Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເຊື້ອໝັ້ນ ແລະ ຢຶດໝັ້ນອຸດົມການຂອງພັກ .........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/03/2023 23:10:52 ຈຳ​ນວນ​​ຢ້ຽມ​ຊົມ 1632 ຄັ້ງ

ເນື່ອງໃນໂອກາດວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 68 ປີ (22 ມີນາ 1955 - 22 ມີນາ 2023), ທ່ານ ອໍາຄາ ໄມສິມມາລາ ເລຂາພັກບ້ານ ນາຍບ້ານໜອງປີງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ນັກຂ່າວໜັງສືພິມປະຊາຊົນກ່ຽວກັບວັນສ້າງຕັ້ງພັກ ວັນທີ 22 ມີນາ 1955 ວ່າ: ຕະຫຼອດໄລຍະ 68 ປີ ເປັນໄລຍະທີ່ເຕັມໄປດ້ວຍສິ່ງທ້າທາຍ ທົດສອບລະອິດລະອ້ຽວ, ຂ້ຽວຂາດທີ່ສຸດ, ພັກປະຊາຊົນ ປະຕິວັດລາວ ໄດ້ຮັບການປັບປຸງ ແລະ ຫຼໍ່ຫຼອມໃຫ້ເປັນພັກທີ່ມີທາດແທ້ ມູນເຊື້ອອັນສະຫງ່າລາສີ ເພື່ອສືບຕໍ່ພາລະກິດປະຕິວັດຂອງພັກພວກເຮົາຕ້ອງໄດ້ສືບຕໍ່ ເອົາໃຈໃສ່ດັ່ງນີ້: ຢຶດໝັ້ນ ແລະ ເສີມຂະຫຍາຍທິດສະດີມາກ - ເລນິນ, ແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ ແລະ ແນວຄິດ ໄກສອນ ພົມວິຫານ ເພື່ອນໍາພາປະເທດຊາດກ້າວ ສູ່ຈຸດໝາຍສັງຄົມນິຍົມຢ່າງໜັກ ແໜ້ນ, ຕັ້ງໜ້າປັບປຸງພາຍໃນພັກໃຫ້ເປັນພັກທີ່ກຳອຳນາດທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຄວາມເປັນແບບຢ່າງ ນຳໜ້າຂອງພະນັກງານ ແລະ ສະມາຊິກພັກ ແລະ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນໜັກແໜ້ນພາຍໃນຊາດ, ເຊີດຊູສະຕິລະວັງຕົວຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເສີມຂະຫຍາຍ ນໍ້າໃຈຮັກຊາດ, ຮັກລະບອບໃໝ່, ເປັນເຈົ້າການໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ທ່ານ ອໍາຄາ ໄມສິມມາລາ ຍັງໄດ້ກ່າວຕື່ມວ່າ: ຂ້າພະເຈົ້າກໍແມ່ນຜູ້ໜຶ່ງທີ່ເປັນສະມາຊິກພັກ ມີຄວາມຮູ້ສຶກພາກພູມໃຈເປັນຢ່າງຍິ່ງ ຊຶ່ງເປັນວັນມີຄວາມໝາຍ ຄວາມສໍາຄັນອັນເລິກເຊິ່ງ ຕໍ່ຜູ້ນໍາພັກ, ການນໍາພັກ, ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົາ, ທີ່ໄດ້ເສຍຊີວິດເລືອດເນື້ອເພື່ອປະເທດຊາດ ແລະ ເພື່ອປະຊາຊົນ, ກ່ອນທີ່ ສປປ ລາວ ຈະໄດ້ຮັບການປົດປ່ອຍ, ສາມາດຍາດເອົາຊະນະທຸກໆກົນອຸບາຍຂອງສັດຕູ ແລະ ພັດທະນາປະເທດຊາດໃຫ້ມີຄວາມສະຫງົບສຸກ, ມີຄວາມຈະເລີນຮຸ່ງເຮື່ອງກໍຍ້ອນມີພັກຊີ້ນໍາ-ນໍາພາ, ມີຜູ້ນໍາພັກ, ມີຄະນະພັກ ແລະ ສະມາຊິກພັກທີ່ມີຄວາມສາມາດ, ມີຄວາມສະຫຼາດສ່ອງໃສ, ຈຶ່ງເຮັດໃຫ້ ພັກປະຊາຊົນ ປະຕິວັດລາວ ມີຄວາມເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ຈະຂໍຢຶດໝັ້ນ, ເຊື່ອໝັ້ນ ແລະ ໄວ້ວາງໃຈຕໍ່ແນວທາງ ແລະ ອຸດົມການຂອງພັກ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com