Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສູນກາງແນວລາວສ້າງຊາດ (ສນຊ) ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດ ແລະ ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ຂຶ້ນໃນວັນທີ 17 ມີນານີ້ ທີ່ ສນຊ ໂດຍການເປັນປະທານຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເລຂາຄະນະພັກ ປະທານ ສນຊ, ມີບັນດາຄະນະພັກ, ສະມາຊິກພັກກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ສິນລະວົງ ຄຸດໄພທູນ ໄດ້ຍົກໃຫ້ເຫັນປະຫວັດສາດແຫ່ງການກຳເນີດເຕີບໃຫຍ່ຂອງພັກ ປະຊາຊົນລາວໃນເມື່ອກ່ອນ ກໍຄືພັກປະຊາຊົນ ປະຕິວັດລາວໃນປັດຈຸບັນ ແລະ ບັນດາຜົນງານອັນໃຫຍ່ຫຼວງໃນການຊີ້ນຳ, ນຳພາທີ່ສະຫຼາດສ່ອງໃສຂອງພັກໃນຂະບວນການຕໍ່ສູ້ເພື່ອຍາດເອົາເອກະລາດແຫ່ງຊາດໃນເມື່ອກ່ອນ ຈົນສາມາດຍາດເອົາໄຊຍະນະຢ່າງສົມບູນໃນປີ 1975, ສຳເລັດການປະຕິວັດຊາດ ປະຊາທິປະໄຕ ແລະ ການນຳພາຂອງພັກໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດເປັນເວລາ 40 ກວ່າປີຜ່ານມາອັນໄດ້ເຮັດໃຫ້ປະເທດຊາດ ມີສະຖຽນລະພາບທາງດ້ານການເມືອງ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນເທື່ອລະກ້າວ, ບົດບາດຂອງພັກ,ລັດ ສປປ ລາວ ໄດ້ຮັບການເຊີດຊູນັບສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ຈາກນັ້ນໄດ້ຫວນຄືນເຫດການປະຫວັດສາດແຫ່ງການຕໍ່ສູ້ງຢ່າງພິລະອາດຫານຂອງນັກຮົບປະຕິວັດ ແລະ ປະຊາຊົນລາວໃນບັ້ນຮົບປ້ອງກັນຕົວເມືອງທ່າແຂກຈາກພວກລ່າເມືອງຂຶ້ນແບບເກົ່າ ຮຸກຮານໃນວັນທີ 21 ມີນາ 1946 ຊຶ່ງໄດ້ກາຍເປັນກະແສຟອງປຸກລະດົມນ້ຳໃຈຮັກຊາດ, ຄຽດແຄ້ນສັດຕູຂອງປະຊາຊົນລາວບັນດາເຜົ່າພ້ອມກັນລຸກຮືຂຶ້ນຢ່າງເປັນຂະບວນຕໍ່ສູ້ ຕ້ານການຮຸກຮານຂອງພວກລ່າເມືອງຂຶ້ນແບບເກົ່າ.
ການປາຖະກະຖາໃນຄັ້ງນີ້ ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານ ສນຊ ເຊື່ອມຊຶມ ຮັບຮູ້ເຂົ້າໃຈ ກ່ຽວກັບວິລະກຳອັນລ້ຳເລີດ, ທາດແທ້ ແລະ ອຸດົມການຂອງພັກຕະຫຼອດໄລຍະ 60 ກວ່າປີຜ່ານມາ ແລະ ເຫັນໄດ້ການປະກອບສ່ວນຂອງນັກຮົບປະຕິວັດ ແລະ ປະຊາຊົນລາວໃນການຕໍ່ສູ້ຢ່າງພິລະອາດຫານຕ້ານພວກຮຸກຮານຕ່າງຊາດ ເພື່ອຍາດເອົາເອກະລາດແຫ່ງຊາດມາໃຫ້ແກ່ປະຊາຊົນເຮົາ.
ໂອກາດນີ້, ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານ ສນຊ ໄດ້ຂຶ້ນມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນປະຈຳປີ 2022 ຈຳນວນ 8 ໜ່ວຍພັກປະກອບມີ: ໜ່ວຍຫ້ອງການ, ກົມກວດກາ, ກົມຈັດຕັ້ງ ແລະ ພະນັກງານ, ກົມໂຄສະນາ, ກົມຊົນເຜົ່າ, ກົມສາສະໜາ, ກົມຊັ້ນຄົນ-ການຈັດຕັ້ງສັງຄົມ ແລະ ສູນຝຶກອົບຮົມ. ຕອນທ້າຍພິທີຍັງໄດ້ມີການປະກາດເລື່ອນຕຳແໜ່ງບໍລິຫານຂັ້ນພະແນກ ແລະ ສັບຊ້ອນບ່ອນປະຈຳການຂອງພະນັກງານຫ້ອງການບັນດາກົມ, ສູນຝຶກອົບຮົມຈຳນວນໜຶ່ງ.
ຂ່າວ-ພາບ: ບຸນຕອມ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com