Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບໝວກຂາວ ແລະ ແສງທຽນໃຫ້ນັກສຶກສາພະຍາບານຊັ້ນສູງປີທີ 2 ຮຸ່ນທີ VII ຂອງໂຮງຮຽນ ສາທາລະນະສຸກ ແຂວງຄຳມ່ວນ ໄດ້ຈັດຂຶ້ນໃນວັນທີ 14 ມີນາ ຜ່ານມາ ທີ່ໂຮງຮຽນດັ່ງກ່າວ ໂດຍການເຂົ້າຮ່ວມ ຂອງທ່ານ ແສງທອງ ເສີມລຳວັນ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ມີທ່ານ ເພັງຄານ ບຸນວາດສະໜາ ຜູ້ອໍານວຍການໂຮງຮຽນສາທາລະນະສຸກແຂວງ, ມີແຂກຮັບເຊີນ ແລະ ນັກສຶກສາພາຍໃນໂຮງຮຽນເຂົ້າຮ່ວມ.
ໂອກາດນີ້, ທ່ານ ເພັງຄານ ບຸນວາດສະໜາ ໄດ້ເປັນກຽດມອບໝວກຂາວໃຫ້ແກ່ນັກສຶກສາ. ຈາກນັ້ນ, ຜູ້ເຂົ້າຮ່ວມກໍໄດ້ຮັບຟັງປະຫວັດຄວາມເປັນມາຂອງຜູ້ໃຫ້ກຳເນີດວິຊາຊີບພະຍາບານ ແລະ ຄວາມເປັນມາຂອງເຄື່ອງ ແບບພະຍາບານ ຊຶ່ງການແຕ່ງກາຍຂອງພະຍາບານໃນເວລາທີ່ກຳລັງປະຕິບັດວຽກງານຈະຕ້ອງສວມເຄື່ອງ ແບບສີຂາວ, ໝວກກໍເປັນສ່ວນໜຶ່ງຂອງເຄື່ອງແບບພະຍາບານ ຊຶ່ງສະແດງເຖິງການເສຍສະຫຼະສ່ວນຕົວ ເພື່ອຊ່ວຍເຫຼືອຜູ້ອື່ນແຕ່ໃນລັກສະນະຂອງພະຍາບານແລ້ວໝວກ ແມ່ນມີຈຸດປະສົງເພື່ອປົກຄຸມຜົມບໍ່ໃຫ້ຕົກຫຼົ່ນ ລົງມາໃສ່ຄົນເຈັບໃນເວລາກຳລັງເຮັດວຽກ ຫຼື ກຳລັງປິ່ນປົວຄົນເຈັບ, ສ່ວນລັກສະນະຂອງໝວກທີ່ມີຄວາມ ແຕກຕ່າງເປັນພຽງສ່ວນໜຶ່ງຂອງເຄື່ອງແບບ ຫຼື ບອກໃຫ້ຮູ້ວ່າພະຍາບານຜູ້ນັ້ນສຳເລັດ ຈາກສະຖາບັນ ການສຶກສາໃດ. ສະນັ້ນໝວກຈຶ່ງເປັນເຄື່ອງແບບທີ່ມີກຽດຕິຍົດ ແລະ ເປັນສັນຍາລັກທີ່ບົ່ງບອກໃນອາຊີບ ຂອງພະຍາບານ ເພື່ອປະຕິບັດໜ້າທີ່ຕໍ່ປະຊາຊົນໃນເວລາມາຮັບການປິ່ນປົວ. ສ່ວນແສງທຽນແມ່ນປຽບເໝືອນ ແສງສະຫວ່າງທີ່ນຳພາໄປສູ່ຄວາມສຳເລັດ.
ໃນໂອກາດດຽວກັນ, ທ່ານ ແສງທອງ ເສີມລຳວັນ ຍັງໄດ້ຮຽກຮ້ອງມາຍັງນັກສຶກສາທຸກຄົນຈົ່ງຕັ້ງໃຈຮໍ່າຮຽນ ແລະ ຮັກອາຊີບພະຍາບານຢ່າງແທ້ຈິງ, ໃນເວລາປະຕິບັດວຽກງານຕົວຈິງກໍຕ້ອງມີຄວາມອົດທົນເຂັ້ມແຂງ, ຮັບໃຊ້ພໍ່ແມ່ປະຊາຊົນ, ເວົ້າຈາສຸພາບ, ເຄົາລົບນັບຖືຄູ-ອາຈານ ແລະ ເອົາໃຈໃສ່ປິ່ນປົວຄົນເຈັບດ້ວຍຄວາມຈິງໃຈ, ຮັກສາຄົນເຈັບປຽບສະເໝືອນຄົນໃນຄອບຄົວ, ບໍ່ຈຳແນກຄົນເຈັບບໍ່ວ່າຈະເປັນຄົນໂທດ ແລະ ຄົນມີຖານະອື່ນໆ.
(ຂ່າວ-ພາບ: ແຂວງຄໍາມ່ວນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com