Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຊີ້ແຈງກໍລະນີຂົວຫ້ວຍກັນຈານ ເມືອງສະໜາມໄຊ ຫັກ .......

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 22:09:56 ຈຳ​ນວນ​​ຢ້ຽມ​ຊົມ 457 ຄັ້ງ

ທ່ານ ບົວໄຂ ຊາວພູທອນ ຫົວໜ້າໂຄງການ ກໍ່ສ້າງເສັ້ນທາງ 18 A ໄລຍະ 1 ພະແນກຄົມມະນາຄົມ ແລະ ຂົນສົ່ງ (ຍທຂ) ແຂວງ ອັດຕະປື ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນແຂວງໃນຄັ້ງວັນທີ 22 ມີນາ ຜ່ານມານີ້ວ່າ: ໂດຍອີງໃສ່ບົດບັນທຶກລະຫວ່າງພະແນກ ຍທຂ ແຂວງ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ແຂວງ ໄດ້ບັນທຶກລົງໃນວັນທີ 10 ມີນາ 2023​ ເລື່ອງການຄົ້ນຄວ້າປຶກສາຫາລືກ່ຽວກັບການຂົນສົ່ງໄມ້ທ່ອນອອກຈາກສະໜາມ 2 ເຂົ້າໂຮງງານ ໂດຍແມ່ນໄມ້ທ່ອນທີ່ຮັບການອະນຸຍາດຂຸດຄົ້ນຈາກເຂດແລວນໍ້າທີ່ຮັບຜົນກະທົບຈາກສັນເຂື່ອນເຊປຽນ-ເຊນໍ້ານ້ອຍແຕກ ໃນຄັ້ງວັນທີ 23 ເດືອນກໍລະກົດ ປີ 2018 ຜ່ານມາ ຊຶ່ງມີບໍລິມາດຂົນສົ່ງໄມ້ທ່ອນທັງໝົດ 94 ພັນແມັດກ້ອນ. ໃນນັ້ນ, ມີໄມ້ເຂດເມືອງສະໜາມໄຊ 79 ພັນເມັດກ້ອນ ແລະ ເຫັນດີຂົນສົ່ງຜ່ານເສັ້ນທາງຫຼວງທ້ອງຖິ່ນ 9004 (ເປັນທາງດິນແດງ) ແລະ ທາງຫຼວງ 18 A. ໃນເວລາຂົນສົ່ງຫາກກໍລະນີມີຂົວຫັກ, ເສັ້ນທາງເປ່ເພເສຍຫາຍ ບໍ່ສາມາດສັນຈອນໄດ້ແມ່ນມອບໃຫ້ບໍລິສັດຂົນສົ່ງເປັນຜູ້ຮັບຜິດຊອບສ້ອມແປງທັງໝົດ ແລະ ມອບໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້ (ເວລາຂຶ້ນໄມ້ທ່ອນແຕ່ລະຄັນບໍ່ໃຫ້ເກີນ 25 ແມັດກ້ອນ). ສໍາລັບລົດປະເພດ 22 ລໍ້, ໃນເວລາອອກຂົນສົ່ງໃຫ້ຫຸ້ມຫໍດ້ວຍຜ້າບັດ, ສ່ວນລົດປະເພດ ຫົວລາກ 10,12, ແລະ 14 ລໍ້ ແມ່ນບໍ່ອະນຸຍາດຂົນສົ່ງຢ່າງເດັດຂາດ, ສ່ວນຂົວເຫຼັກແຕ່ລະຈຸດຮັບນໍ້າໜັກໄດ້ພຽງ 30 ໂຕນ. ມອບໃຫ້ຂະແໜງຂົນສົ່ງ ຮ່ວມກັບຫ້ອງການ ຍທຂ ເມືອງສະໜາມໄຊ ລົງກວດກາໃນການຂົນສົ່ງໄມ້ທ່ອນ ໃຫ້ຖືກຕ້ອງຕາມການອະນຸຍາດ ແລະ ການຂົນສົ່ງໄມ້ທ່ອນແມ່ນໃຫ້ຢຸດເຊົາໃນວັນທີ 30 ພຶດສະພາ ປີ 2023.

ສາເຫດທີ່ພາໃຫ້ຂົວຫັກ ແມ່ນຍ້ອນການຂົນສົ່ງໄມ້ເກີນບໍລິມາດຕາມທີ່ໄດ້ກໍານົດໄວ້ໃນບົດບັນທຶກສະບັບນີ້, ສ່ວນຂົວຫ້ວຍກັນຈານດັ່ງກ່າວແມ່ນເປັນຂົວເຫຼັກທີ່ໄດ້ຮັບການຊ່ວຍເຫຼືອກໍ່ສ້າງຈາກໂຄງການທາງລົດໄຟລາວ-ຈີນ, ໃນປີ 2018 ມີລວງຍາວ 30 ແມັດ ແລະ ລວງກວ້າງ 6 ແມັດ, ມາຮອດວັນທີ 20 ມີນາ 2023 ແມ່ນໄດ້ຫັກ ແລະ ໄດ້ຮັບຄວາມເສຍຫາຍສົມຄວນ. ປັດຈຸບັນທາງບໍລິສັດກໍໄດ້ມີຄວາມຮັບຜິດຊອບ ແລະ ມີຄວາມພ້ອມໃນການກໍ່ສ້າງສ້ອມແປງຄືນເປັນຕົ້ນ: ໄດ້ຮີບຮ້ອນເລັ່ງມືກໍ່ສ້າງຖົມທາງເວັ້ນ ເພື່ອເອື້ອອໍານວຍຄວາມສະດວກໃຫ້ແກ່ການຂົນສົ່ງ ແລະ ການສັນຈອນໄປ-ມາຂອງປະຊາຊົນໄດ້ສໍາເລັດ ແລະ ພ້ອມທີ່ຈະປັບປຸງກໍ່ສ້າງຄືນໃໝ່ຂົວເຫຼັກທີ່ຫັກນັ້ນໃຫ້ທັນຮັບໃຊ້ປະຊາຊົນກ່ອນໄລຍະລະດູຝົນປີ 2023 ນີ້.

ສະນັ້ນ, ຈຶ່ງຂໍຮຽກຮ້ອງ ແລະ ຝາກເຖິງພໍ່ແມ່ປະຊາຊົນ - ສັງຄົມທຸກທົ່ວໜ້າທັງພາຍໃນ ແລະ ຕ່າງປະເທດ ຈົ່ງມີຄວາມເຂົ້າໃຈ ແລະ ມີສະຕິໃນການຕິດຕາມ, ຮັບຟັງຂໍ້ມູນຂ່າວສານທີ່ມີຈິງ ໂດຍສະເພາະແມ່ນສື່ສັງຄົມອອນລາຍ ທີ່ບໍ່ເປັນທາງການ. ຂໍໃຫ້ບໍລິໂພກຂ່າວຢ່າງມີສະຕິ ແລະ ໃຫ້ກຽດຊຶ່ງກັນ ແລະ ກັນ.

(ຂ່າວ: ນັກຂ່າວແຂວງອັດຕະປື)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com