Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທູດລາວປະຈຳ ຫວຽດນາມ ຢ້ຽມຢາມ ​ແລະ ເຮັດວຽກຢູ່ແຂວງລາຍເຈົາ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 15/03/2023 13:29:46 ຈຳ​ນວນ​​ຢ້ຽມ​ຊົມ 1693 ຄັ້ງ

ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມດ້ວຍພັນລະຍາ ​ແລະ ຄະນະ ໄດ້ເດີນທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາໃນວັນທີ 10 ມີນາ ຜ່ານມານີ້, ໃນໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ພົບປະ ແລະ ເຮັດວຽກກັບ ສະຫາຍ ​ເຈີ່ນ ຕ່ຽນ ຢູ່ງ ຮອງເລຂາພັກແຂວງ ປະທານຄະນະ ກໍາມະ ການປະຊາຊົນແຂວງລາຍ​ເຈົາ (ເຈົ້າແຂວງ) ຊຶ່ງໃນການພົບປະຄັ້ງນີ້, ການນໍາແຂວງກໍໄດ້ສະແດງຄວາມ ຍິນດີຕ້ອນຮັບ, ຕີລາຄາສູງ ທີ່ສະຫາຍ ເອກອັກຄະລັດຖະທູດພ້ອມພັນລະຍາ ​ແລະ ຄະນະໄດ້ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງລາຍເຈົາ.

​​ໂອກາດ​ນີ້ ສະຫາຍ ​ເຈີ່ນ ຕ່ຽນ ຢູ່ງ ກໍໄດ້ລາຍງານ​ກ່ຽວກັບຄວາມເປັນມາ ຂອງແຂວງ ຊຶ່ງແຂວງລາຍເຈົາໄດ້ຮັບການສ້າງຕັ້ງ ແລະ ແຍກຕົວອອກເປັນທາງການນັບແຕ່ປີ 2004 ເປັນຕົົ້ນມາ (ກ່ອນໜ້ານີ້ແຂວງລາຍເຈົາ ແລະ ແຂວງດຽນບຽນ ເປັນແຂວງດຽວມີຊື່ວ່າແຂວງລາຍເຈົາທີ່ມີສຳນັກງານຕັ້ງຢູ່ເມືອງໄລທີ່ຂຶ້ນກັບແຂວງດຽນບຽນໃນປັດຈຸບັນ) ລວມທັງແຈ້ງໂດຍຫຍໍ້​ກ່ຽວ​ກັບສະພາບລວມຂອງແຂວງ ນັບທັງສະພາບ​ການພັດທະນາເສດຖະກິດ-ສັງຄົມ ຂອງແຂວງໃນໄລຍະຜ່ານມາ ກໍຄືໝາກຜົນການພົວພັນ ຮ່ວມມືກັບ ສປປ ລາວ, ໂດຍສະເພາະແຂວງລາຍ​ເຈົາໄດ້​ແຮກສ່ຽວກັບ 3 ​ແຂວງພາກເໜືອ​ຂອງລາວຄື: ​ແຂວງອຸດົມໄຊ, ແຂວງ​ຫຼວງພະບາງ ແລະ ​ແຂວງຜົ້ງສາລີ; ພ້ອມທັງແຈ້ງໃຫ້ຊາບກ່ຽວກັບການສ້າງ ຊັບພະຍາກອນມະນຸດໃຫ້ແກ່ 3 ​ແຂວງດັ່ງກ່າວໃນໄລຍະຜ່ານມາ. ແຂວງລາຍເຈົາປະກອບດ້ວຍ 3 ເຜົ່າ ໃຫຍ່ຄື: ເຜົ່າໄຕກວມ 38%, ເຜົ່າມົ້ງ 32%, ເຜົ່າກິງ 30% ສະຫາຍ​​ເຈົ້າແຂວງຍັງໃຫ້ຄວາມເຊື່ອ ໝັ້ນວ່າໃນໄລຍະທີ່​ສະຫາຍ​ເອກ​ອັກຄະ​ລັດຖະທູດ​ມາດຳລົງຕຳແໜງຢູ່ ສສ ຫວຽດນາມ​ ຈະເປັນຂົວຕໍ່ໃນ ການປະສານງານລະຫວ່າງ​ສອງ​ປະເທດເວົ້າລວມ, ​ເວົ້າສະເພາະແມ່ນແຂວງລາຍເຈົາ ແລະ ບັນດາ ແຂວງພາກເໜືອຂອງລາວ​; ສະຫາຍ ແສງເພັດ ຮຸ່ງບຸນຍວງ ກໍໄດ້ສະແດງຄວາມຂອບໃຈໃນການ ຕ້ອນຮັບອັນອົບອຸ່ນ ແລະ ເປັນກັນເອງໃນຖານສະຫາຍອ້າຍນ້ອງ ພ້ອມທັງສະແດງຄວາມຊົມເຊີຍໝາກ ຜົນການພັດທະນາເສດຖະກິດ-ສັງຄົມໃນໄລຍະຜ່ານມາຂອງແຂວງ ຊຶ່ງບັນດາຜົນສຳເລັດດັ່ງກ່າວກໍໄດ້ ສະແດງໃຫ້ເຫັນເຖິງການວາງແນວທາງທີ່ຖືກຕ້ອງ, ຄວາມສາມາດໃນການຊີ້ນຳ-ນຳພາຂອງອົງຄະນະ ພັກ, ອຳນາດການປົກຄອງ ແລະ ການເປັນຈິດໜຶ່ງໃຈດຽວຂອງປະຊາຊົນແຂວງລາຍ​ເຈົາ; ພ້ອມທັງ ຕີລາຄາສູງການພົວພັນຮ່ວມມືລະຫວ່າງສອງປະເທດ ກໍ​ຄືການຮ່ວມມືລະຫວ່າງ ແຂວງລາຍເຈົາ ກັບ ບັນດາ​ແຂວງພາກເໜືອຂອງລາວໂດຍ​ສະເພາະແມ່ນການຊ່ວຍເຫຼືອສ້າງ​ຊັບພະຍາກອນມະນຸດໃຫ້ແກ່ ແຂວງອຸດົມໄຊ, ​ແຂວງຫຼວງພະບາງ ​ແລະ ແຂວງຜົ້ງສາລີ.

ໃນວັນດຽວກັນ, ສະຫາຍເອກອັກຄະລັດຖະທູດ​ພ້ອມ​ດ້ວຍຄະນະຍັງໄດ້ໄປຢ້ຽມຢາມ ​ແລະ ​ພົບປະຄູ-ອາຈານ ແລະ ນັກສຶກສາລາວທີ່ວິທະຍາໄລຊຸມຊົນ​ແຂວງລາຍເຈົາ, ​ໂດຍການຕ້ອນຮັບ ຂອງ ສະຫາຍ​ນາງ ​ເລືອງ ຈິ​ຕວ໋ຽນ ອຳນວຍການພ້ອມດ້ວຍຄະນະອຳນວຍການ ຄູ-ອາຈານ ​ແລະ ນັກ ສຶກສາລາວ; ສະຫາຍນາງ ​ເລືອງ ຈິ ​ຕວ໋ຽນ ກໍ​ໄດ້ລາຍງານປະຫວັດ​ຄວາມເປັນມາຂອງໂຮງຮຽນ​ພ້ອມ​ທັງສະພາບການ​ສ້າງຊັບພະຍາກອນມະນຸດໃຫ້ແກ່​ 3 ​ແຂວງພາກເໜືອຂອງລາວ ເລີ່ມແຕ່ປີ 2014 ມາ​ໄດ້ມີນັກສຶກສາລາວມາສຶກສາຢູ່ໂຮງຮຽນແຫ່ງນີ້ທັງໝົດ 90 ຄົນ ​ໃນນັ້ນຈົບການສຶກສາກັບຄືນປະເທດເປັນ​ຈຳນວນຫຼາຍ, ປັດຈຸບັນຍັງມີນັກສຶກສາ​ຈຳນວນ 14 ຄົນ ມາຈາກແຂວງອຸດົມໄຊ, ຮຽນສອງຂະແໜງ​ຄື: ອະນຸບານຊັ້ນສູງ 5 ຄົນ ​ແລະ ​ການແພດຊັ້ນສູງ 9 ຄົນ, ສະຫາຍຍັງໄດ້ລາຍງານຕື່ມວ່າທາງໂຮງ ຮຽນໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກທາງດ້ານທີ່ພັກ, ມີໂຮງອາຫານ ແລະ ມີເບ້ຍລ້ຽງໃຫ້,​ ສິ່ງທີ່ ທ້າທາຍ ​ແລະ ເປັນບັນຫາອຸປະສັກຂອງນັກສຶກສາສ່ວນໃຫຍ່ແມ່ນພາສາຫວຽດນາມເປັນຫຼັກ.

ໂອກາດນີ້, ສະຫາຍ​ ​ແສງເພັດ​ ຮຸ່ງບຸນຍວງ ​ໄດ້ສະແດງຄວາມ​ຂອບໃຈ ພ້ອມຕີລາຄາສູງ ຕໍ່ການຊ່ວຍເຫຼືອຂອງລັດຖະບານຫວຽດນາມ​ ກໍຄືການນຳແຂວງລາຍເຈົາທີ່ໄດ້ໃຫ້ທຶນ​ຊ່ວຍເຫຼືອບັນດາ ແຂວງພາກເໜືອຂອງລາວ​ສະຫາຍໄດ້ຝາກຄວາມເປັນຫວງເປັນໃຍ ຈາກລັດຖະບານກໍຄື​ການ​ນຳຂັ້ນສູງ ຂອງສອງປະເທດຕໍ່ກັບຄຸນນະພາບການສຶກສາຂອງນັກສຶກສາລາວທີ່ ສສ ຫວຽດນາມ, ພ້ອມນັ້ນ​ທ່ານ​ຍັງຮຽກຮ້ອງໃຫ້ຄູ-ອາຈານ​ເອົາໃຈໃສ່ບໍ່ໃຫ້ມີຄະແນນນະໂຍບາຍໃນເວລາສອບເສັງ,​ ພ້ອມນັ້ນ ທ່ານຍັງໄດ້ປຸກລະດົມໃຫ້ກຳລັງໃຈນັກສຶກສາໃຫ້ພ້ອມກັນສຶກສາຄົ້ນຄວ້າຮ່ຳຮຽນ ແລະ ພ້ອມກັນຍາດ ແຍ່ງເອົາຄວາມຮູ້ ເພື່ອນຳໄປພັດທະນາປະເທດຊາດກໍຄືພັດທະນາແຂວງຂອງຕົນ.

(ຂ່າວ-ພາບ: ສະຖານທູດລາວທີ່ຮ່າໂນ້ຍ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com