Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພັກປະຊາຊົນ ປະຕິວັດລາວ ແມ່ນການຈັດຕັ້ງການເມືອງສູງສຸດ ເປັນຕົວແທນຂອງຊົນຊັ້ນກຳມະກອນ ...........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 17/03/2023 16:48:31 ຈຳ​ນວນ​​ຢ້ຽມ​ຊົມ 1215 ຄັ້ງ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22/3/1955-22/3/2023), ສະຫາຍ ທັນວາ ສີສຸລາດ ຫົວໜ້າພະແນກນະໂຍບາຍ ແລະ ຍຸດທະສາດ ກົມເຕັກໂນໂລຊີ ແລະ ນະວັດຕະກຳ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ສະແດງຄວາມຮູ້ສຶກຕໍ່ວັນດັ່ງກ່າວວ່າ: ຂ້າພະເຈົ້າມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈຫຼາຍທີ່ໄດ້ມີຄວາມເຫັນ ຄວາມເຕີບໃຫຍ່ເຂັ້ມແຂງຂອງພັກປະຊາຊົນປະຕິວັດລາວ ຕະຫຼອດ 68 ປີຜ່ານມາ. ພັກປະຊາຊົນ ປະຕິວັດລາວ ເປັນພັກທີ່ມີກຽດສະຫງ່າແມ່ນກອງນຳໜ້າທີ່ມີການຈັດຕັ້ງ ແມ່ນການຈັດຕັ້ງການເມືອງສູງສຸດຂອງຊົນຊັ້ນກຳມະກອນ ແລະ ຂອງລະບອບປະຊາທິປະໄຕ ປະຊາຊົນລາວ ເປັນຕົວແທນທີ່ຈົງຮັກພັກດີຢ່າງສະເໝີຕົ້ນສະເໝີປາຍຕໍ່ສິດ ແລະ ຜົນປະໂຫຍດຂອງຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານລາວ ແລະ ຂອງຊາດລາວທັງໝົດ.

ດັ່ງທີ່ພວກເຮົາໄດ້ຮູ້ແລ້ວວ່າ ພັກ-ລັດ ໄດ້ມີແນວຄິດທີ່ສະຫຼາດສ່ອງໃສ ຊຶ່ງມັນສະແດງອອກພັກປະຊາຊົນ ປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍ ປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກຂອງປະຊາຊົນບັນດາເຜົ່າ ພ້ອມດ້ວຍໝູ່ຄະນະທີ່ເປັນສະມາຊິກພັກກອມມູນິດອິນດູຈີນໃນເວລານັ້ນໄດ້ຈັດກອງປະຊຸມໃຫຍ່ສ້າງຕັ້ງພັກຂຶ້ນໂດຍໃສ່ຊື່ວ່າ:‘’ ພັກປະຊາຊົນລາວ’’ ຕໍ່ມາຈັດກອງປະຊຸມໃຫຍ່ຄັ້ງທີ II ຂອງພັກປະຊາຊົນລາວ ປີ 1972 ປ່ຽນຊື່ເປັນ ‘’ພັກປະຊາຊົນ ປະຕິວັດລາວ’’ ພັກເຮົາໄດ້ນຳພາປະຊາຊົນບັນດາເຜົ່າລຸກຮືຂຶ້ນຢຶດອຳນາດການປົກຄອງທົ່ວປະເທດ ແລະ ສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ ປີ 1975 ສາມາດຍາດເອົາເອກະລາດ ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາສູ່ປະຊາຊົນບັນດາເຜົ່າ. ພັກເຮົາເວລາໃດກໍໄດ້ເອົາໃຈໃສ່ຢູ່ສະເໝີນອກຈາກຜົນປະໂຫຍດຂອງປະເທດຊາດ, ຕໍ່ຄວາມມຸ່ງມາດປາຖະ ໜາຂອງປະຊາຊົນ ແລະ ຮັບໃຊ້ສິດຜົນປະໂຫຍດຂອງປະຊາຊົນ, ນອກນີ້ແຕ່ລະໄລຍະພັກຍັງໄດ້ມີແນວທາງນະໂຍບາຍຫຼາຍດ້ານ, ການເປີດກວ້າງການຮ່ວມມືກັບຕ່າງປະເທດເປັນຕົ້ນບັນດາປະເທດເພື່ອນມິດໃນພາກພື້ນ ແລະ ສາກົນ ເພື່ອຍາດແຍ່ງເອົາການຊ່ວຍເຫຼືອມາພັດທະນາເສດຖະກິດ-ສັງຄົມຢູ່ປະເທດເຮົາ, ຊຸກຍູ້ການສຶກສາ, ສາທາ, ວັດທະນະທຳ, ລວມທັງສັງຄົມສົງເຄາະ ແລະ ປົກປ້ອງຜູ້ດ້ອຍໂອກາດ ແລະ ອ່ອນແອໃນສັງຄົມ, ການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບແມ່ນຄວາມສຳຄັນບຸລິມະສິດສູງ ກ່ຽວກັບການຮັບປະກັນສັນຕິພາບ, ຄວາມປອດໄພ, ຄວາມໝັ້ນຄົງຂອງຊາດ ແລະ ນຳພາປະເທດຊາດຈະເລີນຮຸ່ງເຮືອງສີວິໄລ, ມີຄວາມຍຸຕິທຳ, ປະຊາຊົນຢູ່ເຢັນເປັນສຸກ.

ຂ້າພະເຈົ້າໃນນາມສ່ວນຕົວຂໍໃຫ້ບັນດາທ່ານຈົ່ງຮັກສາມູນເຊື້ອອັນດີງາມ, ມູນເຊື້ອອັນພິລະອາດຫານທີ່ມີກຽດສະຫງ່າຂອງພັກປະຊາຊົນ ປະຕິວັດລາວ, ສືບຕໍ່ຜັນຂະຫຍາຍມູນເຊື້ອໃຫ້ໄດ້ຮັບຜົນດີ ແລະ ຂໍອວຍພອນໄຊອັນປະເສີດໃຫ້ແກ່ຜູ້ນຳພັກ-ລັດ, ທົ່ວພັກ, ທົ່ວລັດ, ທົ່ວປວງຊົນລາວເຮົາ ໃນໂອກາດວັນສ້າງຕັ້ງພັກ ຄົບຮອບ 68 ປີ ໃຫ້ປະສົບຜົນສຳເລັດໃນການດຳເນີນພາລະກິດການປ່ຽນແປງໃໝ່ທີ່ມີຄວາມໝາຍຄວາມສຳຄັນ ແລະ ມີລັກສະນະຮອບດ້ານເປັນພື້ນຖານສຳລັບການສືບຕໍ່ກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ.

“ພັກປະຊາຊົນປະຕິວັດລາວຈົ່ງໝັ້ນຍືນ”


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com