Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 16 ກຸມພາ ນີ້ ທີ່ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ມໍຣະກົດ ສີສະຫວັດດີ ເອກອັກຄະຣາຊະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈໍາ ສປປ ລາວ ຄົນໃໝ່ ພາຍຫຼັງທີ່ເຂົ້າຍື່ນສານຕາຕັ້ງຕໍ່ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໃນວັນທີ 15 ກຸມພາ ຜ່ານມາ.
ໃນໂອກາດດັ່ງກ່າວ, ທ່ານຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ທ່ານທູດ ມໍຣະກົດ ສີສະຫວັດດີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມທັງ ສະແດງຄວາມເຊື່ອໝັ້ນວ່າ ດ້ວຍຄວາມຮູ້ຄວາມສາມາດ ແລະ ປະສົບການຂອງທ່ານທູດ ຈະຊ່ວຍສືບຕໍ່ຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມຂອງສອງປະເທດ ລາວ-ໄທ ທີ່ມີມາແລ້ວນັ້ນ ໃຫ້ນັບມື້ພັດທະນາຍິ່ງໆຂຶ້ນ. ພ້ອມນີ້, ທ່ານ ສະເຫຼີມໄຊ ກົມມະສິດ ກໍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານໃກ້ເຮືອນຄຽງທີ່ດີ ລະຫວ່າງ ສອງປະເທດ ທີ່ມີມາແຕ່ດົນນານ ແລະ ໄດ້ຮັບການເສີມຂະຫຍາຍຂຶ້ນເປັນກ້າວໆມາ ພາຍຫຼັງທີ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນ ໃນວັນທີ 19 ທັນວາ 1950 (73 ປີ), ຈົນກ້າວໄປສູ່ ການຍົກລະດັບການພົວພັນເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ໃນປີ 2022 ຜ່ານມາ. ຣາຊະອານາຈັກໄທ ໄດ້ຖືກຈັດເປັນປະເທດທີ່ຢູ່ແຖວໜ້າທາງດ້ານການຄ້າ ແລະ ການລົງທຶນ ຢູ່ ສປປ ລາວ ຕະຫຼອດມາ, ໂດຍໄດ້ຖືກຈັດເປັນຄູ່ຄ້າອັນດັບໜຶ່ງ ແລະ ເປັນຜູ້ລົງທຶນອັນດັບສອງ ຂອງການລົງທຶນຈາກຕ່າງປະເທດຢູ່ ສປປ ລາວ, ມີບົດບາດສຳຄັນໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ, ເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ການເຊື່ອມໂຍງ, ເຊື່ອມຈອດ ກັບ ພາກພື້ນ-ອະນຸພາກພື້ນ ແລະ ອື່ນໆ.
ພ້ອມດຽວກັນ, ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈມາຍັງ ລັດຖະບານ ແລະ ປະຊາ ຊົນໄທ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອແກ່ ສປປ ລາວ ຕະຫຼອດໄລຍະຜ່ານມາ. ພ້ອມທັງສະເໜີໃຫ້ທ່ານທູດ ຊ່ວຍສືບຕໍ່ຊຸກຍູ້ບັນດາຄໍາໝາຍໝັ້ນ ທີ່ສອງປະເທດໄດ້ເຫັນດີຮ່ວມກັນ ຢູ່ໃນກອບການຮ່ວມມືສອງຝ່າຍຕ່າງໆ ເພື່ອໃຫ້ສອດຄ່ອງກັບເນື້ອໃນຈິດໃຈຂອງການຍົກລະດັບການພົວພັນ ເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການພັດທະນາແບບຍືນຍົງ ແລະ ສະເໜີໃຫ້ທ່ານທູດໄປຢ້ຽມຢາມບັນດາໂຄງການຮ່ວມມືພາຍໃຕ້ຂອບການຮ່ວມມືຕ່າງໆຢູ່ບັນດາແຂວງຂອງລາວ ເພື່ອຊອກຫາຊ່ອງທາງ ແລະ ທ່າແຮງ ໃນການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ຫຼາຍຂຶ້ນ. ໃນຕອນທ້າຍ ທ່ານຮອງນາຍົກລັດຖະມົນຕີ ໄດ້ອວຍພອນໃຫ້ທ່ານທູດ ຈົ່ງປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.
ໃນຂະນະດຽວກັນ, ທ່ານທູດ ມໍຣະກົດ ສີສະຫວັດດີ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອມທັງ ສະແດງຄວາມຍິນດີຈະສືບຕໍ່ປະກອບສ່ວນຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກຜົນຍິ່ງຂຶ້ນ ໃນຊຸມປີຕໍ່ໜ້າ.
ຂ່າວ: ກະຊວງການຕ່າງປະເທດ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com