Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ປະທານສານປະຊາຊົນສູງສຸດ ໂອ້ລົມພະນັກງານສານປະຊາຊົນ ເຂດ IV ..............

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 22:21:55 ຈຳ​ນວນ​​ຢ້ຽມ​ຊົມ 1164 ຄັ້ງ

ໃນວັນທີ 22 ມີນາ ນີ້ ທີ່ສານປະຊາຊົນເຂດ IV ນະຄອນຫຼວງວຽງຈັນ, ທ່ານ ນາງ ວຽງທອງ ສີພັນດອນ ຄະນະເລຂາທິການສູນກາງພັກ ປະທານສານປະຊາຊົນສູງສຸດ ໄດ້ພົບປະໂອ້ລົມ ພະນັກງານສານປະຊາຊົນເຂດ IV ນະຄອນຫຼວງວຽງຈັນ. ໂດຍໃຫ້ການຕ້ອນຮັບຂອງ ທ່ານ ບຸນເພັງ ສິນນະວົງພອນ ກຳມະການພັກນະຄອນຫຼວງວຽງຈັນ ເລຂາພັກເມືອງ ເຈົ້າເມືອງຫາດຊາຍຟອງ ພ້ອມດ້ວຍພະນັກງານຂອງສານ.

ໃນການລົງພົບປະພະນັກງານໃນຄັ້ງນີ້ ທ່ານ ສົມພາວັນ ລາດຊະວົງ ຜູ້ຮັກສາການ ປະທານສານປະຊາຊົນ ເຂດ 4 ນະຄອນຫຼວງວຽງຈັນ ໄດ້ລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ຂອງສານວ່າ: ຄະນະພັກ, ຄະນະນຳ ສານປະຊາຊົນ ເຂດ IV ໄດ້ນຳພາດ້ານການເມືອງ-ແນວຄິດ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ເປັນປົກກະຕິ ເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ມີຄວາມໜັກ ແໜ້ນອຸ່ນອ່ຽນທຸ່ນທ່ຽງ ໃນການນຳພາຂອງພັກ ຊຸກຍູ້ສົ່ງເສີມການຊອກຮູ້ຄົ້ນຄວ້າຮໍ່າຮຽນແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ລະບຽບການຕ່າງໆຂອງລັດ ສ້າງໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ຮັບຮູ້ເຊື່ອມຊຶມກຳແໜ້ນສ້າງແນວຄິດຮັກຊາດ ຮັກການຈັດຕັ້ງ ເພີ່ມທະວີຄວາມເຊື່ອໜັ້ນຕໍ່ແນວທາງນະໂຍບາຍ ແລະ ການນຳພາຂອງພັກ-ລັດ ຕະຫຼອດມາ.

ໃນໄລຍະໜຶ່ງປີຜ່ານມາສາມາດແກ້ໄຂຄະດີຕ່າງໆໄດ້ດັ່ງນີ້: ສະຖິຕິຄະດີ ແຕ່ວັນທີ 1 ມັງກອນ ຫາວັນທີ 25 ທັນວາ 2022, ຄະດີມີທັງໝົດ 390 ເລື່ອງ, ແກ້ໄຂໄດ້ທັງໝົດ 300 ເລື່ອງ, ຍັງຄ້າງ 90 ເລື່ອງ, ຂໍອຸທອນ 34 ເລື່ອງ ຖ້າທຽບເປັນເປີເຊັນ ທີ່ແກ້ໄຂໄດ້ເທົ່າກັບ 76,92 %.

ແຍກຄະດີແຕ່ລະປະເພດ ແລະ ແຕ່ລະເມືອງມີດັ່ງນີ້: ຄະດີອາຍາຄ້າງມາ 17 ເລື່ອງ ເຂົ້າໃໝ່ 89 ເລື່ອງ ລວມ 106 ເລື່ອງ ແກ້ໄຂໄດ້ 93 ເລື່ອງ ຍັງຄ້າງ 13 ເລື່ອງ (ເມືອງໄຊເສດຖາ 73 ເລື່ອງ, ຫາດຊາຍຟອງ 33 ເລື່ອງ); ຄະດີແພ່ງ ຄ້າງມາ 88 ເລື່ອງ ເຂົ້າໃໝ່ 164 ລວມ 252 ເລື່ອງ ແກ້ໄຂໄດ້ 178 ເລື່ອງ ຍັງຄ້າງ 74 ເລື່ອງ (ເມືອງໄຊເສດຖາ 129 ເລື່ອງ, ເມືອງຫາດຊາຍຟອງ 123 ເລື່ອງ); ຄະດີຄອບຄົວຄ້າງມາ 8 ເລື່ອງ ເຂົ້າໃໝ່ 13 ເລື່ອງ ລວມ 21 ເລື່ອງ ແກ້ໄຂໄດ້ 19 ເລື່ອງຍັງຄ້າງ 2 ເລື່ອງ (ເມືອງໄຊເສດຖາ 15 ເມືອງ ແລະ ເມືອງຫາດຊາຍຟອງ 6 ເລື່ອງ); ຄະດີແຮງງານຄ້າງມາ 5 ເລື່ອງ ເຂົ້າໃໝ່ 6 ເລື່ອງ ລວມ 11 ເລື່ອງ ແກ້ໄຂໄດ້ 10 ເລື່ອງ ຍັງຄ້າງ 1 ເລື່ອງ (ເມືອງໄຊເສດຖາ 6 ເລື່ອງ ແລະ ເມືອງຫາດຊາຍຟອງ 5 ເລື່ອງ); ສະຖິຕິຄະດີແຕ່ຕົ້ນເດືອນມັງກອນ ຫາ ວັນທີ 20 ມີນາ 2023 ມີຄະດີທັງໝົດ 90 ເລື່ອງ, ເຂົ້າໃໝ່ 68 ເລື່ອງ, ລວມທັງໝົດ 158 ເລື່ອງ ແກ້ໄຂໄດ້ທັງໝົດ 58 ເລື່ອງ, ຍັງຄ້າງພວມດຳເນີນ ປັດຈຸບັນ 100 ເລື່ອງ.

ຄະດີພົ້ນເດັ່ນມີດັ່ງນີ້: ຄະດີອາຍາ ການລັກຊັບ; ຄະດີແພ່ງ ການຮ້ອງຂໍຢັ້ງຢືນໃບຕາດິນເສຍຫາຍ ແລະ ສັນຍາກູ້ຢືມ; ຄະດີຄອບຄົວ ສາຍຜົວເມຍ ແລະ ຄະດີແຮງງານ ທວງເງິນອຸດໜູນແຮງງານ.

ໃນໂອກາດດັ່ງກ່າວ ທ່ານ ນາງ ວຽງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມຕໍ່ຄະນະພັກ,ຄະນະນຳ ແລະ ພະນັກງານທຸກຄົນ ທີ່ໄດ້ພ້ອມກັນເຮັດຫຼ້ອນໜ້າທີ່ຂອງຕົນຮັບຜິດຊອບໄລຍະຜ່ານມາ ແຕ່ເພື່ອເປັນການຮັບປະກັນທິດທາງໃນຕໍ່ໜ້າ ສານປະຊາຊົນ ເຂດ IV ໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ ຈຶ່ງຮຽກຮ້ອງໃຫ້ເອົາໃຈໃສ່ຕື່ມບາງບັນຫາດັ່ງນີ້:

ໜຶ່ງ: ຕ້ອງສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ທີ່ຖືກຕ້ອງ ແລະ ເປັນເອກະພາບສູງ ກ່ຽວກັບທັດສະນະທາດແທ້ອຸດົມການປະຕິວັດຂອງ “ອົງການຕຸລາການ ເຮັດໜ້າທີ່ໃນການຕັດສິນ, ພິພາກສາຄະດີ ຢູ່ ສປປ ລາວ ຊຶ່ງມີແຕ່ສານເທົ່ານັ້ນ ທີ່ມີສິດອໍານາດໃນການພິຈາລະນາ ຕັດສິນຄະດີ”. ສະນັ້ນ, ຄະນະພັກສານປະຊາຊົນເຂດ IV ນະຄອນຫຼວງວຽງຈັນ ຕ້ອງໄດ້ເດັດດ່ຽວ ແລະ ເຂັ້ມງວດທີ່ສຸດ ໃນການຕັດສິນ, ພິພາກສາຄະດີ ໃຫ້ສອດຄ່ອງຕາມຫຼັກການນຳພາຂອງພັກ, ຮັບປະກັນຄວາມເປັນເອກະພາບ, ນຳພາເປັນໝູ່ຄະນະ, ຄົ້ນຄວ້າບັນຫາຄະດີ ຢ່າງພາວະວິໄສ, ມີຄວາມໂປ່ງໃສໃນທຸກຂັ້ນຕອນ, ຖືກຕ້ອງຕາມຂໍ້ມູນຫຼັກຖານ ແລະ ກົດໝາຍກຳນົດໄວ້.

ສອງ: ສານປະຊາຊົນເຂດ ທີ່ເປັນສານຂັ້ນຮາກຖານລຸ່ມສຸດ, ເປັນບ່ອນທີ່ຢູ່ໃກ້ກັບເຫດການຂໍ້ຂັດ ແຍ່ງ, ການລະເມີດກົດໝາຍເກີດຂຶ້ນ, ບ່ອນທີ່ໃກ້ກັບປະຊາຊົນ, ເປັນສານຂັ້ນຕົ້ນ ທີ່ເປັນຂັ້ນທຳອິດໃນ ການບໍລິການຮັບໃຊ້ປະຊາຊົນ ຖືໄດ້ວ່າເປັນປ້ອມດ່ານໜ້າ ໃນການຮັບຄະດີເຂົ້າມາສານ. ສະນັ້ນ, ຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ໄດ້ເປັນຜູ້ບໍລິການດີ, ບໍລິຫານທີ່ບໍລິສຸດໂປ່ງໃສ, ຊື່ສັດບໍລິສຸດ ແລະ ສັດຊື່ຕໍ່ວິຊາຊີບ, ພ້ອມນັ້ນ ກໍໃຫ້ຍົກສູງຄຸນນະພາບການດຳເນີນຄະດີ ໃຫ້ມີຄວາມວ່ອງໄວ ໂດຍການຕັດສິນ, ພິພາກສາ ໃຫ້ບັນລຸ 85% ຂອງຄະດີທີ່ເຂົ້າມາສານແຕ່ລະຂັ້ນ.

ສາມ: ເອົາໃຈໃສ່ບຳລຸງສ້າງພະນັກງານຂອງສານ ໃຫ້ມີຄວາມຮູ້ຄວາມສາມາດ, ຈັນຍາບັນ-ຈັນຍາທຳ ແລະ ເປັນມືອາຊີບ ແລະ ສ້າງໄດ້ພະນັກງານຕຸລາການ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງແຕ່ຮາກຖານ, ສ້າງໄດ້ພະນັກງານຮຸ່ນສືບທອດ-ປ່ຽນແທນທີ່ມີຄຸນະພາບ ຢູ່ໃນລະບົບສານປະຊາຊົນ.

ສີ່: ເອົາໃຈໃສ່ປະສານສົມທົບ ແລະ ປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງຂອງການດໍາເນີນ ຄະດີຕາມຂະບວນຍຸຕິທຳ ເພື່ອຮັບປະກັນໃຫ້ການເຄື່ອນໄຫວຂອງສານປະຊາຊົນເຂດ IV ເຮັດຫຼ້ອນໜ້າທີ່ການເມືອງທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້ ໃຫ້ສົມກັບເປັນອົງການຕຸລາການ ທີ່ເຮັດໜ້າທີ່ຮັບໃຊ້ປະຊາຊົນຢ່າງແທ້ຈິງ.

(ຂ່າວ: ອານຸພົນ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com