Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ນາຍົກລັດຖະມົນຕີ ຊີ້ນຳ ໃຫ້ບັນດາກະຊວງ ເອົາໃຈໃສ່ເປັນພິເສດ 4 ວຽກງານຈຸດສຸມ .......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 17/03/2023 08:29:40 ຈຳ​ນວນ​​ຢ້ຽມ​ຊົມ 806 ຄັ້ງ

ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນເປັນກ້າວໆ ເວົ້າລວມ, ເວົ້າສະເພາະ ເພື່ອປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ ປະຈຳປີ 2023 ໃຫ້ບັນລຸຕາມຄາດໝາຍທີ່ສະພາແຫ່ງຊາດໄດ້ຮັບຮອງ, ໃນວັນທີ 15-16 ມີນາ 2023 ທີ່ສຳນັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດຳເນີນກອງປະຊຸມວິສາມັນ ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ທ່ານຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍແລະ ສະມາຊິກລັດຖະບານ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ໄດ້ຮັບຟັງການລາຍງານ, ຄົ້ນຄວ້າ, ປຶກສາຫາລືຮ່າງກົດໝາຍ ຈຳນວນ 9 ສະບັບ ທີ່ລັດຖະບານຈະນໍາສະເໜີ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ພິຈາລະນາຮັບຮອງ ຄື:

ຮ່າງກົດໝາຍ ວ່າດ້ວຍສາທາລະນະສຸກ (ສະບັບສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມການປະກອບຄຳເຫັນ ຂອງສະມາຊິກລັດຖະບານ ເພື່ອໃຫ້ມີຄວາມລະອຽດ, ຈະແຈ້ງ, ຄົບຖ້ວນສົມບູນ ແລະ ຮັດກຸມ ເປັນຕົ້ນ ກ່ຽວກັບຈຸດປະສົງ ໃຫ້ສ່ອງແສງເຖິງການຜັນຂະຫຍາຍແນວທາງນະໂຍບາຍ ຂອງພັກ ແລະ ລັດ; ການອະທິບາຍຄຳສັບ ໃຫ້ຈະແຈ້ງ ແລະ ເຂົ້າໃຈງ່າຍ, ການນຳໃຊ້ຄຳສັບ ໃຫ້ເປັນເອກະພາບກັນ; ໃຫ້ເພີ່ມເນື້ອໃນ ກ່ຽວກັບການປະກັນສຸຂະພາບ, ການເປີດກວ້າງ ໃຫ້ພາກເອກະຊົນ ມີສ່ວນຮ່ວມ ໃນການພັດທະນາວຽກງານສາທາລະນະສຸກ, ການຄຸ້ມຄອງ ແລະ ປົກປ້ອງ ຜູ້ໃຊ້ບໍລິການສາທາລະນະສຸກ ລວມທັງ ການຄຸ້ມຄອງຄ່າບໍລິການ; ກຳນົດເນື້ອໃນກ່ຽວກັບພາລະກອນ ເຂົ້າໃນມາດຕາວ່າດ້ວຍບຸກຄະລາກອນ, ສ່ອງແສງໃຫ້ເຫັນນະໂຍບາຍ ດ້ານມະນຸດສະທຳ ຂອງລັດຖະບານ, ການພົວພັນຮ່ວມມືດ້ານສາທາລະນະສຸກ ລວມທັງ ກົນໄກການພົວພັນ, ການຊຸກຍູ້ສົ່ງເສີມດ້ານຄຸນສົມບັດສິນທຳປະຕິວັດ ຂອງບຸກຄະລາກອນແພດໝໍ ເຂົ້າໃນວຽກງານສາທາລະນະສຸກ ແລະ ອື່ນໆ.

ຮ່າງກົດໝາຍ ວ່າດ້ວຍທະນາຄານທຸລະກິດ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໂດຍສະເພາະ ມາດຕາ 83 ກ່ຽວກັບວິທີການແກ້ໄຂທະນາຄານທຸລະກິດທີ່ຢູ່ໃນພາວະວິກິດ ແລະ ມາດຕາ 86 ກ່ຽວກັບການລົ້ມລະລາຍ ໃຫ້ມີຄວາມຊັດເຈນ ແລະ ມີເນື້ອໃນສອດຄ່ອງກັບກົດໝາຍກ່ຽວຂ້ອງອື່ນໆ ທີ່ໄດ້ປະກາດໃຊ້ແລ້ວ, ທັງຮັບປະກັນການຄຸ້ມຄອງ, ການພັດທະນາທະນາຄານທຸລະກິດ ໃນຕໍ່ໜ້າ ແລະ ສາມາດຈັດຕັ້ງປະຕິບັດໄດ້ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ.

ຮ່າງກົດໝາຍ ວ່າດ້ວຍສັດນໍ້າ ແລະ ການປະມົງ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ອະທິບາຍບາງຄຳສັບເພີ່ມ, ກວດກາຄວາມສອດຄ່ອງກັບກົດໝາຍກ່ຽວຂ້ອງອື່ນໆ ທີ່ໄດ້ປະກາດໃຊ້ແລ້ວ ; ໃຫ້ກຳນົດແຈ້ງ ກ່ຽວກັບຈຸດປະສົງ ຂອງການລ້ຽງສັດນໍ້າ ຊະນິດຕ່າງໆ, ເນື້ອໃນກ່ຽວກັບການລ້ຽງ ແລະ ການປະມົງ, ສະຖານທີ່ລ້ຽງສັດນໍ້າ, ປະເພດສັດນໍ້າ ທີ່ນຳມາລ້ຽງ, ລວມທັງ ການເພາະພັນແນວພັນສັດນໍ້າ ແລະ ອື່ນໆ.

ຮ່າງກົດໝາຍ ວ່າດ້ວຍສັດປ່າ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ກ່ຽວກັບຈຸດປະສົງ ຂອງການລ້ຽງສັດປ່າຊະນິດຕ່າງໆ, ປະເພດສັດປ່າທີ່ສາມາດອະນຸຍາດໃຫ້ລ້ຽງໄດ້, ການຄຸ້ມຄອງສັດປ່າ ລວມທັງຂໍ້ຫ້າມຕ່າງໆ ໃຫ້ຈະແຈ້ງ, ຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບກົດໝາຍກ່ຽວຂ້ອງອື່ນໆ ທີ່ໄດ້ປະກາດໃຊ້ແລ້ວ ແລະ ສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ຮ່າງກົດໝາຍ ວ່າດ້ວຍການຈັດພິມຈຳໜ່າຍ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ອະທິບາຍຄຳສັບເພີ່ມ ແລະ ຈະແຈ້ງຊັດເຈນຂຶ້ນ; ກຳນົດຈຸດປະສົງ ໃຫ້ຄົບຖ້ວນ, ກວມລວມວຽກງານທີ່ກ່ຽວຂ້ອງ, ສ່ອງແສງໃຫ້ເຫັນແນວທາງນະໂຍບາຍຂອງ ພັກ-ລັດ ບົນພື້ນຖານ ເຮັດໃຫ້ການເຄື່ອນໄຫວວຽກງານ, ການຕິດຕາມກວດກາ ແລະ ການຄຸ້ມຄອງ ວຽກງານດັ່ງກ່າວ ມີຄວາມສະດວກ, ລວມສູນ, ມີປະສິດທິພາບ ແລະ ປະສິດທິຜົນ, ກຳນົດການແບ່ງຂັ້ນຄຸ້ມຄອງ ແລະ ຂັ້ນຕອນ ການອະນຸຍາດ ຈັດພິມ, ຈຳໜ່າຍ ແລະ ຮັບຮອງດ້ານເນື້ອໃນ ທີ່ຈະຈັດພິມຈຳໜ່າຍ ລວມທັງ ການຈັດພິມຢູ່ຕ່າງປະເທດ ໃຫ້ລະອຽດຈະແຈ້ງ; ເພີ່ມເນື້ອໃນຂໍ້ຫ້າມ ໃຫ້ຄົບຖ້ວນ, ຮັດກຸມ, ກວມລວມບັນຫາທີ່ອາດເປັນຊ່ອງຫວ່າງສວຍໃຊ້ ຂອງຄົນບໍ່ດີ. ສ່ວນການກຳນົດ ສິດ ແລະ ໜ້າທີ່ ຂອງສະມາຄົມຈັດພິມຈຳໜ່າຍ ແມ່ນໃຫ້ກຳນົດໄວ້ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສະມາຄົມດັ່ງກ່າວ.

ຮ່າງກົດໝາຍ ວ່າດ້ວຍການຊົດເຊີຍຄ່າເສຍຫາຍຈາກລັດ (ສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ໂດຍສະເພາະ ການອະທິບາຍຄວາມໝາຍ ແລະ ກຳນົດຂອບເຂດການນຳໃຊ້ ຂອງກົດໝາຍສະບັບນີ້ ໃຫ້ລະອຽດ, ຈະແຈ້ງ ແລະ ຊັດເຈນ ຂຶ້ນຕື່ມ. ພ້ອມກັນນີ້ ໃຫ້ຄົ້ນຄວ້າປັບປຸງຊື່ຮ່າງກົດໝາຍ ໃຫ້ເຂົ້າໃຈແຈ້ງ ແລະ ສອດຄ່ອງກັບເນື້ອໃນຂອງກົດໝາຍ.

ຮ່າງກົດໝາຍ ວ່າດ້ວຍການປົກປ້ອງສິດ ແລະ ຜົນປະໂຫຍດຂອງເດັກ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນ ຂອງສະມາຊິກລັດຖະບານ ເປັນຕົ້ນ ການກຳນົດ ແລະ ແບ່ງຄວາມຮັບຜິດຊອບ ຂອງບັນດາພາກສ່ວນ ທີ່ມີສ່ວນຮ່ວມໃນວຽກງານເດັກ; ກວດກາ ແລະ ປັບປຸງເນື້ອໃນ ກ່ຽວກັບ ພັນທະຕໍ່ສາກົນ ໃຫ້ຮັດກຸມ ແລະ ລະອຽດຈະແຈ້ງ; ກຳນົດເພີ່ມໜ້າທີ່ຂອງເດັກ; ປັບປຸງເນື້ອໃນ ກ່ຽວກັບການໃຫ້ສິດ ສຳລັບເດັກທີ່ດ້ອຍໂອກາດ ແລະ ເດັກພິການ ໃຫ້ສອດຄ່ອງກັບສະພາບການພັດທະນາ ຂອງປະເທດເຮົາ; ເພີ່ມເນື້ອໃນ ກ່ຽວກັບຄວາມຮັບຜິດຊອບ ຂອງພໍ່-ແມ່ ແລະ ຜູ້ປົກຄອງເດັກ ໃຫ້ຄົບຖ້ວນ.

ຮ່າງກົດໝາຍ ວ່າດ້ວຍສານທະຫານ (ສະບັບປັບປຸງ): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາຮ່າງກົດ ໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ອະທິບາຍຄຳສັບເພີ່ມ; ນຳໃຊ້ຄຳສັບ ເປັນເອກະພາບ, ຈັດລຽງລຳດັບໂຄງຮ່າງກົດໝາຍໃຫ້ສອດຄ່ອງກວ່າເກົ່າ, ກຳນົດເນື້ອໃນ ໂຄງປະກອບການຈັດຕັ້ງຂອງສານທະຫານ ໃຫ້ສອດຄ່ອງກັບກົດໝາຍວ່າດ້ວຍໄອຍະການທະຫານ.

ຮ່າງກົດໝາຍ ວ່າດ້ວຍການຈັດຫາງານ (ສະບັບສ້າງໃໝ່): ກອງປະຊຸມ ເຫັນດີດ້ານຫຼັກການ ຮັບຮອງເອົາ ຮ່າງກົດໝາຍດັ່ງກ່າວ ແລະ ໄດ້ຊີ້ນຳ ໃຫ້ປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຈຸດປະສົງຂອງກົດ ໝາຍສະບັບນີ້ ໃຫ້ມີລັກສະນະສົ່ງເສີມ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການຊອກວຽກເຮັດງານທຳ ຂອງແຮງງານລາວ ທັງໃຫ້ກວມເອົາການຄຸ້ມຄອງແຮງງານຕ່າງປະເທດ; ການໄປອອກແຮງງານຢູ່ຕ່າງປະເທດ ແມ່ນໃຫ້ຕິດພັນກັບການພັດທະນາສີມືແຮງງານ ທີ່ສອດຄ່ອງກັບໂຄງປະກອບການລົງທຶນ ກໍ່ຄືໂຄງປະກອບເສດຖະກິດຂອງປະເທດເຮົາ; ກໍລະນີ ໄປອອກແຮງງານຢູ່ຕ່າງປະເທດດ້ວຍຕົນເອງ ແມ່ນໃຫ້ມີການລົງທະບຽນ ຢ່າງລວມສູນ ແລະ ປະຕິບັດພັນທະ ຢ່າງຖືກຕ້ອງຕາມກົດໝາຍ; ກຳນົດກົນໄກການຄຸ້ມຄອງແຮງງານ ໃນກໍລະນີທີ່ໄປຝຶກງານຢູ່ຕ່າງປະເທດ ໃຫ້ຈະແຈ້ງຕື່ມ, ກຳນົດເງື່ອນໄຂ ຂອງແຮງງານ ທີ່ໄປອອກແຮງງານຢູ່ຕ່າງປະເທດ ໃຫ້ສອດຄ່ອງກັບສົນທິສັນຍາ ແລະ ລະບຽບການທີ່ກ່ຽວຂ້ອງ.

ສຳລັບການປັບປຸງຄືນຮ່າງກົດໝາຍ ທັງ 9 ສະບັບດັ່ງກ່າວ, ກອງປະຊຸມ ມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສົມທົບກັບຄະນະຮັບຜິດຊອບຮ່າງກົດໝາຍ ແລະ ພາກສ່ວນທີ່ກ່ຽວຂ້ອງ ດຳເນີນການປັບປຸງ ເພື່ອ​ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ແລະ ຮັດກຸມ ແລ້ວນຳມາຜ່ານທ່ານ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດກ່ຽວຂ້ອງ ກ່ອນສະເໜີທ່ານ ນາຍົກລັດຖະມົນຕີ ແລະ ສົ່ງໃຫ້ສະພາແຫ່ງຊາດ ພິຈາລະນາ ໃນຂັ້ນຕໍ່ໄປ.

ໃນໂອກາດກ່າວປິດກອງປະຊຸມ, ທ່ານນາຍົກລັດຖະມົນຕີ ໄດ້ມີຄຳເຫັນຊີ້ນຳ ໃຫ້ບັນດາກະຊວງ ເອົາໃຈໃສ່ເປັນພິເສດ ຕໍ່ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ດັ່ງນີ້:

ສືບຕໍ່ສຸມໃສ່ຄຸ້ມຄອງເສດຖະກິດມະຫາພາກ ໃຫ້ມີຄວາມໝັ້ນທ່ຽງ ໂດຍສະເພາະ ສຸມໃສ່ການແກ້ໄຂໜີ້ສິນໃຫ້ເປັນຮູບປະທຳ ເພີ່ມຂຶ້ນ; ຄຸ້ມຄອງອັດຕາແລກປ່ຽນ ໂດຍມີມາດຕະການ ແລະ ມີການກວດກາຕົວຈິງ ໃຫ້ຈະແຈ້ງ ແລະ ຊັດເຈນ; ຄຸ້ມຄອງລາຄາສິນຄ້າ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ໂດຍໃຫ້ມີມາດຕະການຕົວຈິງ ນັບຕັ້ງແຕ່ໄລຍະນີ້ ຈົນຮອດປີໃໝ່ລາວ.

ໃຫ້ບັນດາກະຊວງ ທີ່ມີຫົວຂໍ້ຈະລາຍງານ ຕໍ່ກອງປະຊຸມ ນາຍົກ-ຮອງນາຍົກລັດຖະມົນຕີ, ກອງປະຊຸມ ລັດຖະບານ ສະໄໝສາມັນ ແລະ ກອງປະຊຸມ ກົມການເມືອງ ຮ່ວມກັບຄະນະເລຂາທິການສູນກາງພັກ ສຸມໃສ່ກຽມເນື້ອໃນລາຍງານ ໃຫ້ດີ, ຮັດກຸມ ແລະ ມີທາງອອກຊັດເຈນ.

ໃຫ້ບັນດາກະຊວງ ກະກຽມສະເຫຼີມສະຫຼອງ ວັນສ້າງຕັ້ງພັກ ຄົບຮອບ 68 ປີ ໃຫ້ມີເນື້ອໃນ ແລະ ມີຄວາມ ໝາຍເລິກເຊິ່ງ, ຖືໂອກາດນີ້ ເປັນການເຕົ້າໂຮມຄວາມສາມັກຄີ ແລະ ເພີ່ມທະວີການນຳພາຂອງພັກ ໃນການສ້າງການຫັນປ່ຽນແຂງແຮງ ເລິກເຊິ່ງ ຮອບດ້ານ ໃນການຄຸ້ມຄອງບໍລິຫານລັດ;

ໃຫ້ກະຊວງ ໂຍທາທິການ ແລະ ຂົນສົ່ງ ຊຸກຍູ້ບໍລິສັດ ທາງລົດໄຟ ຮີບຮ້ອນອອກແບບ ແລະ ຈັດສັນສະຖານທີ່ ພາຍໃນສະຖານີລົດໄຟຕ່າງໆ ໂດຍໃຫ້ມີຈຸດແຈ້ງ ເຂົ້າ-ອອກ ເມືອງ ສໍາລັບຜູ້ໂດຍສານທາງລົດໄຟ ທີ່ຈະເດີນທາງ ເຂົ້າ-ອອກ ປະເທດ ດ້ວຍລົດໄຟ ລາວ-ຈີນ.

(ຂ່າວ: ຫສນຍ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com