Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຄົບຮອບ 53 ປີ ໄດ້ຈັດຂຶ້ນໃນວັນທີ 23 ມີນາ ນີ້ ທີ່ແຂວງຈຳປາສັກ, ພາຍໃຕ້ການເປັນປະທານ ຂອງ ທ່ານ ໂພໄຊ ໄຂຄຳພິທູນ ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໂສມ ບຸດຕະກູນ ຄະນະປະ ຈໍາພັກແຂວງ ຮອງເຈົ້າແຂວງຈໍາປາສັກ; ທ່ານ ນາງ ຊິບ-ແລັງ ຊຸຍ ອອກ ເອກອັກຄະລັດ ຖະທູດຝຣັ່ງ ປະຈຳ ສປປ ລາວ; ທ່ານກົງສູນໃຫຍ່ ແຫ່ງ ສສ ຫວຽດນາມ ທີ່ ແຂວງຈຳປາສັກ; ຜູ້ຕາງໜ້າອົງການຝຣັງໂກໂຟນີສາກົນປະຈຳຂົງເຂດອາຊີ-ປາຊິຟິກ; ຫົວໜ້າຫ້ອງການອົງການມະຫາ ວິທະຍາໄລຝຣັງໂກໂຟນີ (AUF) ປະຈໍາ ສປປ ລາວ; ມີບັນດາຜູ້ຕາງໜ້າຈາກສູນກາງ ແລະ ພະແນກການຕ່າງໆອ້ອມຂ້າງແຂວງ; ຄູ-ອາຈານ ແລະ ນັກຮຽນ-ນັກສຶກສາຫ້ອງຮຽນພາສາຝຣັ່ງ ພາຍໃນ ແຂວງຈຳປາສັກ ເຂົ້າຮ່ວມຈຳນວນ 200 ກວ່າທ່ານ. ສຳລັບປີ 2023 ນີ້, ອົງການຝຣັງໂກໂຟນີສາກົນ ໄດ້ກຳນົດຫົວຂໍ້ໃນການສະເຫຼີມສະຫຼອງວັນດັ່ງກ່າວ ຄື: “321 ລ້ານຄົນ ທີ່ນຳໃຊ້ພາສາຝຣັ່ງ ຫຼາກຫຼາຍດ້ານເນື້ອໃນ ທາງດ້ານວັດທະນະທຳ (321 millions de francophons des milliards de contenus culturels). ໃນໂອກາດທີ່ມີຄວາມໝາຍສຳຄັນນີ້, ທ່ານ ໂສມ ບຸດຕະກູນ ໄດ້ໃຫ້ກຽດກ່າວຕ້ອນຮັບບັນດາແຂກ ແລະ ຜູ້ເຂົ້າຮ່ວມທັງໝົດ ພ້ອມທັງສະແດງຄວາມດີໃຈແຂວງຈຳປາສັກໄດ້ຮັບກຽດເປັນສະຖານທີ່ສຳລັບພິທີທາງການ ເພື່ອສະ ເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ໃນປີນີ້. ພ້ອມກັນນີ້, ທ່ານໄດ້ລາຍງານສະພາບຂອງແຂວງ ໂດຍສະເພາະຄວາມຄືບໜ້າ ແລະ ຜົນສຳເລັດ ໃນການພັດທະນາເສດຖະກິດ-ສັງຄົມ ລວມທັງສະພາບການຮຽນ-ການສອນພາສາຝຣັ່ງຢູ່ພາຍໃນ ແຂວງຈຳປາສັກ ທີ່ມີມູນເຊື້ອມາແຕ່ດົນນານ. ຫຼັງຈາກນັ້ນ, ທ່ານຮອງລັດຖະມົນຕີ ໄດ້ໃຫ້ກຽດກ່າວ ຄຳເຫັນເປີດພິທີສະເຫຼີມສະຫຼອງວັນດັ່ງກ່າວທີ່ຈັດຂຶ້ນໃນທຸກໆປີ ໂດຍທ່ານໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍຄວາມສຳຄັນຂອງວັນດັ່ງກ່າວ ຊຶ່ງແມ່ນມື້ລະນຶກເຖິງການສ້າງຕັ້ງອົງການຝຣັງໂກໂຟນີສາກົນ (20 ມີນາ 1970) ຊຶ່ງຫຼັກການພື້ນຖານຂອງອົງການດັ່ງກ່າວແມ່ນການປົກປັກຮັກສາຄວາມຫຼາກ ຫຼາຍທາງດ້ານວັດທະນະທຳ ແລະ ພາສາ ທີ່ຖືເປັນພື້ນຖານຂອງວິວັດທະນາການ ແລະ ການຄົງຕົວ ຂອງມວນມະນຸດ. ພ້ອມກັນນັ້ນ, ທ່ານ ໂພໄຊ ໄຂຄຳພິທູນ ຍັງໄດ້ຍົກໃຫ້ເຫັນຄວາມພະຍາຍາມ ຂອງລັດຖະບານແຫ່ງ ສປປ ລາວ ໃນການພັດທະນາ ແລະ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາ ແບບຍືນຍົງທີ່ຕິດພັນກັບການປົກປັກຮັກສາມູນມໍລະດົກ ແລະ ຄວາມຫຼາກຫຼາຍດ້ານວັດທະນະທຳ, ການສົ່ງເສີມການນຳໃຊ້ພາສາຝຣັ່ງ ຊຶ່ງເປັນໜຶ່ງໃນພາສາທາງການຂອງອົງການສະຫະປະຊາຊາດທີ່ມີ ການນຳໃຊ້ຢ່າງກວ້າງຂວາງໃນທົ່ວໂລກໂດຍສະເພາະການສົ່ງເສີມການສຶກສາຕາມຫຼັກສູດຫ້ອງຮຽນ ສອງພາສາ ລາວ-ຝຣັ່ງ ທີ່ມີຢູ່ໃນ 4 ແຂວງສຳຄັນຂອງ ສປປ ລາວ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງຈຳປາສັກ ໃຫ້ມີປະສິດທິພາບຂຶ້ນ ເພື່ອເຮັດໃຫ້ຈຳນວນຜູ້ທີ່ຮູ້ ແລະ ສາມາດສື່ສານພາສາຝຣັ່ງ ຂອງຄົນລາວນັບມື້ນັບເພີ່ມຂຶ້ນ.
ໃນໂອກາດດັ່ງກ່າວ, ທ່ານເອກອັກຄະລັດຖະທູດຝຣັ່ງ ປະຈໍາ ສປປ ລາວ ແລະ ທ່ານຜູ້ ຕາງໜ້າຈາກອົງການຝຣັງໂກໂຟນີສາກົນ ປະຈຳຂົງເຂດອາຊີ-ປາຊິຟິກ ກໍໄດ້ຂຶ້ນກ່າວມີຄຳເຫັນຕໍ່ ພິທີທາງການ ໂດຍມີເນື້ອໃນ ປິ່ນອ້ອມຫົວຂໍ້ຂອງການສະເຫຼີມສະຫຼອງວັນ ຝຣັງໂກໂຟນີ ໃນປີນີ້ ແລະ ບົດບາດຂອງປະເທດຝຣັ່ງ ແລະ ອົງການດັ່ງກ່າວ ໃນການຮ່ວມມື ແລະ ສະໜັບສະໜູນ ສປປ ລາວ ໃນໄລຍະ 1 ປີຜ່ານມາໂດຍສະເພາະໃນດ້ານການສຶກສາ ແລະ ການສົ່ງເສີມການຮຽນ-ການສອນພາສາຝຣັ່ງຢູ່ ສປປ ລາວ.
ໃນຕອນທ້າຍ ຂອງພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມ ໄດ້ຮ່ວມຊົມການສະແດງສິລະປະວັນນະ ຄະດີ ຂອງນັກຮຽນ-ນັກສຶກສາພາສາຝຣັ່ງ, ຕະຫຼອດເຖິງໄດ້ຢ້ຽມຊົມການວາງສະແດງ ຮູບພາບ ແລະ ຂໍ້ມູນຂ່າວສານ ກ່ຽວກັບການເຄື່ອນໄຫວກິດຈະກຳຕ່າງໆ ຂອງຄູ-ອາຈານ ແລະ ນັກຮຽນ-ນັກສຶກສາພາສາຝຣັ່ງພາຍໃນແຂວງ ຈຳປາສັກ ໃນຂອບວຽກງານຝຣັງໂກໂຟນີ.
ການຈັດຕັ້ງສະເຫຼີມສະຫຼອງວັນຝຣັງໂກໂຟນີສາກົນ ຊຶ່ງກົງກັບ ວັນທີ 20 ມີນາ ຂອງ ທຸກໆ ປີ ເພື່ອເປັນການລະລຶກເຖິງ ວັນຄົບຮອບການສ້າງຕັ້ງອົງການດັ່ງກ່າວ ຊຶ່ງໃນທຸກໆປີ ບັນດາປະເທດ ສະມາຊິກຂອງອົງການດັ່ງກ່າວທັງໝົດ 88 ປະເທດ ໃນທົ່ວໂລກ ໄດ້ພ້ອມກັນຈັດຕັ້ງການສະເຫຼີມ ສະຫຼອງວັນດັ່ງກ່າວ ເພື່ອຊຸກຍູ້ສົ່ງເສີມການຮຽນ-ການສອນ ແລະ ການນຳໃຊ້ພາສາຝຣັ່ງ ຢູ່ພາຍໃນ ປະເທດຂອງຕົນ ຊຶ່ງ ສປປ ລາວ ນັບຕັ້ງແຕ່ເຂົ້າເປັນສະມາຊິກສົມບູນຂອງອົງການຝຣັງໂກໂຟນີ ສາກົນ ໃນປີ 1991 ເປັນຕົ້ນມາ ກໍໄດ້ມີການຈັດຕັ້ງພິທີທາງການເພື່ອສະເຫຼີມສະຫຼອງວັນດັ່ງກ່າວ ໃນ ທຸກໆປີ ພ້ອມກັນນັ້ນ, ໃນທົ່ວປະເທດ ໂດຍສະເພາະຢູ່ບັນດາແຂວງ ທີ່ມີຫຼັກສູດການຮຽນ-ການສອນ ພາສາຝຣັ່ງ ຄື: ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງສະຫວັນນະເຂດ ແລະ ແຂວງ ຈຳປາສັກ ກໍຍັງມີການຈັດກິດຈະກຳຕ່າງໆສະເພາະພາຍໃນແຂວງຂອງຕົນເພື່ອສະເຫຼີມສະຫຼອງວັນດັ່ງ ກ່າວໃນທຸກໆປີອີກດ້ວຍ.
(ຂ່າວ: ກະຊວງການຕ່າງປະເທດ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com