Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແຟັງລັງ ເປີດໂຄງການທ່ອງທ່ຽວແບບບໍ່ເສຍຄ່າໃຊ້ຈ່າຍໃຫ້ແກ່ຄົນຕ່າງປະເທດ

ເຜີຍ​ແຜ່​ໂດຍ​: ວິໄລພອນ ເພັດໄພບູນ ເວ​ລາ: 24/03/2023 12:53:52 ຈຳ​ນວນ​​ຢ້ຽມ​ຊົມ 1248 ຄັ້ງ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 23 ມີນາ ຜ່ານມາ, ແຟັງລັງ ຊຶ່ງກາຍເປັນປະເທດທີ່ມີຄວາມສຸກທີ່ສຸດໃນໂລກອັນດັບທີ 1 ຕິດຕໍ່ກັນ 6 ປີຢ່າງຕໍ່ເນື່ອງຈາກການຈັດອັນດັບຂອງອົງການສະຫະປະຊາຊາດ (UN) ໄດ້ເປີດເຜີຍໂຄງການຮອງຮັບຄົນຕ່າງປະເທດເຂົ້າມາທ່ອງທ່ຽວ ແລະ ຮຽນຮູ້ວິຖີຊີວິດແບບທ້ອງຖິ່ນ ໂດຍບໍ່ມີຄ່າໃຊ້ຈ່າຍ.

ປະເທດແຟັງລັງຄອງອັນດັບ 1 ໃນລາຍຊື່ປະເທດທີ່ມີຄວາມສຸກທີ່ສຸດໃນໂລກ ປີຫຼ້າສຸດຈາກການຈັດອັນດັບຂອງເຄືອຂ່າຍທາງອອກເພື່ອການພັດທະນາຢ່າງຍືນຍົງຮ່ວມກັບ UN ຊຶ່ງຖືວ່າເປັນປີທີ 6 ຕິດຕໍ່ກັນທີ່ປະເທດໄດ້ອັນດັບທີ 1 ຂອງລາຍການນີ້ຢ່າງຕໍ່ເນື່ອງ. ຍ້ອນເຫດນີ້, ທາງການແຟັງລັງຈຶ່ງເກີດແນວຄວາມຄິດລິເລີ່ມໂຄງການໃໝ່ ເພື່ອເປີດໂອກາດໃຫ້ຄົນຕ່າງປະເທດຈຳນວນ 10 ຄົນເຂົ້າມາພັກອາໄສໃນປະເທດ ແລະ ຮຽນຮູ້ວິຖີຊີວິດແບບຄົນແຟັງລັງທີ່ຖືວ່າເປັນພົນລະເມືອງທີ່ມີຄວາມສຸກທີ່ສຸດໃນໂລກ. ໂຄງການນີ້ມີຊື່ວ່າ Masterclass of Happiness ໂດຍໃຊ້ເວລາປະມານ 4 ວັນ ຊຶ່ງຄາດວ່າຈະເລີ່ມຕົ້ນໃນເດືອນມິຖຸນາທີ່ຈະເຖິງນີ້ໃນສະຖານທີ່ພັກຜ່ອນທີ່ມີຊື່ສຽງ ໃນ ກູຣູ ຣີສອດ ເຂດເລດດິສທຣິກຂອງແຟັງລັງ ຜູ້ທີ່ເຂົ້າຮ່ວມໂຄງການນີ້ຈະສາມາດທ່ອງທ່ຽວ ແລະ ເຂົ້າມາພັກຕາມສະຖານທີ່ໆຈັດໃຫ້ໂດຍບໍ່ຕ້ອງເສຍຄ່າໃຊ້ຈ່າຍ ແລະ ບໍ່ມີການຈຳກັດສິດທິການໃຊ້ງານບໍລິການພິເສດເຊັ່ນ: ຫ້ອງຊາວນ່າ ແລະ ສະປາແບບສ່ວນໂຕ.

ຜູ້ທີ່ເຂົ້າຮ່ວມໂຄງການຈະບໍ່ໄດ້ໄປທ່ອງທ່ຽວ ແລະ ພັກໃນທີ່ພັກຊັ້ນນຳ ແຕ່ຈະໄດ້ເຂົ້າຮ່ວມສຳມະນາກັບຜູ້ຊ່ຽວຊານຄົນແຟັງລັງ ຊຶ່ງຈະມາໃຫ້ຄວາມຮູ້ໃນຫົວຂໍ້ຕ່າງໆເຊັ່ນ: ອາຫານ, ການເບິ່ງແຍງສຸຂະພາບ, ຮັກສາຄວາມສົມດູນຂອງຮ່າງກາຍ ແລະ ການເຮັດວຽກສີມືແບບອີງຕາມວັດສະດຸທາງທຳມະຊາດ ໂດຍຜູ້ທີ່ເຂົ້າຮ່ວມຈະຕ້ອງອະນຸຍາດໃຫ້ມີການຖ່າຍຮູບ ແລະ ຖ່າຍຄິບວິດີໂອໃນລະຫວ່າງການເຂົ້າຮ່ວມໂຄງການເພື່ອນຳໄປໃຊ້ໃນງານໂຄສະນາການທ່ອງທ່ຽວແຟັງລັງ ໂດຍທາງການແຟັງລັງຈະເປີດຮັບສະໝັກຜູ້ເຂົ້າຮ່ວມໂຄງການນີ້ຈົນເຖິງວັນທີ 2 ເມສາ 2023 ແລະ ຍິນດີພິຈາລະນາຄິບຈາກແພດຟອມຕິກຕັອກ (Tik tok) ຫຼື ຣີນ (Reel) ທີ່ຜູ້ສະໝັກນຳສະເໜີຕົວເອງປະກອບໃນໃບສະໝັກ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com