Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພິທີເຊັນຂໍ້ຕົກລົງຮ່ວມ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງ ແລະ ອົງການແນວລາວສ້າງຊາດແຂວງ .........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 18/03/2023 21:16:57 ຈຳ​ນວນ​​ຢ້ຽມ​ຊົມ 766 ຄັ້ງ

ພິທີລົງນາມເຊັນຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 16 ມີນາ ນີ້ ທີ່ຫ້ອງວ່າການແຂວງຄໍາມ່ວນ, ໃນນາມຕາງໜ້າຄະນະປະຈໍາສະພາປະຊາຊົນແຂວງ ເປັນກຽດລົງນາມເຊັນຂໍ້ຕົກລົງໃນຄັ້ງນີ້ ໂດຍ ທ່ານ ບຸນມີ ພິມມະສອນ ປະທານສະພາປະຊາຊົນແຂວງຄໍາມ່ວນ ແລະ ຕາງໜ້າອົງການປົກຄອງແຂວງ ເຊັນ ໂດຍ ທ່ານ ວັນໄຊ ພອງສະຫັວນ ເຈົ້າແຂວງຄໍາມ່ວນ, ສ່ວນຕາງໜ້າຄະນະປະຈໍາ ຄະນະກຳມະການແນວລາວສ້າງຊາດແຂວງຄໍາມ່ວນ ເຊັນໂດຍ ທ່ານ ພິດສະໄໝ ກອງຊາເດດ ປະທານແນວລາວສ້າງຊາດແຂວງ, ພ້ອມນັ້ນ ຍັງໄດ້ລົງນາມເຊັນ ຂໍ້ຕົກລົງວ່າດ້ວຍການປະສານງານຮ່ວມ ລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ກັບ ຫ້ອງວ່າການແຂວງ ຊຶ່ງໃຫ້ກຽດລົງນາມໂດຍ ທ່ານ ສະເຫຼີມສັກ ແກ້ວຈັນທະລາ ເລຂາທິການສະພາປະຊາຊົນແຂວງ ແລະ ທ່ານ ໝັ້ນຍືນ ຄິນສະໝອນ ຫົວໜ້າຫ້ອງວ່າການແຂວງຄໍາມ່ວນ. ໂດຍຊ້ອງໜ້າບັນດາທ່ານໃນຄະນະການນໍາຂອງແຂວງ, ຄະນະປະຈໍາສະພາປະຊາຊົນແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຕະຫຼອດຮອດຄະນະກອງບັນຊາການ ປກຊ-ປກສ ແຂວງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພິຍານ.

ຕາມຂໍ້ຕົກລົງຮ່ວມວ່າດ້ວຍການພົວພັນປະສານງານ ລະຫວ່າງ ສະພາປະຊາຊົນແຂວງຄໍາມ່ວນ ກັບ ອົງການປົກຄອງແຂວງຄໍາມ່ວນ ປະກອບມີ 4 ໝວດ, 15 ມາດຕາ, ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະປະຈໍາສະພາປະຊາຊົນແຂວງຄໍາມ່ວນ ກັບ ຄະນະປະຈໍາຄະນະກຳມະການແນວລາວສ້າງຊາດແຂວງຄໍາມ່ວນ ມີ 5

ໝວດ, 19 ມາດຕາ ແລະ ຂໍ້ຕົກລົງຮ່ວມວ່າດ້ວຍການປະສານງານ ລະຫວ່າງ ຄະນະເລຂາທິການສະພາປະຊາຊົນແຂວງຄໍາມ່ວນ ກັບ ຫ້ອງວ່າການແຂວງຄໍາມ່ວນ ມີ 5 ໝວດ, 22 ມາດຕາ, ທີ່ໄດ້ກຳນົດຫຼັກການ, ລະບຽບການ, ຂັ້ນຕອນ, ວິທີການ ແລະ ກົນໄກການພົວພັນປະສານງານຮ່ວມກັນ ເພື່ອເປັນເອກະພາບໃນຄວາມຮັບຜິດຊອບຂອງແຕ່ລະຝ່າຍ ບົນພຶ້ນຖານການຄົ້ນຄວ້າ, ສະໜອງຂໍ້ມູນ-ຂ່າວສານ, ອຳນວຍຄວາມສະດວກໃຫ້ແກ່ການຈັດຕັ້ງປະຕິບັດເຄື່ອນໄຫວວຽກງານໃຫ້ມີ ວ່ອງໄວ, ຮັດກຸມ ແລະ ທັນເວລາ.

ຈຸດປະສົງ ກໍເພື່ອແນໃສ່ຮັບປະກັນໃນການປະຕິບັດໜ້າທີ່ການເມືອງ, ການພົວພັນປະສານງານ ແລະ ທັງເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ, ໂດຍສະເພາະແມ່ນການຄົ້ນຄວ້າ ພິຈາລະນາວຽກງານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ, ການຕົກລົງບັນຫາສຳຄັນພຶ້ນຖານຂອງທ້ອງຖິ່ນ ແລະ ວຽກງານຕິດຕາມກວດກາທີ່ຈະນຳເຂົ້າພິຈາລະນາ, ຮັບຮອງໃນກອງປະຊຸມຄະນະປະຈໍາສະພາປະຊາຊົນຂັ້ນແຂວງ ແລະ ກອງປະຊຸມສະພາປະຊາຊົນຂັ້ນແຂວງ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ມີຜົນສຳເລັດສູງ.

ຂ່າວ-ພາບ: ມະນີວັນ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com