Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
(ຄັດຈາກເອກະສານ ໂຄສະນາ-ປາຖະກະຖາເສີມຂະຫຍາຍມູນເຊື້ອແຫ່ງການນໍາພາ ຂອງພັກ
ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ຢ່າງແຂງແຮງ ແລະ ເລິກເຊິ່ງ ເນື່ອງໃນໂອກາດວັນສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 - 22 ມີນາ 2023)
ໃນຖານະທີ່ເປັນພັກກໍາອໍານາດ ຊຶ່ງຖືກບັນຍັດໄວ້ໃນລັດຖະທໍາມະນູນແຫ່ງ ສປປ ລາວ. ສະນັ້ນ ໃນເມື່ອເປັນພັກກໍາອໍານາດແລ້ວ ພັກຕ້ອງຖືສໍາຄັນການເຕົ້າໂຮມກໍາລັງແຮງ ຂອງທຸກຊັ້ນຄົນໃນສັງຄົມເຂົ້າໃນການພັດທະນາໃຫ້ມີຜົນສໍາເລັດ; ຕ້ອງຢຶດໝັ້ນໃນລັກສະນະຊົນຊັ້ນ ຂອງພັກ, ເສີມສ້າງຄວາມສາມັກຄີປອງດອງ ລະຫວ່າງ ຊົນຊັ້ນ ແລະ ຊັ້ນຄົນໃນສັງຄົມ. ການຜັນຂະຫຍາຍມູນເຊື້ອ ແລະ ທາດແທ້ ຂອງພັກເຮົາ ເຂົ້າໃນການຈັດຕັ້ງປະຕິບັດພາລະກິດປ່ຽນແປງໃໝ່ໃຫ້ມີຜົນສໍາເລັດ ແມ່ນໜ້າທີ່ຂອງໝົດທຸກຄົນ ໂດຍສະເພາະແມ່ນຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ຕ້ອງເປັນເຈົ້າການນໍາພາຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມແນວຄິດ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນຊັ້ນຄົນຕ່າງໆ ດັ່ງນີ້:
1. ສຶກສາອົບຮົມຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາພາ ຂອງພັກ.
2. ຕັ້ງໜ້າປຸກລະດົມຂົນຂວາຍການເຄື່ອນໄຫວຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ຂອງລັດ ໃຫ້ປະກົດຜົນເປັນຈິງ.
3. ຍູ້ແຮງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາໃຫ້ແຂງແຮງ ແລະ ຍົກສູງຈິດໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
4. ສຸມໃສ່ແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ ທີ່ປະເທດເຮົາພວມປະເຊີນຢູ່ໃຫ້ເຂົ້າສູ່ສະພາບປົກກະຕິໂດຍໄວ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ໃຫ້ສໍາເລັດຕາມຄາດໝາຍ, ທັງເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມຄາດໝາຍ ແລະ ລື່ນຄາດໝາຍ.
5. ເສີມຂະຫຍາຍຄວາມສາມັກຄີເປັນປຶກແຜ່ນທົ່ວປວງຊົນລາວພາຍໃຕ້ຮົ່ມທຸງ ຂອງພັກ ແລະ ເອົາໃຈໃສ່ແກ້ໄຂສິ່ງຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນ ຢູ່ໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມ.
6. ຕັ້ງໜ້າປັບປຸງພາຍໃນພັກໃຫ້ເປັນພັກກໍາອໍານາດທີ່ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ຍົກສູງຄວາມເປັນແບບຢ່າງນໍາໜ້າ ຂອງພະນັກງານ, ສະມາຊິກພັກ ເພື່ອສ້າງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈ ຂອງມະຫາຊົນ.
7. ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມ ຂອງພັກ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານ ຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ສໍາເລັດຕາມແຜນການ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ອົງຄະນະພັກຂັ້ນ ຂອງຕົນ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ເພື່ອບັນລຸຕາມຄາດໝາຍທີ່ພັກວາງອອກນັ້ນ ຈະຕ້ອງໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານການເມືອງ - ແນວຄິດຢ່າງຕັ້ງໜ້າແນໃສ່ສ້າງສະຕິບຸກຄົນ ແລະ ສະຕິສັງຄົມໃຫ້ສອດຄ່ອງກັບແນວທາງ ຂອງພັກ, ຄືດັ່ງຄໍາເຫັນຊີ້ນໍາບາງຕອນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປ ລາວ ທີ່ມີ ຕໍ່ກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ວ່າ: “ຖ້າຖືວຽກງານການເມືອງ-ແນວຄິດປຽບເໝືອນສະໜາມຮົບ ແນ່ນອນຕ້ອງເວົ້າເຖິງການຕໍ່ສູ້, ການຕໍ່ສູ້ໃນທີ່ນີ້ ແມ່ນການຕໍ່ສູ້ ລະຫວ່າງ ອັນຖືກ ກັບອັນຜິດ ຢູ່ໃນກະໂຕສະມາຊິກພັກເຮົາ; ສະນັ້ນ ຄວາມຖືກຕ້ອງ, ຄວາມເປັນທໍາ ຕ້ອງຕີຖອຍແນວຄິດທີ່ຜິດເຂວອອກໄປ, ສຸດທ້າຍແນວຄິດທີ່ຖືກຕ້ອງ, ການກະທໍາທີ່ຖືກຕ້ອງ ເອົາຊະນະແນວຄິດທີ່ບໍ່ຖືກຕ້ອງ ແລະ ຜິດເຂວນັ້ນ, ພ້ອມທັງເດັດດ່ຽວບໍ່ປະປ່ອຍໃຫ້ຄວາມຄິດ ແລະ ການກະທໍາທີ່ບໍ່ຖືກຕ້ອງກືນກິນເນື້ອທີ່ ແລະ ຄອບງໍາມັນສະໝອງ ຫຼື ແນວຄວາມຄິດ ຂອງສະມາຊິກພັກ ແລະ ປະຊາຊົນເຮົາເປັນອັນຂາດ”.
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com