Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຍີ່ປຸ່ນ ກຽມປັບເພີ່ມຄ່າແຮງງານ

ເຜີຍ​ແຜ່​ໂດຍ​: ວິໄລພອນ ເພັດໄພບູນ ເວ​ລາ: 17/03/2023 13:07:51 ຈຳ​ນວນ​​ຢ້ຽມ​ຊົມ 1008 ຄັ້ງ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 16 ມີນາ ຜ່ານມາ, ບັນດາບໍລິສັດຂະໜາດໃຫຍ່ຂອງຍີ່ປຸ່ນໄດ້ຕົກລົງເພີ່ມຄ່າຈ້າງແຮງງານຫຼາຍທີ່ສຸດໃນຮອບ 25 ປີ ຊຶ່ງທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີຍີ່ປຸ່ນໄດ້ຮຽກຮ້ອງໃຫ້ມີການປັບເພີ່ມຄ່າຕອບແທນ ເພື່ອຊົດເຊີຍກັບຄ່າຄອງຊີບທີ່ເພີ່ມສູງຂຶ້ນ.

ຄ່າຈ້າງແຮງງານ ຄືບັນຫາສຳຄັນທີ່ມີມາຫຼາຍປີຂອງຍີ່ປຸ່ນ ໂດຍເງິນເດືອນຂອງຄົນໃນປະເທດເກືອບຈະບໍ່ມີການປ່ຽນແປງເລີຍນັບຕັ້ງແຕ່ໄລຍະທ້າຍປີ 1990 ອີກທັງປັດຈຸບັນຍັງຢູ່ໃນລະດັບທີ່ຕ່ຳກວ່າຄ່າສະເລ່ຍຂອງກຸ່ມປະເທດທີ່ຮັ່ງມີໃນອົງການເພື່ອຄວາມຮ່ວມມືທາງດ້ານເສດຖະກິດ ແລະ ການພັດທະນາ (OECD) ອີກດ້ວຍ. ທ່ານ ກິຊິດະ ຟູມິໂອະ ໄດ້ຮຽກຮ້ອງໃຫ້ມີການຈ່າຍຄ່າຈ້າງທີ່ດີຂຶ້ນ ເນື່ອງຈາກສະກຸນເງິນເຢນທີ່ອ່ອນຄ່າ ແລະ ລາຄາສິນຄ້າສຳຄັນເພີ່ມສູງຂຶ້ນ ຊຸກຍູ້ໃຫ້ຕົ້ນທຶນການນຳເຂົ້າສູງຂຶ້ນລວມເຖິງເຮັດໃຫ້ອັດຕາເງິນເຟີ້ເພີ່ມສູງຂຶ້ນໃນດັບສູງທີ່ສຸດໃນຮອບ 4 ທົດສະວັດ. ທ່ານກ່າວຕື່ມວ່າ ໃນລະດູໃບໄມ້ປົ່ງໃນປີນີ້ຈະເປັນຈຸດປ່ຽນສຳລັບການເຕີບໂຕ ແລະ ການກະຈາຍຄວາມໝັ້ນຄົງພ້ອມທັງກ່າວຕື່ມວ່າ ທ່ານຕັ້ງເປົ້າໝາຍຂຶ້ນຄ່າແຮງງານຂັ້ນຕ່ຳທົ່ວປະເທດອີກເຊັ່ນດຽວກັນ.

ບໍລິສັດຂະໜາດໃຫຍ່ຫຼາຍແຫ່ງຂອງຍີ່ປຸ່ນລະບຸວ່າ: ພວກເຂົາຕົກລົງທີ່ຈະເພີ່ມເງິນເດືອນຕາມຄຳຮຽກຮ້ອງຂອງສະຫະພາບແຮງງານ ຊຶ່ງການເຈລະຈາໃນປີນີ້ຍັງຖືວ່າເປັນຄັ້ງທຳອິດທີ່ຜູ້ຜະລິດຍານພາຫະນະລາຍໃຫຍ່ທຸກແຫ່ງຂອງປະເທດຍອມຮັບຂໍ້ຮຽກຮ້ອງຂອງສະຫະພາບແຮງງານ ເຖິງຢ່າງໃດກໍຕາມ, ນັກວິເຄາະໄດ້ຄາດຄະເນວ່າ ສະຫະພາບແຮງງານຈະຮຽກຮ້ອງໃຫ້ປັບຂຶ້ນຄ່າຈ້າງແຮງງານໃນປີຕໍ່ໆໄປຖ້າຫາກພາວະເງິນເຟີ້ບັນເທົາລົງ ຊຶ່ງຄາດວ່າ ຈະເກີດຂຶ້ນຕັ້ງແຕ່ກາງປີນີ້ເປັນຕົ້ນໄປ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com