Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນທ້າຍເດືອນກຸມພາຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີກະຊວງ-ອົງການທີ່ກ່ຽວຂ້ອງໄດ້ເຄື່ອນໄຫວຊຸກຍູ້ວຽກງານການກະກຽມຄວາມພ້ອມ ເພື່ອຮັບນັກທ່ອງທ່ຽວແລະຜູ້ໂດຍສານຈາກສປຈີນທີ່ຈະເດີນທາງມາສປປລາວດ້ວຍລົດໄຟຄຸນໝິງແລະລົດໄຟ ລາວ-ຈີນ ໂດຍມີທ່ານພູຂົງບັນນະວົງຮອງເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານຈຽງຈາຍຕົງເອກອັກຄະລັດຖະທູດສປຈີນປະຈຳ ສປປ ລາວ ພ້ອມດ້ວຍພະແນກການກ່ຽວຂ້ອງຂອງນະຄອນຫຼວງວຽງຈັນແລະຄະນະສະພາບໍລິຫານບໍລິສັດລົດໄຟລາວ-ຈີນໃຫ້ການຕ້ອນຮັບແລະເຄື່ອນໄຫວເຮັດວຽກຮ່ວມ.
ກ່ອນອື່ນ, ທ່ານນາຍົກລັດຖະມົນຕີພ້ອມດ້ວຍຄະນະໄດ້ໄປຕິດຕາມກວດກາເບິ່ງສະພາບຕົວຈິງທາງດ້ານສະຖານທີ່ແລະການບໍລິການຜູ້ໂດຍສານຢູ່ສະຖານີລົດໄຟລາວ-ຈີນບ້ານໄຊເມືອງໄຊທານີນະຄອນຫຼວງວຽງຈັນໂດຍສະເພາະການບໍລິການຂາຍປີ້ໂດຍສານ, ການປ້ອງກັນຄວາມປອດໄພ, ການກວດກາຜູ້ໂດຍສານ, ສະຖານທີ່ລໍຖ້າຂອງຜູ້ໂດຍສານ,ການບໍລິການຮ້ານອາຫານ,ຮ້ານຂາຍເຄື່ອງທົ່ວໄປ,ຫ້ອງນໍ້າ,ຫ້ອງລໍຖ້າວີໄອພີແລະອື່ນໆ. ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີກໍໄດ້ມີຄໍາເຫັນເພື່ອເຈາະຈີ້ມພະນັກງານບໍລິສັດລົດໄຟລາວ-ຈີນຕື່ມໂດຍສະເພາະບັນຫາທີ່ເປັນຫາງສຽງຂອງສັງຄົມມີຕໍ່ການບໍລິການລົດໄຟລາວ-ຈີນໃນໄລຍະຜ່ານມາກໍຄືປັດຈຸບັນ,ລວມທັງບັນຫາຕ່າງໆທີ່ຍັງຄົງຄ້າງເພື່ອເປັນຂໍ້ມູນໃນການຄົ້ນຄວ້າຊອກຫາວິທີການປັບປຸງແກ້ໄຂໃຫ້ດີຂຶ້ນກວ່າເກົ່າ. ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີຍັງໄດ້ສອບຖາມຜູ້ໂດຍສານທີ່ມາລໍຖ້າເດີນທາງດ້ວຍລົດໄຟລາວ-ຈີນກ່ຽວກັບສິ່ງອໍານວຍຄວາມສະດວກແລະຂໍ້ຫຍຸ້ງຍາກຕ່າງໆໃນເວລາໃຊ້ບໍລິການລົດໄຟລາວ-ຈີນຕົວຈິງ.
ຫຼັງຈາກນັ້ນ,ທ່ານນາຍົກລັດຖະມົນຕີກໍໄດ້ສືບຕໍ່ເຂົ້າຮ່ວມເປັນປະທານກອງປະຊຸມປຶກສາຫາລືແລະຊຸກຍູ້ວຽກງານທາງລົດໄຟລາວ-ຈີນຢູ່ສຳນັກງານບໍລິສັດທາງລົດໄຟລາວ-ຈີນຈຳກັດບໍລິເວນເຂດເສດຖະກິດພິເສດກວມລວມໄຊເສດຖາຊຶ່ງກ່ອນອື່ນໄດ້ຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຂົນສົ່ງຜ່ານທາງລົດໄຟລາວ-ຈີນນັບແຕ່ມື້ເປີດບໍລິການຈົນເຖິງປັດຈຸບັນຈາກທ່ານປະທານສະພາບໍລິຫານບໍລິສັດລົດໄຟລາວ-ຈີນຈໍາກັດໂດຍສະເພາະຜົນສຳເລັດໃນການຂົນສົ່ງໂດຍສານແລະສິນຄ້າ, ບັນດາຂໍ້ຄົງຄ້າງແລະສິ່ງທ້າທາຍຕ່າງໆ,ລວມທັງການຈັດຕັ້ງປະຕິບັດວຽກງານທີ່ຕິດພັນກັບການພັດທະນາໂຄງການລົດໄຟລາວ-ຈີນ. ພ້ອມກັນນັ້ນ,ທ່ານນາຍົກລັດຖະມົນຕີກໍໄດ້ມີຄຳເຫັນເພື່ອໃຫ້ຜູ້ເຂົ້າຮ່ວມປະກອບຄຳຄິດເຫັນຕໍ່ບັນດາຫົວຂໍ້ທີ່ກອງປະຊຸມໄດ້ປຶກສາຫາລືກັນເປັນຕົ້ນການບໍລິການຂາຍປີ້-ຈອງປີ້ໂດຍສານ,ການເກັບປີ້ລົດຄ່າຜ່ານທາງເຂົ້າເພື່ອມາສົ່ງຜູ້ໂດຍສານ,ຫ້ອງນໍ້າບໍລິການຢູ່ສະຖານີລົດໄຟສຳລັບຜູ້ໂດຍສານ, ການບໍລິການຜູ້ໂດຍສານຜ່ານແດນ,ການຮັກສາຄວາມປອດໄພ,ການຈັດສັນສະຖານທີ່ (ບ່ອນນັ່ງລໍຖ້າຂອງຜູ້ມາຊື້ປີ້ແລະຜູ້ໂດຍສານ, ຮ້ານອາຫານ, ຮ້ານຂາຍສິນຄ້າແລະເຄື່ອງດື່ມ, ພື້ນທີ່ຂອບເຂດບໍລິການອື່ນໆ).
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີໄດ້ມີຄຳເຫັນຊີ້ນຳຕື່ມບາງດ້ານເປັນຕົ້ນໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ຕິດຕາມ,ປະສານແລະຊຸກຍູ້ການແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ມີຄວາມຄືບໜ້າໄວ,ໃຫ້ຂະແໜງການແລະພາກສ່ວນກ່ຽວຂ້ອງນໍາເອົາເນື້ອໃນຈິດໃຈກໍຄືຫົວຂໍ້ທີ່ໄດ້ຕັ້ງຂຶ້ນໃນກອງປະຊຸມຄັ້ງນີ້ໄປຄົ້ນຄວ້າແລະຈັດຕັ້ງຜັນຂະຫຍາຍເຂົ້າສູ່ວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງພາກສ່ວນຕົນໃຫ້ໄດ້ຮັບຜົນສໍາເລັດເປັນຢ່າງດີເພື່ອເຮັດໃຫ້ການກະກຽມຮັບນັກທ່ອງທ່ຽວສປຈີນທີ່ມີແຜນຈະເດີນທາງມາສປປລາວໃນໄວໆນີ້ມີຄວາມພ້ອມຮອບດ້ານ. ສຳລັບບັນຫາທີ່ຍັງບໍ່ທັນເປັນເອກະພາບກັນກໍໃຫ້ພິຈາລະນາຈັດກອງປະຊຸມສຳມະນາຄົ້ນຄວ້າແລະປຶກສາຫາລືກັນໂດຍໄວເພື່ອສາມາດຊອກຫາວິທີການແກ້ໄຂໃຫ້ມີຄວາມເປັນເອກະພາບ,ມີປະສິດທິພາບ,ປະສິດທິຜົນ,ສອດຄ່ອງກັບກົດໝາຍແລະລະບຽບການທີ່ກຳນົດໄວ້.
ຂ່າວ-ພາບ: ວັນທອງ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com