜັກໄດ້ 1 ຫຼຽນຄຳ, 3 ຫຼຽນເງິນ ແລະ 2 ຫຼຽນທອງ, ຈັດຢູ່ອັນດັບທີ 5 ຈາກ 18 ແຂວງເຂົ້າຮ່ວມ.

ການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້, ກໍເພື່ອສ້າງກຽດ ແລະ ຊື່ສຽງໃຫ້ແຂວງໄຊສົມບູນ ແນໃສ່ເຮັດໃຫ້ວຽກງານກິລາ-ກາຍຍະກຳມີບາດກ້າວໃໝ່ ເຮັດໃຫ້ຊັບພະຍາກອນມະນຸດທຸກຄົນມີສຸຂະພາບພະລານາໄມແຂງແຮງ ແລະ ໄດ້ຮັບຄວາມຊົງຈຳທີ່ດີ ມີໄມຕີຈິດ-ມິດຕະພາບ ແບບສະຫາຍອ້າຍນ້ອງເພື່ອນຮ່ວມອຸດົມການກິລາດ້ວຍກັນ ແນໃສ່ຮັບປະກັນໃຫ້ທຸກຄົນໃນສັງຄົມຮັບຮູ້ບົດບາດ ເຫັນໄດ້ຄວາມສາມາດຂອງຄົນພິການ ກໍຄືຢູ່ໃນຂະບວນກິລາ-ກາຍຍະກຳພາຍໃນແຂວງ ທັງເປັນຜົນງານການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາພັດທະນາ ແຂວງໄຊສົມບູນ ອີກດ້ວຍ.

ໂອກາດດັ່ງກ່າວກໍໄດ້ມີພິທີມອບໃບຍ້ອງຍໍ, ເງິນບໍາເນັດຫຼຽນໃຫ້ແກ່ຄູຝຶກ ແລະ ນັກກິລາແຕ່ລະປະເພດທີ່ໄດ້ຮັບຫຼຽນໃນການແຂ່ງຂັນງານດັ່ງກ່າວ. ພ້ອມກັນນີ້, ຍັງໄດ້ຮັບຟັງການໂອ້ລົມຈາກທ່ານເຈົ້າແຂວງໄຊສົມບູນ ໂດຍທ່ານໄດ້ຊີ້ນໍາໃຫ້ພະແນກສຶກສາທິການ ແລະ ກິລາແຂວງ ກໍຄືບັນດາສະຫະພັນກິລາປະເພດຕ່າງໆ ສືບຕໍ່ເອົາໃຈໃສ່ຫຼາຍດ້ານຕື່ມ ເພື່ອເຮັດໃຫ້ການສົ່ງນັກກິລາເຂົ້າຮ່ວມແຂ່ງຂັນຄັ້ງຕໍ່ໄປປະສົບຜົນສໍາເລັດຫຼາຍກວ່າເກົ່າ. ຫຼັງຈາກນັ້ນ, ໃນພິທີໄດ້ມີການບາສີສູ່ຂວັນຄະນະນໍານັກກິລາ, ຄູຝຶກ ແລະ ນັກກິລາອີກດ້ວຍ.

ຂ່າວ-ພາບ: ຊົວຈັ້ງ ສກຂ ໄຊສົມບູນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com