Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ພາລະກິດອັນພົ້ນເດັ່ນ ຂອງພັກປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 68 ປີ ຜ່ານມາ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 18/03/2023 21:21:50 ຈຳ​ນວນ​​ຢ້ຽມ​ຊົມ 732 ຄັ້ງ

(ຄັດຈາກເອກະສານໂຄສະນາ-ປາຖະກະຖາ ເສີມຂະຫຍາຍມູນເຊື້ອແຫ່ງການນໍາພາ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ເນື່ອງໃນໂອກາດວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 68 ປີ 22 ມີນາ 1955 - 22 ມີນາ 2023)

...............

ນັບຕັ້ງແຕ່ໄດ້ຮັບການສ້າງຕັ້ງຂຶ້ນ, ພັກກໍໄດ້ປະເຊີນໜ້າກັບຈັກກະພັດຊຶ່ງເປັນຈັກກະພັດແບບໃໝ່ທີ່ເຂັ້ມແຂງ, ແຕ່ພັກເຮົາກໍໄດ້ແບກຫາບເອົາພາລະກິດອັນໜັກໜ່ວງ ເພື່ອນໍາພາ-ຊີ້ນໍາປວງຊົນລາວທັງຊາດ ຕໍ່ສູ້ຕ້ານການຮຸກຮານ ຂອງຈັກກະພັດ ແລະ ລູກມືປະຕິການຂາຍຊາດຢ່າງດຸເດືອດຂ້ຽວຂາດກ້າວໄປເຖິງການປົດປ່ອຍປະເທດຊາດຢ່າງສົມບູນ ແລະ ສືບຕໍ່ນໍາພາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເປັນແຕ່ລະໄລຍະ ດັ່ງນີ້:

1. ພັກນໍາພາການຕໍ່ສູ້ປົດປ່ອຍຊາດ.

ໄລຍະປີ 1955 - 1958 ເປັນໄລຍະທີ່ພັກນໍາພາການຕໍ່ສູ້ ເພື່ອປະຕິບັດສັນຍາເຊີແນວ 1954, ເດັດດ່ຽວປົກປັກຮັກສາ 2 ແຂວງເຕົ້າໂຮມ ຫົວພັນ ແລະ ຜົ້ງສາລີ, ພັກເຮົາໄດ້ເພີ່ມທະວີການປັບປຸງ, ບຳລຸງສ້າງກຳລັງປະກອບອາວຸດ, ປັບປຸງພື້ນຖານການເມືອງ ແລະ ເສດຖະກິດ, ສົມທົບກັບການຂົນຂວາຍປຸກລະດົມການຕໍ່ສູ້ຢູ່ 10 ແຂວງ ເພື່ອທັບມ້າງກົນອຸບາຍ “ຍົວະເສືອເຂົ້າຖໍ້າ” ຂອງພວກລ່າເມືອງຂຶ້ນແບບ ໃໝ່ ໃນທີ່ສຸດພວກຈັກກະພັດຈໍາຕ້ອງຍອມເຊັນສັນຍາວຽງຈັນ ປີ 1957, ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ I ຂຶ້ນ ດ້ວຍການເຂົ້າຮ່ວມ ຂອງແນວລາວຮັກຊາດ.

ປີ 1959-1962 ພວກຈັກກະພັດ ແລະ ລູກມືໄດ້ອອກແຮງປາບປາມຂະບວນການປະຕິວັດ ຢ່າງປ່າເຖື່ອນ, ພວກເຂົາໄດ້ມ້າງລັດຖະບານປະສົມ, ປິດລ້ອມກອງພັນທີ 2 ຢູ່ທົ່ງໄຫຫີນ, ຈັບບັນດາຜູ້ນຳ ຂອງແນວລາວຮັກຊາດເຂົ້າຄຸກ, ແຕ່ພາຍໃຕ້ການນຳພາອັນສະຫຼາດສ່ອງໃສ ຂອງພັກ ກອງພັນທີ 2 ສາມາດຜ່າວົງລ້ອມໄດ້ຢ່າງປອດໄພ ແລະ ບັນດາຜູ້ນໍາປະຕິວັດທີ່ຖືກກັກຂັງ ຢູ່ຄຸກໂພນເຄັງ ກໍສາມາດແຫກຄຸກອອກມາໄດ້ຢ່າງມະຫັດສະຈັນ ໃນວັນທີ 24 ພຶດສະພາ 1960 ແລະ ປົດປ່ອຍທົ່ງໄຫຫີນ-ຊຽງຂວາງ ໄດ້ໃນເດືອນມັງກອນ 1961 ແລະ ປົດປ່ອຍຫຼວງນ້ຳທາໃນເດືອນພຶດສະພາ 1962 ພ້ອມທັງເປີດກວ້າງຖານທີ່ໝັ້ນ ແລະ ປົດປ່ອຍດິນແດນໄດ້ 2/3 ຂອງທົ່ວປະເທດ ເຮັດໃຫ້ດິນແດນ ເຂດປົດປ່ອຍຕິດລຽນຕໍ່ກັນແຕ່ເໜືອຮອດໃຕ້. ຍ້ອນພວກຈັກກະພັດຖືກປະລາໄຊຢ່າງໜັກໜ່ວງ ຈຳຕ້ອງຍອມເຊັນສັນຍາເຊີແນວ ກ່ຽວກັບລາວ ໃນວັນທີ 23 ກໍລະກົດ ປີ 1962 ແລະ ໄດ້ສ້າງຕັ້ງລັດຖະບານປະສົມແຫ່ງຊາດ ຄັ້ງທີ II ຂຶ້ນ.

ປີ 1972 ກອງປະຊຸມໃຫຍ່ ຄັ້ງທີ II ຂອງພັກໄດ້ເປີດຂຶ້ນ, ພັກໄດ້ວາງແນວທາງການຕໍ່ສູ້ ໃນຂອບເຂດທົ່ວປະເທດ. ປີ 1973 ຍ້ອນຖືກໂຈມຕີຢ່າງໜັກໜ່ວງ ຈັກກະພັດແບບໃໝ່ ແລະ ລູກມືຈຳຕ້ອງຍອມເຊັນສັນຍາວຽງຈັນ ກ່ຽວກັບການຟື້ນຟູສັນຕິພາບ ແລະ ປະຕິບັດຄວາມຖືກຕ້ອງປອງດອງຊາດ ຢູ່ລາວ ຄັ້ງທີ III ໃນວັນທີ 21 ກຸມພາ 1973. ສັນຍາດັ່ງກ່າວ ເປັນຂີດໝາຍແຫ່ງການປະລາໄຊຢ່າງສິ້ນເຊີງ ໃນສົງຄາມຮຸກຮານຂອງພວກລ່າເມືອງຂຶ້ນແບບໃໝ່ ຕໍ່ປະເທດເຮົາ. ຄຳສັ່ງຢຸດຍິງ ຢູ່ທົ່ວດິນແດນລາວໄດ້ມີຜົນສັກສິດ ນັບແຕ່ວັນທີ 22 ກຸມພາ 1973 ເປັນຕົ້ນໄປ. ໄຊຊະນະອັນຍິ່ງໃຫຍ່ດັ່ງກ່າວ ໄດ້ສ້າງເງື່ອນໄຂ ແລະ ເປັນໂອກາດອັນດີໃຫ້ແກ່ການປະຕິວັດປະເທດເຮົາກ້າວຂຶ້ນຍາດເອົາໄຊຊະນະຢ່າງສົມບູນ.

ນັບແຕ່ຕົ້ນເດືອນພຶດສະພາ 1975 ທ່າສະໜາມທັງສາມເຂດ (ເຂດປົດປ່ອຍ, ເຂດກວດກາ ຂອງຝ່າຍກົງກັນຂ້າມ ແລະ ເຂດເປັນກາງ) ໄດ້ໃຊ້ 3 ບາດຄ້ອນ ຍຸດທະສາດຄື: ການລຸກຮືຂຶ້ນ ຂອງປະຊາຊົນ, ການໜູນໜີບ ຂອງກຳລັງປະກອບອາວຸດປະຕິວັດ ແລະ ການລຸກຮືຂຶ້ນແຍກຕົວອອກ ຂອງທະຫານສັດຕູສົມ ທົບກັບປາຍແຫຼມ ຂອງການຕໍ່ສູ້ທາງດ້ານກົດໝາຍ. ຮອດຕົ້ນເດືອນກັນຍາ 1975 ທົ່ວປະເທດໄດ້ປະກາດລຶບລ້າງອໍານາດການປົກຄອງເກົ່າທັງໝົດ ແລະ ສ້າງຕັ້ງອໍານາດການປົກຄອງປະຕິວັດຂຶ້ນແທນໃນຂອບເຂດທົ່ວປະເທດ ແລະ ວັນທີ 2 ທັນວາ 1975 ໄດ້ປະກາດສ້າງຕັ້ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງສະຫງ່າຜ່າເຜີຍ.

2. ພັກນໍາພາປົກປັກຮັກສາ ແລະ ສ້າງສາປະເທດຊາດ (1975-1985)

ນັບແຕ່ປີ 1975 ເປັນຕົ້ນມາ ສປປ ລາວ ໄດ້ກ້າວເຂົ້າສູ່ໄລຍະໃໝ່ ຂອງການປະຕິວັດ, ພັກປະຊາຊົນປະຕິວັດລາວ ໄດ້ກາຍເປັນພັກກຳອຳນາດ ຊຶ່ງມີລັດປະຊາທິປະໄຕປະຊາຊົນ ເປັນເຄື່ອງມືອັນແຫຼມຄົມ ເພື່ອຄຸ້ມຄອງສັງຄົມ. ໃນເງື່ອນໄຂທີ່ເປັນພັກກຳອຳນາດ ທີ່ຕັ້ງ ແລະ ບົດບາດ ຂອງພັກ ໄດ້ມີການປ່ຽນແປງຄື: ພັກຍັງເປັນກອງນຳໜ້າທາງການເມືອງ ຂອງຊົນຊັ້ນກຳມະກອນ ແລະ ທັງເປັນຜູ້ນຳພາສັງຄົມ, ຄວາມຮັບຜິດຊອບຂອງພັກກໍເພີ່ມຂຶ້ນສູງກວ່າເກົ່າ, ພັກມີຄວາມຮັບຜິດຊອບ ຕໍ່ຊາຕາກຳ ຂອງຊາດຢ່າງຮອບດ້ານຄື:

- ພັກໄດ້ກຳນົດແນວທາງໜ້າທີ່ປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເຊິ່ງເປັນວຽກງານທີ່ສໍາຄັນ, ປຸກລະດົມປວງຊົນທັງຊາດເຮັດວຽກງານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ສາມາດປົກປັກຮັກສາເອກະ ລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງປະເທດໄວ້ໃຫ້ໝັ້ນຄົງ.

- ພັກໄດ້ເອົາໃຈໃສ່ນໍາພາແກ້ໄຂ ແລະ ຟື້ນຟູເສດຖະກິດ-ສັງຄົມ ໂດຍສຸມໃສ່ແກ້ໄຂສິ່ງເສດເຫຼືອ ຂອງສົງຄາມ ກໍຄືລະບອບສັງຄົມເກົ່າທີ່ປະໄວ້ ແລະ ຟື້ນຟູຊີວິດການເປັນຢູ່ ຂອງປະຊາຊົນ, ປັບປຸງວຽກງານວັດທະນາທໍາ-ສັງຄົມ ແລະ ປັບປຸງວຽກງານເສດຖະກິດ, ສືບຕໍ່ນໍາພາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ I (1981-1985) ໃຫ້ບບັນລຸຕາມຄາດໝາຍ.

- ພັກໄດ້ກຳນົດຍຸດທະສາດ ແລະ ຍຸດໂທບາຍ ດ້ານການພົວພັນຕ່າງປະເທດ ໃນແຕ່ລະໄລຍະຢ່າງຖືກຕ້ອງ, ໄດ້ນຳພາ-ຊີ້ນຳການດຳເນີນນະໂຍບາຍຕ່າງປະເທດຢ່າງສອດຄ່ອງ ເຮັດໃຫ້ປະເທດເຮົາມີເພື່ອນມິດທັງຢູ່ໃກ້ ແລະ ໄກ ນັບມື້ນັບຫຼາຍ, ບົດບາດ ຂອງປະເທດເຮົາໃນເວທີສາກົນ ກໍໄດ້ຮັບການເຊີດຊູນັບມື້ນັບສູງຂຶ້ນ.

- ພັກໄດ້ເປັນເຈົ້າການລິເລີ່ມນຳພາການປ່ຽນແປງໃໝ່ຢ່າງຮອບດ້ານ ແລະ ມີຫຼັກການ, ໄດ້ຮັບຜົນ ສຳເລັດອັນສຳຄັນຫຼາຍປະການທັງສ້າງປະຖົມປັດໄຈ ເພື່ອກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ.

3. ພັກນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ (1986-ປັດຈຸບັນ)

ນັບແຕ່ປີ 1986 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ໂດຍມີຜົນສຳເລັດອັນໃຫຍ່ຫຼວງ ດັ່ງນີ້: ສປປ ລາວ ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນລື່ນແຕ່ກ່ອນຢ່າງຈະແຈ້ງ. ອັນພົ້ນເດັ່ນແມ່ນຍອດຜະລິດຕະພັນພາຍໃນໄດ້ເພີ່ມຂຶ້ນເປັນແຕ່ລະໄລຍະຄື: ຊຸມປີ 1986-1990 ເພີ່ມຂຶ້ນ 4,8% ຕໍ່ປີ; 1991-1995 ເພີ່ມຂຶ້ນ 6,4% ຕໍ່ປີ; 1996-2005 ເພີ່ມຂຶ້ນ 6,2% ຕໍ່ປີ; 2006-2010 ເພີ່ມຂຶ້ນ 7,9% ຕໍ່ປີ; 2010-2015 ເພີ່ມຂຶ້ນ 7,9% ຕໍ່ປີ, 2016-2020 ເພີ່ມຂຶ້ນ 5,8% ຕໍ່ປີ ແລະ ປີ 2022 ເພີ່ມຂຶ້ນ 4,4%; ລາຍຮັບ ຂອງປະຊາຊົນ ກໍໄດ້ເພີ່ມຂຶ້ນເຊັ່ນ: ປີ 1985 ລາຍຮັບສະເລ່ຍ ຕໍ່ຫົວຄົນໄດ້ 114 ໂດລາ, ປີ 1995 ໄດ້ 380 ໂດລາ, ປີ 2006 ໄດ້ 534 ໂດລາ, ປີ 2010 ໄດ້ 1.069 ໂດລາ, ປີ 2015 ໄດ້ 1.970 ໂດລາ, ປີ 2020 ໄດ້ 2.664 ໂດລາ ແລະ ໃນປີ 2022 ໄດ້ 1.841 ໂດລາ ( ຕາມແຜນການ 2.503 ໂດລາ ) ສາເຫດບໍ່ໄດ້ຕາມແຜນການ ຍ້ອນເສດຖະກິດໂລກຖົດຖອຍ, ການແຜ່ລະບາດ ຂອງພະຍາດ ໂຄວິດ-19, ບັນຫາໄພເງິນເຟີ້ ແລະ ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຂອງປະເທດເຮົາ.

ປັດຈຸບັນທົ່ວປະເທດ ມີເມືອງພົ້ນທຸກ 53 ເມືອງ ເທົ່າກັບ 35,82%, ບ້ານພົ້ນທຸກ 4.792 ບ້ານ ເທົ່າກັບ 56,87% ແລະ ຄອບຄົວພົ້ນທຸກ 964.149 ຄອບຄົວ ເທົ່າກັບ 77,78%, ມີຄອບຄົວພັດທະນາ 736.996 ຄອບຄົວ ເທົ່າກັບ 59,44%, ບ້ານພັດທະນາ 747 ບ້ານ ເທົ່າກັບ 8,86%, ບ້ານໃຫຍ່ເປັນຕົວເມືອງນ້ອຍໃນຊົນນະບົດ 14 ບ້ານ ແລະ ເມືອງເຂັ້ມແຂງຮອບດ້ານ ຈໍານວນ 5 ເມືອງ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com