Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ເມືອງໄຊຍະບູລີ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂຶ້ນທີ່ຫ້ອງວ່າການເມືອງ ໃນວັນທີ 22 ກຸມພາ ຜ່ານມາ, ເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງໄຊຍະບູລີ, ມີຮອງຫົວໜ້າພະແນກການເງິນແຂວງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ວືຊົງ ເຊັ່ຍລີ ຫົວໜ້າຫ້ອງການໆເງິນເມືອງ ກ່າວວ່າ: ໃນ 1 ປີຜ່ານມາ ຫ້ອງການການເງິນເມືອງ ໄດ້ສຸມໃສ່ຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2022 ດ້ວຍຄວາມຮັບຜິດຊອບສູງ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍວຽກງານການເງິນ ທີ່ຕິດພັນກັບການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ການເງິນຂອງເມືອງ ເຫັນໄດ້ວ່າມີຄວາມຫຍຸ້ງຍາກ ແລະ ທ້າທາຍຫຼາຍດ້ານເຊັ່ນ: ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ແກ່ຍາວຍັງບໍ່ທັນເຂົ້າສູ່ສະພາບປົກກະຕິ, ໂດຍສະເພາະເສດຖະກິດດ້ານລາຄາ, ການຂາດແຄນນ້ຳມັນ ແລະ ໄພເງິນເຟີ້, ໄຟທຳມະຊາດ, ລາຄາສິນຄ້າ ຄ່າບໍລິການຕ່າງໆເພີ່ມຂຶ້ນສູງໃນຮອບຫຼາຍປີ, ເຮັດໃຫ້ຫຼາຍຫົວໜ່ວຍທຸລະກິດພາຍໃນເມືອງຢຸດເຊົາກິດຈະການ ຊຶ່ງເຮັດໃຫ້ການຈັດເກັບລາຍຮັບພາຍໃນເມືອງບໍ່ຄົງຕົວ, ແຕ່ເຖິງແນວໃດກໍຕາມຄະນະນໍາສາຍຕັ້ງພະແນນການເງິນແຂວງ, ອົງການປົກຄອງເມືອງໄຊຍະບູລີ ແມ່ນໄດ້ເອົາໃຈໃສ່ໃນການຊີ້ນຳໆພາຢ່າງໃກ້ຊິດຕິດແທດ ສຸມໃສ່ການຂຸດຄົ້ນທຸກແຫຼ່ງລາຍຮັບທີ່ບົ່ມຊ້ອນພາຍໃນໃຫ້ໄດ້ຫຼາຍຂຶ້ນ ແລະ ບັນລຸຕາມແຜນກຳນົດໄວ້ສະແດງອອກຄື: ດ້ານລາຍຮັບໂຕເລກແຜນທັງໝົດ 5.510 ລ້ານກີບ, ປະຕິບັດໄດ້ທັງໝົດ 6.286 ລ້ານກີບ ເທົ່າກັບ 114,09% ຂອງແຜນການປີ, ລື່ນແຜນ 14% ເປັນເງິນ 776 ລ້ານກວ່າກີບ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 105%, ດ້ານລາຍຈ່າຍແຜນການປີ 3.802 ລ້ານກີບ ປະຕິບັດໄດ້ 3.716 ລ້ານກີບ ເທົ່າກັບ 97,73%, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 135,52%, ກອງປະຊຸມໄດ້ຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈຳປີ 2022 ແລະ ທິດທາງແຜນການປີ 2023 ຂອງ ໜ່ວຍງານປະຕູດຽວ, ຜ່ານແຜນອະນຸມັດລາຍຈ່າຍງົບປະມານປະຈຳປີ 2022 ສະບັບເລກທີ 75/ກງ.ຊຍ ລົງວັນທີ 1 ກຸມພາ 2023, ຜ່ານຄໍາແນະນໍາຂອງທ່ານເຈົ້າເມືອງໄຊຍະບູລີ, ຜ່ານຄຳແນະນໍາຂອງກະຊວງການເງິນ ເລກທີ 3736/ກງລົງວັນທີ 25 ພະຈິກ 2022, ຜ່ານແຈ້ງການກ່ຽວກັບການເສຍພາສີທີ່ດິນ, ຄ່າທຳນຽມທາງປະຈຳປີ 2023, ຈາກນັ້ນບັນດາຫ້ອງການອ້ອມຂ້າງເມືອງ, ບ້ານ, ນັກທຸລະກິດຜູ້ປະກອບການໄດ້ປະ ກອບຄໍາເຫັນຕໍ່ກອງປະຊຸມ. ພ້ອມນີ້, ກອງປະຊຸມໄດ້ປະດັບຫຼຽນກາແຮງງານ, ມອບໃບຍ້ອງຍໍຂອງລັດຖະ ບານ, ມອບໃບຍ້ອງຍໍຂອງທ່ານເຈົ້າເມືອງໃຫ້ບຸກຄົນ, ການຈັດຕັ້ງ ແລະ ບ້ານທີ່ມີຜົນງານດີເດັ່ນໃນການຈັດ ຕັ້ງປະຕິບັດໂຕເລກລາຍຮັບໄດ້ຕາມແຜນ, ຕອນທ້າຍກອງປະຊຸມ ທ່ານ ບຸນແທນ ທີແກ້ວ ໄດ້ມີຄໍາເຫັນໂອ້ລົມຕໍ່ກອງປະຊຸມຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫວັດ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com