Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ທ່ານປະທານປະເທດ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 14:43:50 ຈຳ​ນວນ​​ຢ້ຽມ​ຊົມ 676 ຄັ້ງ

ໃນວັນທີ 22ມີນາ ນີ້,ທ່ານ ທອງລຸນ ສີສຸລິດ ປະທານປະເທດ ພ້ອມຄະນະເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຄຳມ່ວນ ໂດຍມີ ທ່ານ ວັນໄຊ ພອງສະຫວັນ ເລຂາພັກແຂວງເຈົ້າແຂວງຄຳມ່ວນ ພ້ອມພະນັກງານຫຼັກແຫຼ່ງໃຫ້ການຕ້ອນຮັບ ພ້ອມລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ທ່ານປະທານປະເທດໄດ້ຮັບຊາບ. ໂດຍລວມແຂວງຄຳມ່ວນ ຍັງຮັກສາໄດ້ຄວາມໜັກແໜ້ນທາງດ້ານເມືອງ,ມີຄວາມໝັ້ນຄົງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ ປະຊາຊົນທຳມາຫາກິນ ແລະ ມີການພັດທະນາຂຶ້ນໄປເລື້ອຍໆ,ດ້ານວຽກງານພັດທະນາຊົນນະບົດລຶບລ້າງຄວາມທຸກຍາກທົ່ວແຂວງມີ 10 ເມືອງ, 570 ບ້ານ, ມີ 82.801 ຄອບຄົວ, ມີພົນລະເມືອງ 425.574 ຄົນຍິງ 216.721 ຄົນ, ມີ 5 ເມືອງພົ້ນທຸກ ຄື: ເມືອງທ່າແຂກ, ເມືອງມະຫາໄຊ, ເມືອງໜອງບົກ, ເມືອງຫີນບູນ ແລະ ເມືອງຍົມມະລາດ. ບ້ານພົ້ນທຸກມີ 366 ບ້ານ, ຄອບຄົວພົ້ນທຸກ 59.707 ຄອບຄົວ, ຄອບຄົວພັດທະນາ 48.488 ຄອບຄົວ, ໄດ້ສຸມໃສ່ກໍ່ສ້າງ ແລະ ຂະຫຍາຍພື້ນຖານໂຄງລ່າງທາງດ້ານການສຶກສາເພີ່ມຂຶ້ນ ຕິດພັນກັບການປັບປຸງຄຸນນະພາບການສຶກສາ, ອັນພົ້ນເດັ່ນແມ່ນສໍາເລັດການກໍ່ສ້າງໂຮງຮຽນມັດທະຍົມວິຊາຊີບຕົວແບບ, ປະຕິບັດຄາດໝາຍການພັດທະນາແບບຍືນຍົງ.

ໂອກາດດັ່ງກ່າວ ທ່ານປະທານປະເທດໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນສຳເລັດທີ່ແຂວງຍາດໄດ້ ແລະໄດ້ເນັ້ນໃຫ້ການນຳແຂວງເອົາໃຈໃສ່ສືບຕໍ່ເພີ່ມທະວີໃນການພັດທະນາແຂວງໄປຄຽງຄູ່ກັບການຮັບປະກັນຢ່າງຮອບດ້ານໂດຍສະເພາຕ້ອງຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມ ຕິດພັນກັບສອງວາລະແຫ່ງຊາດໃຫ້ບັນລຸຕາມຄາດໝາຍທີ່ໄດ້ວາງໄວ້, ເປັນຕົ້ນການສະກັດ ແລະ ແກ້ໄຂບັນຫາຢາເສບ, ການແກ້ໄຂການຄ້າເຖື່ອນ ແລະ ປະກົດຫຍໍ້ຕ່າງໆພາຍໃນແຂວງໃຫ້ຫຼຸດນ້ອຍຖອຍລົງ, ເອົາໃຈໃສ່ສຶກສາອົບວຽກງານການເມືອງແນວຄິດໃຫ້ສະມາຊິກພັກພະນັກງານ ແລະ ປະຊາຊົນໃນທົ່ວສັງຄົມມີຄວາມອຸ່ນອ່ຽນທຸ່ນທ່ຽງ, ຢຶດໝັ້ນໃນອຸດົມການຂອງພັກເຮົາ ແລະ ຕັ້ງໜ້າປະກອບສ່ວນເຂົ້າໃການພັດທະນາແຂວງໃຫ້ມີບາດກ້າວໃໝ່, ພ້ອມນີ້ເອົາໃຈໃສ່ຂຸດຄົ້ນທ່າແຮງບົ່ມຊ້ອນຂອງແຂວງທີ່ມີເປັນຕົ້ນດ້ານກະສິກຳ-ອຸດສາຫະກຳບໍ່ແຮ່, ແລະ ການທ່ອງທ່ຽວ, ຫັນລົງກໍ່ສ້າງຮາກຖາກການເມືອງໃຫ້ເຂັ້ມແຂງ, ສ້າງເງື່ອນໄຂໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ຮູ້ວິທີທຳມາຫາກິນ, ຮູ້ຜະລິດເປັນສິນຄ້າ, ເພື່ອສ້າງລາຍຮັບໃຫ້ຕົນເອງ, ພ້ອມກັນນີ້ກໍເອົາໃຈໃສ່ດຶງດູດເອົາການລົງທຶນຈາກຕ່າງປະເທດເຂົ້າມາລົງທຶນໃຫ້ຫຼາຍຂຶ້ນ ແລະ ຄຸ້ມຄອງໃຫ້ຮັດກຸມເພື່ອເຮັດໃຫ້ບັນດາໂຄງການໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ, ໃຫ້ທິດຊີ້ນຳນີ້ທາງຄະນະໄດ້ໄປຢ້ຽມຢາມປະຊາຊົນບ້ານອີ່ຕູ່ ຊຶ່ງເປັນບ້ານທີ່ປະຊາຊົນເຮັດການຜລິດປູກເຂົ້າສອງລະດູເປັນສ່ວນຫຼາຍ ໃນປີ 2022 ປະຊາຊົນສາມາດປູກເຂົ້ານາປີໄດ້ 1.498 ເຮັກຕາ ແລະ ປູກເຂົ້ານາແຊງໄດ້ 1.393 ເຮັກຕາ, ລວມ1.152 ໂຕນ, ສາມາດຂາຍເປັນສິນຄ້າປະມານ 868 ໂຕນ, ຄິດເປັນມູນຄ່າປະມານ 5 ກວ່າລ້ານກີບ, ນອກນັ້ນປະຊາຊົນຍັງໄດ້ປູກພືດເປັນສິນຄ້າຕື່ມຊຶ່ງປະກອບມີຜັກ, ສາລີ ແລະ ອື່ນໆ ຕາມເງື່ອນໄຂ, ແລະ ໄປຢ້ຽມຢາມຜູ້ປະກອບການຟາມລ້ຽງປາ ຂອງບໍ​ລິ​ສັດ ສົມ​ພອນ​ໄຊ ລ້ຽງ​ປາ​ກະ​ຊັງ ຈຳ​ກັດໂດຍເລີ່ມແຕ່​ປີ 2015 ຟາມດັ່ງກ່າວໄດ້​ເລີ່ມ​ລ້ຽງ​ປາ​ກະ​ຊັງ​ຢູ່​ຕາມ​ສາຍ​ນ້ຳ​ຂອງ ເຂດ​ບ້ານ​ທ່າ​ແຂກ​ໃຕ້ ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ, ​ລັກ​ສະ​ນະການ​ລ້ຽງແບບ​ຄອບ​ຄົວ, ເລີ່ມ​ຕົ້ນ​ໃນ​ການ​ລ້ຽງ​ມີ​ຈຳ​ນວນ 15 ກະ​ຊັງ ຕໍ່​ມາເຫັນ​ວ່າ​ກິດ​ຈະ​ການ​ດັ່ງ​ກ່າວ​ມີ​ແນວ​ທາງໃນການຂະຫຍາຍຕົວດີ​ ​ຈຶ່ງ​ໄດ້​ມີ​ການ​ຂະ​ຫຍາຍ​ກິດ​ຈະ​ການ ໂດຍ​ໄດ້ເພີ່ມ​ຈຳ​ນວນ​ກະ​ຊັງ​ຂຶ້ນ ເປັນ 30 ກະ​ຊັງ,ຜ່ານ​ການ​ລ້ຽງ​ຕົວ​ຈິງ​ມາ​ຮອດ​ໄລ​ຍະ​ໜຶ່ງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຜູ້​ບໍ​ລິ​ໂພກ ​ພາຍ​ໃນ​ເພີ່ມ​ຂຶ້ນ​. ຫຼັງ​ຈາກນັ້ນ ໃນ​ປີ 2019-2020 ​ຈຶ່ງ​ໄດ້ຊອກຄູ່ຮ່ວມ​ລົງ​ທຶນ ເພື່ອ​ສ້າງ​ເງື່ອນ​ໄຂ​ໃນ​ການ​ ​ສືບ​ຕໍ່​ຂະ​ຫຍາຍ​ການລ້ຽງ​ປາ​ກະ​ຊັງ​ແບບ​ເປັນ​ຟາມ​​ໃຫ້ໃຫຍ່​ຂຶ້ນກວ່າ​ເກົ່າ. ປັດ​ຈຸ​ບັນໄດ້​ມີ​ກະ​ຊັງປາ​ທັງ​ໝົດ 160 ກະ​ຊັງ, ຄືລ້ຽງປານິນ ແລະ ປາດຸກ.ເວລາຮອບວຽນໃນການລ້ຽງແມ່ນ 5-6 ເດືອນ, ໄລຍະເດືອນທຳ​ອິດ ປາຈະມີນໍ້າໜັກ ສະ​ເລ່ຍ 10 ​ໂຕ/ 1 ກິ​ໂລ ແລະ ໄລ​ຍະ​ສອງເດືອນສຸດທ້າຍ ປາ​ຈະ​ມີ​ນ້ຳ​ໜັກ​ປະ​ມານ 1 ​ໂຕ/ກິ​ໂລ, ລູກ​ປາ ລາ​ຄາ 1.000-1.200 ກີບ (ແລ້ວ​ແຕ່​ຂະ​ໜາດ​ນ້ອຍ​ໃຫຍ່), ໃຊ້​ຫົວ​ອາ​ຫານ​ສະເລ່ຍປະ​ມານ 200 ກະ​ສອບ/1 ກະຊັງ, ​ຜົນ​ຜະ​ລິດໄດ້​ສະ​ເລ່ຍ​ປະ​ມານ 1.800 ຫາ 2.000 ກິໂລ, ກະ​ຊັງ​ໜຶ່ງ ໃຊ້​ງົບ​ປະ​ມານໃນ​ການ​ສ້າງ​ສະ​ເລ່ຍ ປະ​ມານ 10 ລ້ານ​ກີບ/ກະ​ຊັງ, ມີ​ອາ​ຍຸ​ການ​ໃຊ້​ງານ ປະ​ມານ 5 ປີ ຕ້ອງ​ໄດ້​ຮັບ​ການ​ປັບ​ປຸງ​ສ້ອມ​ແປງ, ສຳ​ລັບ​ຮູບ​ແບບ​ການ​ຈຳ​ໜ່າຍແມ່ນ​ຈຳ​ໜ່າຍ​ພາຍ​ໃນ​ເທດ​ສະ​ບານ ແລະ ບັນ​ດາເມືອງພາຍ​ໃນ​ແຂວງ

ຂ່າວ: ຄຳມ່ວນ

 


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com