Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ອງປະຊຸມຄັ້ງທີ 14 ຂອງຄະນະກຳມະການຊາຍແດນລາວ-ມຽນມາ ຂັ້ນສູນກາງ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 17/03/2023 12:59:59 ຈຳ​ນວນ​​ຢ້ຽມ​ຊົມ 1489 ຄັ້ງ

ກອງປະຊຸມ ຄັ້ງທີ XIV ຂອງຄະນະກຳມະການຊາຍແດນລາວ-ມຽນມາ ຂັ້ນສູນກາງ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 14-16 ມີນາ ນີ້ ທີ່ເມືອງທ່າຂີ້ເຫຼັກ ສສ ມຽນມາ ຄະນະຜູ້ແທນຝ່າຍລາວ ນຳໂດຍ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຫົວໜ້າຄະນະກໍາມະການຊາຍແດນລາວ-ມຽນມາຂັ້ນສູນກາງ ແລະ ຄະນະຜູ້ແທນຝ່າຍມຽນມາ ນຳໂດຍ ທ່ານ ຈໍ ມິວ ທຸດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ມຽນມາ ຫົວໜ້າຄະນະກໍາມະການຊາຍແດນມຽນມາ-ລາວຂັ້ນສູນກາງ ພ້ອມດ້ວຍຜູ້ຕາງໜ້າຈາກຂະແໜງການທີ່ກ່ຽວຂ້ອງຂອງສູນກາງ ແລະ ຜູ້ຕາງໜ້າຈາກແຂວງບໍ່ແກ້ວ ແລະ ຫຼວງນໍ້າທາ ແລະ ລັດຊານຕາເວັນອອກທີ່ມີຊາຍແດນຕິດຈອດກັນເຂົ້າຮ່ວມ; ໃນກອງປະຊຸມ ສອງຝ່າຍໄດ້ຮ່ວມກັນທົບທວນຄືນການຈັດຕັ້ງປະຕິບັດເນື້ອໃນບົດບັນທຶກກອງປະ ຊຸມຄັ້ງທີ XIII ຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນສູນກາງ ທີ່ໄດ້ຈັດຂຶ້ນໃນປີ 2018 ທີ່ຜ່ານມາ ກໍຄືສັນຍາວ່າດ້ວຍການຄຸ້ມຄອງ ແລະ ຮ່ວມມືຕາມຊາຍແດນຂອງສອງປະເທດ ສະບັບປີ 1997 ແລະ ຕີລາຄາສູງຕໍ່ການພົວພັນຮ່ວມມືສອງຝ່າຍທີ່ນັບມື້ນັບຂະຫຍາຍຕົວສູງຂຶ້ນ ແລະ ໄດ້ປຶກສາຫາລືການພົວພັນຮ່ວມມືໃນຂົງເຂດວຽກງານຊາຍແດນຂອງສອງປະເທດ ຊຶ່ງລວມມີກົນໄກການຮ່ວມມືຂອງເຈົ້າໜ້າທີ່ຊາຍແດນ, ການນຳໃຊ້ບັດຜ່ານແດນ, ດ່ານຊາຍແດນ, ການພົວພັນຮ່ວມມືທາງດ້ານແຮງງານ, ການຄ້າຊາຍແດນ, ການເດີນເຮືອ ຕາມລຳແມ່ນ້ຳຂອງ, ການກວດກາ ແລະ ບູລະນະຫຼັກໝາຍຊາຍແດນ, ການສະກັດກັ້ນການຄ້າຂາຍຢາເສບຕິດ, ການຄຸ້ມຄອງການພັດທະນາບໍລິເວນຊາຍແດນ, ຊຸກຍູ້ໃຫ້ມີການແລກ ປ່ຽນທຶນການສຶກສາ ລະຫວ່າງແຂວງຕິດຊາຍແດນຂອງສອງປະເທດ, ບັນຫາອື່ນໆ ແລະ ໄດ້ກໍານົດທິດທາງຈັດຕັ້ງປະຕິບັດວຽກງານດັ່ງກ່າວໃນຕໍ່ໜ້າ; ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ເຫັນດີເປັນເອກະພາບກັນຊຸກຍູ້ໃຫ້ເຈົ້າໜ້າທີ່ຊາຍແດນທ້ອງຖິ່ນຂອງຕົນ ເອົາໃຈໃສ່ເພີ່ມທະວີການຮ່ວມມື, ການແລກປ່ຽນຂໍ້ມູນຂ່າວສານ, ສະກັດກັ້ນການກໍ່ອາຊະຍາກຳຂ້າມແດນ, ການຄ້າຂາຍຢາເສບຕິດ ແລະ ສິ່ງຜິດກົດ ໝາຍອື່ນໆ ລວມທັງການສຶກສາອົບຮົມປະຊາຊົນທີ່ອາໄສຢູ່ຕາມບໍລິເວນຊາຍແດນຂອງສອງປະເທດປະຕິບັດການເຂົ້າ-ອອກເມືອງ ໃຫ້ຖືກຕ້ອງຕາມລະບຽບກົດໝາຍຂອງສອງປະເທດ ເພື່ອແນໃສ່ຮັບປະກັນຄວາມເປັນລະບຽບ ຮຽບຮ້ອຍຕາມບໍລິເວນຊາຍແດນ ລະຫວ່າງ ສປປ ລາວ ແລະ ສສ ມຽນມາ.

ກອງປະຊຸມຄັ້ງນີ້ ໄດ້ດໍາເນີນໄປ ພາຍໃຕ້ບັນຍາກາດໄມຕີຈິດມິດຕະພາບ, ດ້ວຍຄວາມເຂົ້າອົກເຂົ້າໃຈ ຖານບ້ານໃກ້ເຮືອນຄຽງທີ່ມີມູນເຊື້ອອັນດີງາມ ມາແຕ່ດົນນານ ຊຶ່ງເປັນການປະກອບສ່ວນສຳຄັນໃນການເພີ່ມທະວີສາຍພົວພັນມິດຕະພາບ ແລະ ຍົກສູງການຮ່ວມມືພັດທະນາທາງດ້ານວຽກງານຊາຍແດນຂອງທັງສອງປະເທດ ເພື່ອແນໃສ່ສ້າງຊາຍແດນຂອງສອງປະເທດໃຫ້ກາຍເປັນຊາຍແດນ ແຫ່ງສັນຕິ ພາບ, ມິດຕະພາບ ແລະ ການຮ່ວມມືຍາວນານ.

(ຂ່າວ-ພາບ: ກະຊວງການຕ່າງປະເທດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com