Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງເງິນ ຮ່ວມແຂ່ງຂັນກິລາມິດຕະພາບ ລາວ-ໄທ ຄັ້ງທີ 24

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 10/03/2023 10:09:24 ຈຳ​ນວນ​​ຢ້ຽມ​ຊົມ 2339 ຄັ້ງ

ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ພ້ອມດ້ວຍຄະນະ ແລະ ທີມນັກກິລາໄດ້ເດີນທາງໄປຮ່ວມງານແຂ່ງຂັນກິລາມິດຕະພາບລາວ-ໄທ ລະຫວ່າງ ເມືອງເງິນ ແຂວງໄຊຍະບູລີ ສປປ ລາວ ກັບ ອຳເພີ ສະເຫຼີມພະກຽດ ຈັງຫວັດນ່ານ ປະເທດໄທ ຄັ້ງທີ່ 24 ທີ່ທາງ ອຳເພີສະເຫຼີມພະກຽດ ໄດ້ຮັບກຽດເປັນເຈົ້າພາບ ຈັດຂຶ້ນຫວ່າງບໍ່ດົນມານີ້ ຊຶ່ງໃຫ້ກຽດຕ້ອນຮັບຢ່າງອົບອຸ່ນຈາກທ່ານ ທ່ານ ສຸທັດ ລິ້ມວະນິດກຸນ ນາຍອຳເພີສະເຫຼີມພະກຽດ ພ້ອມດ້ວຍຄະນະ, ມີຄະນະນຳເມືອງເງິນ-ອຳເພີສະເຫຼີມພະກຽດ, ນັກກິລາ, ນັກທຸລະກິດຜູ້ປະກອບການ ຕະຫຼອດຮອດມວນຊົນ ທັງ 2 ເມືອງເຂົ້າຮ່ວມ.

ການຈັດງານແຂ່ງຂັນກິລາໃນຄັ້ງນີ້ ທ່ານ ສຸທັດ ລິ້ມວະນິດກຸນ ນາຍອຳເພີສະເຫຼີມພະກຽດ ແລະ ທ່ານ ທະວີສັກ ໄຊຍະວົງ ເຈົ້າເມືອງໆເງິນ ໄດ້ກ່າວເປີດການແຂ່ງຂັນກິລາ ມິດຕະພາບລາວ - ໄທ ຄັ້ງທີ 24 ຢ່າງເປັນທາງການ. ເພື່ອສືບຕໍ່ເສີມສ້າງສາຍພົວພັນ ອັນດີງາມ ແລະ ມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ທີ່ມີມາແຕ່ດຶກດຳບັນ ເປັນການພົບປະແລກປ່ຽນ ຖອດຖອນບົດຮຽນຊຶ່ງກັນ ແລະ ກັນ ດ້ານກິລາກາຍະກຳ, ເປີດໂອກາດໃຫ້ນັກທຸລະກິດຊາວຄ້າຂາຍ ໄດ້ສົນທະນາ ດ້ານການຄ້າ, ການລົງທຶນ, ການບໍລິການ ແລະ ການທ່ອງທ່ຽວ ທັງນີ້ກໍເພື່ອແນໃສ່ ຊາຍແດນລາວ-ໄທ ກໍຄືເມືອງເງິນ ກັບ ອຳສະເຫຼີມພະກຽດ ໄດ້ມີຄວາມສະຫງົບສັນຕິສຸກຢ່າງໜັກແໜ້ນ ກາຍເປັນຊາຍແດນ ແຫ່ງສັນຕິພາບ-ມິດຕະພາບ ແລະ ການຮ່ວມມືຢ່າງແທ້ຈິງ.

ການຈັດງານແຂ່ງຂັນກິລາໃນຄັ້ງນີ້ ມີ 4 ປະເພດກິລາຄື: ເຕະບານ ຍິງ-ຊາຍ, ບານສົ່ງ ຍິງ-ຊາຍ, ເປຕັງ ຍິງ-ຊາຍ, ກິລາກະຕໍ້ຫວາຍຊາຍ. ຜົນການແຂ່ງຂັນເຕະບານຊາຍຊາວໜຸ່ມ ແມ່ນເມືອງເງິນ ເອົາຊະນະ 1-0 ປະຕູ, ເຕະບານຂັ້ນການນຳ ແມ່ນ ເມືອງເງິນ ເອົາຊະນະ ອຳເພີສະເຫຼີມພະກຽດ 3-1 ປະຕູ , ເຕະບານ ຍິງ ແມ່ນເມືອງເງິນ ເອົາຊະນະ 4-1 ປະຕູ, ບານສົ່ງຊາຍ ແມ່ນເມືອງເງິນເອົາຊະນະ 3-0 ເກມ, ບານສົ່ງຍິງ ແມ່ນ ອຳເພີສະເຫຼີມພະກຽດ ເອົາຊະນະ 2-0 ເກມ, ກະຕໍ້ຫວາຍ ຊາຍ ແມ່ນເມືອງເງິນ ເອົາ ຊະນະ 2-0 ເກມ, ເປຕັງ ຍິງ ແລະ ເປຕັງຊາຍ ເມືອງເງິນ ຊະນະອຳເພີສະເຫຼີມພະກຽດ.

ຫຼັງຈາກສຳເລັດການແຂ່ງຂັນກິລາ ທາງຄະນະປະທານ ກໍໄດ້ມອບຂອງຂວັນລາງວັນ ໃຫ້ນັກກິລາແຕ່ລະປະເພດ, ພ້ອມທັງຮັບຊົມການສະແດງສິລະປະທັງສອງເມືອງ ແລະ ຮ່ວມພາເຂົ້າສາມັກຄີ.

ຂ່າວ-ພາບ: ອິນແປງ ແຫວນຄຳ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com