Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ ແລະ ວັດທະນະທຳ-ສັງຄົມ ໄດ້ໃຫ້ກຽດໂອ້ລົມເນັ້ນຕໍ່ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳປີ 2022 ແລະ ທິດທາງແຜນການປີ 2023 ແລະ ຂະບວນການແຂ່ງຂັນຮັກຊາດ-ພັດທະນາຮອດປີ 2025 ພາຍໃຕ້ຫົວຂໍ້ “ສ້າງການຫັນປ່ຽນຢ່າງແຂງແຮງວຽກງານສາທາລະນະສຸກໃນເງື່ອນໄຂໃໝ່” ໃນວັນທີ 17 ມີນາ ຜ່ານມານີ້ ທີ່ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ. ໂດຍການເປັນປະທານຂອງ ທ່ານ ບຸນແຝງ ພູມມະໄລສິດ ກໍາມະການສູນກາງພັກ ລັດຖະມົນຕີກະຊວງສາທາລະນະສຸກ; ມີຮອງລັດຖະມົນຕີ, ຮອງຫົວໜ້າອົງການ, ຮອງເຈົ້າແຂວງ , ຮອງເຈົ້າຄອງນະຄອນຫຼວງວຽງຈັນ, ມີຜູ້ຕາງຈາກອົງການພັກ-ລັດ, ພະນັກງານອາວຸໂສບໍານານ, ອະດີດການນໍາກະຊວງສາທາລະນະສຸກ ພ້ອມດ້ວຍພະນັກງານແພດ-ໝໍເຂົ້າຮ່ວມ.
ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກບາງຕອນສຳຄັນເພື່ອສ້າງການຫັນປ່ຽນຢ່າງແຂງແຮງວຽກງານສາທາລະນະສຸກໃນເງື່ອນໄຂໃໝ່ ຊຶ່ງກ່ອນອື່ນທ່ານໄດ້ຕາງໜ້າໃຫ້ລັດຖະບານ ກໍຄືໃນນາມສ່ວນຕົວສະແດງຄວາມຍ້ອງຍໍ- ສັນລະເສີນຜົນງານທີ່ພະນັກງານຂະແໜງສາທາລະນະສຸກຍາດມາໃນໄລຍະຜ່ານມາຢ່າງສຸດໃຈ. ຄຽງຄູ່ກັບດ້ານດີຜົນງານກໍຍັງມີຈຸດອ່ອນຄົງຄ້າງຈຳນວນໜຶ່ງ ທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ປັບປຸງໃຫ້ມີການຫັນປ່ຽນຢ່າງແຂງແຮງ ເລິກເຊີ່ງ ແລະ ຮອບດ້ານ ເພື່ອສຸມໃສ່ເຮັດໃຫ້ບັນດາແຜນງານ, ໂຄງການທີ່ຍັງບໍ່ສຳເລັດ ໃຫ້ສືບຕໍ່ປະຕິບັດໃຫ້ບັນລຸຕາມຈຸດປະສົງຄາດໝາຍທີ່ວາງໄວ້ ເປັນຕົ້ນ: (1) ພະນັກງານສະມາຊິກພັກ ໃນຂະແໜງສາທາລະນະສຸກຈຳນວນໜຶ່ງ ບໍ່ທັນກຳແໜ້ນເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດຢ່າງເລິກເຊີ່ງ ຍ້ອນການນຳພາດ້ານການເມືອງແນວຄິດບໍ່ທັນແທດເຖິງ, ເລິກເຊິ່ງ ແລະ ປົກກະຕິຕໍ່ເນື່ອງ; (2) ການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະນໍາແຕ່ລະຂັ້ນບໍ່ແທດເຖິງ; (3) ກົນໄກການຊີ້ນຳ-ມອບວຽກບໍ່ທັນຈະແຈ້ງໂລງລ່ຽນລວມທັງການຕິດຕາມ ກວດກາການເຄື່ອນໄຫວວຽກງານຂອງຂັ້ນລຸ່ມບໍ່ທັນເປັນປົກກະຕິ ແທດເຖິງເທົ່າທີ່ຄວນ, (4) ການກໍ່ສ້າງ ແລະ ການພັດທະນາບຸກຄະລາກອນ ດ້ານສາທາະລະນະສຸກຈາກໂຮງຮຽນ, ຈາກສະຖາບັນການສຶກສາຈຳນວນໜຶ່ງບໍ່ທັນຮັບປະກັນຄຸນນະພາບ, (5) ການປັບປຸງ, ຈັດວາງຕຳແໜ່ງງານ ຍັງບໍ່ທັນເປັນລະບົບບາງອັນຕິດພັນກັບຜົນປະໂຫຍດ, (6) ການເຄື່ອນໄຫວວຽກງານຮັບໃຊ້ການບໍລິການຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ, ຈໍານວນໜຶ່ງຍັງເນັ້ນການເຮັດວຽກບໍລິຫານ, ຖືເບົາວິຊາສະເພາະ ແລະ ຈັນຍາບັນ-ຈັນຍາທຳແພດໝໍ, ບາງດ້ານເອື່ອຍອີງໃສ່ກັນ ແລະ ຫັວງຜົນປະ ໂຫຍດ, ຍັງເກີດຫາງສຽງຈົ່ມວ່າຂອງປະຊາຊົນຫຼາຍຢູ່ ແລະ ອື່ນໆ. ໃນປີ 2023 ເປັນປີທີ່ມີຄວາມໝາຍສຳຄັນເພາະເປັນປີກາງສະໄໝ; ປີສຸດທ້າຍຂອງການປະຕິບັດ 2 ວາລະແຫ່ງຊາດ. ສະນັ້ນ, ເພື່ອເປັນທິດທາງໃນການແກ້ໄຂຈຸດອ່ອນຄົງຄ້າງຢ່າງເດັດດ່ຽວ ແລະ ວາງແຜນການໃນແຕ່ລະໄລຍະໃຫ້ຖຶກຕ້ອງສອດຄ່ອງ. ດັ່ງນັ້ນ, ເພື່ອເປັນທິດໃນການນໍາໄປປັບປຸງວຽກງານໃນຕໍ່ໜ້າໃຫ້ມີການພັດທະນາ ຕ້ອງເອົາໃຈໃສ່ດັ່ງນີ້:
ເພີ່ມທະວີການນຳພາຕົວຈິງທີ່ເຂັ້ມແຂງ ຂອງພັກ, ຍົກສູງຄວາມສາມາດນຳພາ ແລະ ລັກສະນະນຳໜ້າຂອງຄະນະນະພັກ: ເອົາໃຈໃສ່ການກໍ່ສ້າງພັກທາງດ້ານການເມືອງ, ໂດຍນຳໃຊ້ຫຼາຍຮູບການ, ວິທີການທີ່ອຸດົມສົມບູນ ສອດຄ່ອງເໝາະສົມ ເພື່ອສຶກສາອົບຮົມໃຫ້ພະນັກງານ, ສະມາຊິກພັກໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນເຊື່ອມຊຶມແນວທາງ, ແຜນນະ ໂຍບາຍ, ມະຕິຄຳສັ່ງຂອງພັກ, ລະບຽບກົດໝາຍຂອງລັດໃນແຕ່ລະໄລຍະ; 2. ຕ້ອງໄດ້ເອົາໃຈໃສ່ໃນການປັບປຸງກົງຈັກໃຫ້ກະທັດຮັດ, ຖືກທິດ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານລ່ອງຊ່ອງໄປລວງດຽວກັນ. ສ້າງກົນໄກການປະສານງານພາຍໃນ ແລະ ພາຍນອກຢູ່ສູນກາງ, ຢູ່ໂຮງໝໍ ແລະ ຢູ່ພາກສະໜາມ ລວມເຖິງບັນດາກົມກອງຊ່ວຍໜູນອ້ອມຂ້າງກະຊວງ ໃຫ້ມີຄວາມເປັນເອກະພາບສູງຫຼີກລ່ຽງຫາງສຽງບໍ່ດີ ທີ່ເປັນຜົນກະທົບຕໍ່ວຽກງານຂະແໜງການ ກໍຄືຜົນປະໂຫຍດລວມຂອງປະເທດຊາດ; 3. ເອົາໃຈໃສ່ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກທີ່ວ່າ: ສືບຕໍ່ຢຶດໝັ້ນການປະຕິບັດນະໂຍບາຍສາທາລະນະສຸກທົ່ວປວງຊົນ ຕາມທິດຖືເອົາການອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບ ເປັນຕົ້ນຕໍ; ຖືເອົາການບໍລິການປິ່ນປົວ ແລະ ສະໜອງການບໍລິການສຸຂະພາບຢ່າງທົ່ວເຖິງ, ມີຄຸນນະພາບ, ຍຸຕິທໍາ ໂດຍເລັ່ງໃສ່ຈັດຕັ້ງປະຕິບັດ 8 ແຜນງານ ແລະ 133 ໂຄງການ ຄວບຄູ່ກັບການຈັດຕັ້ງປະຕິບັດແຜນປະຕິຮູບສາທາລະນະສຸກໄລຍະ III (2021-2025). ເພື່ອເປັນທິດໃນການຈັດຕັ້ງປະຕິບັດແຜນພັດທະນາສາທາລະນະສຸກ 5 ປີຄັ້ງທີ IX (2021-2025) ໃນແຕ່ລະດ້ານທີ່ໄດ້ວາງອອກ; ພ້ອມນີ້ ທ່ານຮອງນາຍົກໄດ້ຮຽກຮ້ອງໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ນຳເອົາເນື້ອໃນຈິດໃຈຂອງກອງປະຊຸມຄັ້ງນີ້ໄປຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕາມຈຸດປະສົ່ງຄາດໝາຍທີ່ວາງໄວ້. ເຊື່ອໝັ້ນຢ່າງໜັກແໜ້ນວ່າ ພາຍໃຕ້ການນຳພາຂອງຄະນະພັກຂັ້ນສູນກາງ ແລະ ທ້ອງຖິ່ນ ຂະແໜງການສາທາລະນະສຸກ ພ້ອມກັນເສີມຂະຫຍາຍມູນເຊື້ອອັນດີງາມ ຕິດພັນກັບການຍົກສູງຄວາມຜິດຊອບການເມືອງ ແລະ ການປະກອບສ່ວນຂອງທຸກພາກສ່ວນພາຍໃນ ແລະ ຕ່າງປະເທດ, ພາກລັດ ແລະ ເອກະຊົນ ພວກເຮົານັກຮົບເສື້ອຂາວ ພ້້ອມເສຍສະຫຼະ ເພື່ອປະຊາຊົນ ແລະ ປະເທດຊາດ ຈະເຮັດສຳເລັດພາລະໜ້າທີ່ ທີ່ສຳຄັນຫຍຸ້ງຍາກ ແຕ່ມີກຽດສະຫງ່າທີ່ພັກ-ລັດ ມອບໝາຍໃຫ້.
ຂ່າວ-ພາບ: ຍຸພິນທອງ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com