Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ກອງ​ປະຊຸ​ມ ວຽກງານ​ກວດກາ ຂອງ ທຫລ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 27/02/2023 14:58:33 ຈຳ​ນວນ​​ຢ້ຽມ​ຊົມ 4971 ຄັ້ງ

ທະນາຄານ​ແຫ່ງ ສປປ ລາວ (ທຫລ) ​ໄດ້​ຈັດ​ກອງ​ປະຊຸມ​ວຽກງານ​ກວດກາ ​ທຫລ ປະ​ຈຳປີ 2021-2022 ຂຶ້ນ​ໃນວັນທີ 27 ກຸມພາ ນີ້ ທີ່ສະ​ໂມ​ສອນ​ສະ​ຖາ​ບັນ​ການ​ທະ​ນາ​ຄານ ດັ່ງກ່າວ, ໂດຍພາຍ​ໃຕ້​ການ​ເປັນ​ປະທານຂອງສະຫາຍ ບຸນເຫຼືອ ສິນໄຊວໍຣະວົງ ​ເລຂາຄະ​ນະບໍລິຫານງານ​​ພັກ ຜູ້ວ່າ​ການ ​ທຫລ, ສະຫາຍ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານຄະນະກວດກາສູນກາງພັກ, ມີຮອງເລຂາຄະ​ນະບໍລິຫານງານ​​ພັກ ປະທານຄະນະກວດກາພັກ ທຫລ, ມີພາກສ່ວນກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນເຂົ້າ​ຮ່ວມ

ໃນພິທີ, ສະຫາຍ ກໍາມະການພັກ ຮອງປະທານຄະນະກວດກາພັກ ທຫລ ​ໄດ້ຂຶ້ນ​ຜ່ານ​ຮ່າງ​ບົດ​ສະຫຼຸບການ​ເຄື່ອນ​ໄຫວວຽກງານ​ກວດກາພັກ-ລັດ ທສລ ປະຈຳ​ປີ 2021-2022 ຜ່ານມາ ແລະ ທິດ​ທາງ​ແຜນການ ປີ 2023 ໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນການຈັດຕັ້ງປະຕິບັດວຽກ​ງານຕິດຕາມ, ກວດກາພັກ-ລັດ, ວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ, ວຽກງານຄົ້ນຄວ້າຄໍາຮ້ອງ, ຄໍາສະ ເໜີ, ​ຍົກ​ໃຫ້​ເຫັນ​ດ້ານ​ດີ ແລະ ຜົນສໍາເລັດ​ທີ່​ຄວນ​ເສີມ​ຂະ​ຫຍາຍ ໂດຍ​ການຊີ້ນຳ-ນຳພາຂອງ​ຄະນະ​ກວດກາ​ພັກ ທຫລ ​ແລະ ຄະນະ​ກວດກາ​ແຕ່ລະ​ຂັ້ນ. ຕໍ່​ການ​ຕິດຕາມ, ກວດກາ, ການຈັດຕັ້ງປະຕິບັດພາ​ລະ​ບົດ​ບາດ, ສິດ, ໜ້າທີ່ຄວາມຮັບຜິດຊອບ, ການປະຕິບັດບັນ​ດາມະຕິ, ຄຳສັ່ງຂອງ​ພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ, ພ້ອມ​ທັງຍົກ​ໃຫ້​ເຫັນດ້ານ​ອ່ອນ-ຂໍ້​ຄົງ​ຄ້າງ ທີ່​ຈະຕ້ອງ​ຮີບຮ້ອນເອົາ​ໃຈ​ໃສ່ປັບ​ປຸງແກ້ໄຂຢ່າງເດັດຂາດ, ເຂັ້ມງວດ ແລະ ທັນສະພາບການ ໃຫ້​ມີ​ການ​ຫັນ​ປ່ຽນທີ່​ຕັ້ງໜ້າໄປສູ່ຄຸນນະພາບໃໝ່ ເປັນ​ຕົ້ນ​ແມ່ນການແກ້ໄຂບັນຫາຫຍໍ້ທໍ້ທີ່ເກີດຂຶ້ນໃນກົງຈັກພັກ-ລັດ ແລະ ສະມາຊິກພັກ-ພະນັກງານແຕ່ລະຂັ້ນ ເພື່ອ​ເປັນ​ການ​ສະ​ກັດ​ກັ້ນ ແລະ ຕີ​ຖອຍ​ປະ​ກົດ​ການ​ຫຍໍ້​ທໍ້​ທີ່​ອາດ​ຈະ​ເກີດ​ຂຶ້ນໃນຕໍ່ໜ້າ

​ ກອງ​ປະ​ຊຸມຄັ້ງນີ້, ຍັງ​​ໄດ້​​ຮັບ​ຟັງ​ການເຜີຍ​ແຜ່ເອກະສານສໍາຄັນຈຳ​ນວນໜຶ່ງ ເປັນ​ຕົ້ນ​ແມ່ນ ບົດ​ສະຫຼຸບ-ຕີລາຄາການເຄື່ອນໄຫວ​ວຽກງານ​ກວດກາ​ແຕ່ປີ 2016 ເຖິງປັດຈຸບັນ ແລະ ບາງເນື້ອໃນສໍາຄັນຕົ້ນຕໍສໍາລັບການເຄື່ອນໄຫວແຕ່ນີ້ເຖິງ ປີ 2026 ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ; ບົດ​ໂອ້​ລົມ​ຂອງ​ ສະຫາຍ ຄໍາພັນ ພົມມາທັດ ກໍາມະການກົມ​ການ​ເມືອງ​ສູນ​ກາງ​ພັກ ປະທານອົງການກວດກາແຫ່ງລັດ ຕໍ່ກອງ​ປະຊຸມ​ວຽກງານ​ກວດກາ​ທົ່ວ​ປະ​ເທດ ຄັ້ງທີ IV; ເອກະສານ​ບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກ ສະໄໝທີ XI ກ່ຽວກັບວຽກງານຕິດຕາມ ກວດກາພັກ; ຄໍາສັ່ງແນະນໍາຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີ. ພ້ອມ​ນີ້, ຍັງໄດ້ຮັບ​ຟັງ​ການ​ປະ​ກອບ​ຄວາມເຫັນ​ໃນ​ຫົວ​ຂໍ້​ຕ່າງໆ​ຈາກ​ບັນ​ດາຮາກ​ຖານ​ພັກ, ບັນດາກົມ-ທຽບເທົ່າກົມ, ສາຂາ ທຫລ​ ແລະ ​​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມທີ່​ຕິດ​ພັນ​ກັບ​ວຽກງານກວດ​ກາ ແລະ ການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ວິຊາ​ສະ​ເພາະຂອງ​ຕົນ​ ເພື່ອ​ເຮັດໃຫ້​​ການ​ເຄື່ອນ​ໄຫວ​ວຽກ​ງານ​ຕົວ​ຈິງຢູ່​ແຕ່​ລະ​ຂັ້ນ, ​ແຕ່ລະພາ​ກ​ສ່ວນ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ມີປະ​ສິດ​ທິພາບ ແລະ ປະ​ສິດ​ທິ​ຜົນ​ສູງຂຶ້ນກວ່າ​ເກົ່າ.

(ຂ່າວ-ພາບ: ວັນເພັງ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com