Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 22 ກຸມພາ ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບ ສະຫາຍ ເລຮວາຍຈຸງ ກໍາມະການສູນກາງພັກ ຫົວໜ້າຄະນະພົວພັນຕາງປະເທດສູນກາງພັກກອມມູນິິດຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ. ສະຫາຍເລຂາທິການໃຫຍ່ ປະທານປະເທດໄດ້ກ່າວສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ການຢ້ຽມຢາມ ແລະ ເຮັດວຽກຂອງ ສະຫາຍ ເລຮວາຍຈຸງ ພ້ອມດ້ວຍຄະນະໃນຄັ້ງນີ້ ຊຶ່ງໄດ້ນໍາເອົາໄມຕີຈິດມິດຕະພາບອັນດູດດື່ມ ຖານສະຫາຍອ້າຍນ້ອງຂອງ ພັກ, ລັດ ແລະ ປະຊາຊົນຫວຽດນາມ ມາຍັງ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ, ເປັນການປະກອບສ່ວນສໍາຄັນເຂົ້າໃນການເພີ່ມພູນຄູນສ້າງ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ສະຫາຍເລຂາທິການໃຫຍ່ ປະທານປະເທດສະແດງຄວາມພາກພູມໃຈ ແລະ ຕີລາຄາສູງ ທີ່ເຫັນວ່າ ສາຍພົວພັນມິດຕະພາບອັນເປັນມູນເຊື້ອ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ສືບຕໍ່ໄດ້ຮັບການເສີມຂະຫຍາຍຢ່າງຮອບດ້ານ ແລະ ຂະຫຍາຍຕົວເຂົ້າສູ່ລວງເລິກເປັນກ້າວໆ. ຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຝາກຄວາມຂອບໃຈ ແລະ ຮູ້ບຸນຄຸນຕໍ່ ພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ, ທັນການ ແລະ ມີປະສິດທິຜົນແກ່ພາລະກິດປົດປ່ອຍຊາດໃນເມື່ອກ່ອນ ກໍຄືໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງລາວ ໃນປັດຈຸບັນ,ພ້ອມທັງຢືນຢັນວ່າ ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຈະຮ່ວມກັບສະຫາຍຫວຽດນາມ ສືບຕໍ່ຮັກສາມູນເຊື້ອ, ຖະນຸຖະໜອມສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມືນັບແໜ້ນແຟ້ນ ແລະ ຈະເລີນງອກງາມຍິ່ງໆຂຶ້ນ. ສະຫາຍເລຂາທິການໃຫຍ່ ປະທານປະເທດຍັງໄດ້ຊົມເຊີຍຜົນສໍາເລັດຂອງການພົບປະສອງຝ່າຍລະຫວ່າງ ຫົວໜ້າຄະນະພົວພັນຕ່າງປະເທດຂອງສອງສູນກາງພັກ ແລະ ຊີ້ນໍາໃຫ້ ສອງຄະນະພົວພັນຕ່າງປະເທດຂອງສອງສູນກາງພັກ ລາວ-ຫວຽດນາມ ສືບຕໍ່ເອົາໃຈໃສ່ ແລະ ເປັນເຈົ້າການເຮັດໜ້າທີ່ເປັນເສນາທິການໃຫ້ແກ່ສູນກາງພັກ ລາວ-ຫວຽດນາມ ໃນການຕິດຕາມຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ລະຫວ່າງສອງພັກ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍ ແລະ ເພີ່ມທະວີສາຍພົວພັນມິດຕະພາບອັນຍິ່ງໃຫຍ່ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ລອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບມື້ນັບກ້າວສູ່ລວງເລິກໃນທຸກຂົງເຂດວຽກງານ ນໍາເອົາຜົນປະໂຫຍດແທ້ຈິງມາສູ່ປະຊາຊົນສອງຊາດ ລາວ-ຫວຽດນາມ, ປະກອບສ່ວນເສີມສ້າງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດ ທະນາໃນພາກພື້ນ ແລະ ສາກົນ.
ໂອກາດນີ້, ຄະນະຜູ້ແທນຂັ້ນສູງຂອງ ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ກໍໄດ້ເຂົ້າຢ້ຽມຂໍ່າ ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ ກໍາມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ເຊັ່ນດຽວກັນຊຶ່ງໃນການພົບປະ ສອງຝ່າຍ ໄດ້ຕີລາຄາສູງຕໍ່ບັນດາຜົນສໍາເລັດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດ ທີ່ຍາດມາໄດ້ໃນໄລຍະຜ່ານມາ, ແຈ້ງໃຫ້ກັນຊາບສະພາບການພົ້ນເດັ່ນຂອງແຕ່ລະປະເທດ, ແລກປ່ຽນວຽກງານໃນຂົງເຂດ ສະພາແຫ່ງຊາດ, ການເຄື່ອນໄຫວຕ່າງປະເທດ ແລະ ບາງບັນຫາພົ້ນເດັ່ນຂອງພາກພື້ນ ແລະ ສາກົນ; ສອງຝ່າຍຢືນຢັນ ຈະສືບຕໍ່ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ ປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ ແລະ ນັບມື້ເກີດດອກອອກຜົນຢ່າງບໍ່ຢຸດຢັ້ງ.
ຂ່າວ:ຄຕພ,ພາບ:ພູວຽງຄຳ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com