Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 3 ມີນາ ຜ່ານມາ, ສະມາຊິກສະພາແຫ່ງຊາດ (ສພຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ ພ້ອມດ້ວຍ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນເທື່ອທີ 4 ຂອງ ສພຊ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II ນຳໂດຍທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ; ມີບັນດາຄະນະພັກ, ອົງການປົກຄອງ, ຂະແໜງການ, ພະນັກງານຫຼັກແຫຼ່ງຂອງເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຂອງເມືອງ ເຂົ້າຮ່ວມເປັນຈໍານວນຫຼາຍ.
ໃນໂອກາດດັ່ງກ່າວ, ທ່ານ ໄຊສົມພອນ ພົມວິຫານ ໄດ້ເນັ້ນໃຫ້ຄະນະພັກ, ອຳນາດການປົກຄອງ ເມືອງນາຊາຍທອງ ເອົາໃຈໃສ່ 10 ຂໍ້ດັ່ງນີ້: 1. ສະເໜີໃຫ້ຄະນະພັກ, ອົງການປົກຄອງເມືອງ ເພີ່ມທະວີການນຳພາຮອບດ້ານຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມໜັກແໜ້ນ, ເອົາໃຈໃສ່ປົກປັກຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍເຮັດໃຫ້ສັງຄົມມີຄວາມສະຫງົບປອດໄພ, ເປັນພື້ນຖານໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ຊຶ່ງເປັນການປະກອບສ່ວນສຳຄັນໃຫ້ ນະຄອນຫຼວງວຽງຈັນ; 2. ສະເໜີໃຫ້ ຄະນະພັກ, ອົງການປົກຄອງເມືອງ ເອົາໃຈໃສ່ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ປະຊາຊົນເຮັດການຜະລິດກະສິກຳ, ການລ້ຽງສັດ ເປັນສິນຄ້າ, ມີມາດຕະຖານ, ມີຄຸນນະພາບ ເພື່ອສະ ໜອງໃຫ້ແກ່ບັນດາໂຮງແຮມ, ຮ້ານອາຫານ, ຕະຫຼາດຕ່າງໆ ໃນນະຄອນຫຼວງວຽງຈັນ ຊຶ່ງເປັນບ່ອນຮອງຮັບຜົນຜະລິດຂອງປະຊາຊົນ. ເອົາໃຈໃສ່ສ້າງ ແລະ ຂະຫຍາຍຮູບແບບເສດຖະກິດລວມໝູ່ຂອງປະຊາຊົນ ໃຫ້ກາຍເປັນຖານເສດຖະກິດອັນໝັ້ນຄົງ ແລະ ໜັກແໜ້ນ; ຊຸກຍູ້ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ດ້ວຍການປະຕິບັດນະໂຍບາຍ ແລະ ກົນໄກທີ່ຈໍາເປັນໃນການເຂົ້າເຖິງແຫຼ່ງທຶນ, ຕະຫຼາດ ແລະ ນະໂຍບາຍອື່ນໆ ເຮັດໃຫ້ວິສາຫະກິດດັ່ງກ່າວມີຄວາມເຂັ້ມແຂງ; 3. ເອົາໃຈໃສ່ການພັດທະນາຊັບພະ ຍາກອນມະນຸດ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການ ແລະ ສາມາດຕອບສະໜອງ ແກ່ການສ້າງສາພັດທະນາພາຍໃນເມືອງ ເປັນຕົ້ນການສ້າງນັກວິຊາການດ້ານການປູກຝັງ-ລ້ຽງສັດເພື່ອເຮັດໃຫ້ການຜະລິດກະສິກໍາ ພາຍໃນເມືອງຂະຫຍາຍຕົວ ແລະ ມີຄວາມເຂັ້ມແຂງ; ສຶກສາອົບຮົມໃຫ້ປະຊາຊົນຮັກສາມູນເຊື້ອຄວາມສາມັກຄີປອງດອງ, ນໍ້າໃຈຮັກຊາດ ແລະ ເສຍສະຫຼະເພື່ອຜົນປະໂຫຍດສ່ວນລວມ; ສ້າງສະຕິເຄົາລົບກົດໝາຍ, ການປະຕິບັດພັນທະຂອງປະຊາຊົນ; ເພີ່ມທະວີການຝຶກອົບຮົມສີມືແຮງງານ ໃຫ້ມີຄຸນນະພາບ, ປະຊາຊົນມີວຽກເຮັດງານທຳ, ມີລາຍຮັບ ແລະ ມີຊີວິດການເປັນຢູ່ທີ່ໝັ້ນຄົງດີຂຶ້ນ; 4. ວຽກງານດ້ານສາທາລະນະສຸກ ສະເໜີໃຫ້ຄະນະພັກ, ອົງການປົກຄອງເມືອງ ເພີ່ມທະວີຄວາມເອົາໃຈໃສ່ ໃຫ້ພໍ່ແມ່ປະຊາຊົນສາມາດເຂົ້າເຖິງການປິ່ນປົວຢ່າງກວ້າງຂວາງ, ສະດວກ ແລະ ມີປະສິດທິພາບ; ເອົາໃຈໃສ່ປັບປຸງໂຮງໝໍເມືອງ, ສຸກສາລາ ດ້ວຍການປະກອບອຸປະກອນ, ເຄື່ອງມືດ້ານການແພດ ທີ່ສາມາດຍົກສູງປະສິດທິພາບໃນການປິ່ນປົວໃຫ້ສູງຂຶ້ນ; ເພີ່ມຄວາມສາມາດໃນການເຝົ້າລະວັງຕິດຕາມ, ບົ່ງມະຕິ, ຊອກຄົ້ນຫາ ແລະ ໂຕ້ຕອບກໍລະນີພະຍາດລະບາດໃຫ້ໄດ້ໄວ; 5. ປັບປຸງຄຸນນະພາບການສຶກສາໃຫ້ສູງຂຶ້ນ, ເອົາໃຈໃສ່ການສ້າງ ແລະ ສ້ອມແປງໂຮງຮຽນ ເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຫຼານໄດ້ເຂົ້າຮຽນ, ປະກອບປຶ້ມແບບຮຽນ, ອຸປະກອນການຮຽນ ພ້ອມທັງສ້າງເງື່ອນໄຂການເຂົ້າເຖິງການສຶກສາ ແລະ ຂະຫຍາຍຕາໜ່າງການສຶກສາໃຫ້ມີຄຸນນະພາບນັບມື້ສູງຂຶ້ນ ແລະ ທົ່ວເຖິງຢູ່ເຂດຫ່າງໄກສອກຫຼີກ; 6. ປັບປຸງກົງຈັກການຈັດຕັ້ງຕາມທິດກະທັດຮັດ; ສະກັດກັ້ນການນຳໃຊ້ສິດ, ອຳນາດໃນທາງທີ່ບໍ່ຖືກກົດໝາຍຂອງພະນັກງານລັດ; ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຊົນ ມີສ່ວນຮ່ວມເຂົ້າໃນວຽກງານບໍລິຫານລັດ, ສາມາດເຂົ້າເຖິງຂະບວນການຍຸຕິທຳ ເຮັດໃຫ້ຄວາມເຊື່ອໝັ້ນຂອງປະຊາຊົນ ຕໍ່ການນຳພາຂອງພັກ-ລັດໃຫ້ສູງຂຶ້ນ; 7. ເພີ່ມທະວີການຊີ້ນຳ-ນຳພາຂອງອົງຄະນະພັກເມືອງ ຕໍ່ການເຄື່ອນໄຫວວຽກງານຂອງ ສະມາຊິກສະພາປະຊາຊົນນະຄອນຫຼວງວຽງຈັນ ທີ່ປະຈຳຢູ່ເມືອງນາຊາຍທອງ ໃຫ້ສາມາດເຄື່ອນໄຫວປະຕິບັດໜ້າທີ່ເປັນຕົວແທນຂອງປະຊາຊົນ ຕາມກົດໝາຍກຳນົດ, ຄົ້ນຄວ້າປະກອບບຸກຄະລາກອນຊ່ວຍວຽກ ລວມທັງສະຖານທີ່ເຮັດວຽກ ແລະ ອຸປະກອນຮັບໃຊ້ການເຄື່ອນໄຫວວຽກງານ ໃຫ້ມີຄວາມເໝາະສົມ ແນໃສ່ເຮັດໃຫ້ການປະຕິບັດໜ້າທີ່ວຽກງານ ເຂົ້າສູ່ລະບົບ ແລະ ມີປະສິດທິຜົນນັບມື້ສູງຂຶ້ນ; 8. ສະເໜີ ຄະນະພັກ, ອົງການປົກຄອງເມືອງນາຊາຍທອງ ເພີ່ມທະວີການນຳພາຊີ້ນຳ ພະນັກງານ, ທະຫານ, ຕຳຫຼວດ ກໍຄືປະຊາຊົນບັນດາເຜົ່າ ຈັດຕັ້ງປະຕິບັດວາລະແຫ່ງຊາດຢ່າງຕັ້ງໜ້າ ແລະ ຖືເປັນພັນທະຂອງພົນລະເມືອງທຸກຄົນ ເປັນຕົ້ນການປະຕິບັດນະໂຍບາຍປະຢັດມັດທະຍັດງົບປະມານຂອງລັດ, ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍເປັນວຽກງານທີ່ສຳຄັນ, ເປັນປະກົດການຫຍໍ້ທໍ້ຂອງສັງຄົມ ສະເໜີໃຫ້ເອົາໃຈໃສ່ສະກັດກັ້ນບັນຫາຢາເສບຕິດ ບໍ່ໃຫ້ເກີດຂຶ້ນ; 9. ຄະນະພັກ, ອົງການປົກຄອງເມືອງຈະຕ້ອງໄດ້ເພີ່ມທະວີຄວາມເອົາໃຈໃສ່ວຽກງານການກໍ່ສ້າງຮາກຖານການເມືອງ, ລົງໃກ້ຊິດຕິດແທດກັບ ພໍ່ແມ່ປະຊາຊົນຢ່າງແທດເຖິງ; 10. ການກະກຽມກອງປະຊຸມໃຫຍ່ 3 ຂັ້ນ ເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ ຊຶ່ງອົງຄະນະພັກເມືອງນາຊາຍທອງ ຈະໄດ້ນໍາພາບັນດາຮາກຖານພັກຈັດຕັ້ງປະຕິບັດ ເພື່ອສຸມໃສ່ບັນດາວຽກງານຕ່າງໆ ເປັນຕົ້ນການສ້າງຂະບວນການເພື່ອຍູ້ແຮງຂະບວນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI, ມະຕິ, ຄຳສັ່ງ ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ອົງຄະນະພັກເມືອງ ໃຫ້ບັນລຸຕາມຄາດໝາຍທີ່ວາງອອກ.
ຫຼັງຈາກນັ້ນ, ທ່ານ ປະທານສະພາແຫ່ງຊາດ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຢາມ ສູນ ADC ບ້ານອ່າງນໍ້າຫຸມ ເມືອງນາຊາຍທອງ; ສະຖານທີ່ການຜະລິດຂອງເມືອງອີກດ້ວຍ.
(ຂ່າວ-ພາບ: ສພຊ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com