Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ໄພນໍ້າຖ້ວມ ໃນ​ອ່າງ​ແມ່​ນ້ຳ​ຂອງ​ຕອນ​ລຸ່ມ ມີ​ຜົນ​ກະ​ທົບ​ທັງ​ທາງບວກ ແລະ ລົບ .........

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 28/03/2023 10:13:46 ຈຳ​ນວນ​​ຢ້ຽມ​ຊົມ 1969 ຄັ້ງ

(ເພື່ອຂ່ຳນັບຮັບຕ້ອນກອງປະຊຸມສຸດຍອດຂອງຄະນະກຳມາທິການແມ່ນ້ຳຂອງສາກົນຄັ້ງທີ 4 ທີ່ນະຄອນຫຼວງວຽງຈັນ ໃນວັນທີ 2-5 ເມສາ 2023)

ໄພນໍ້າຖ້ວມແມ່ນເຫດການໜຶ່ງທີ່ເກີດຂຶ້ນທຸກໆປີໃນອ່າງແມ່ນໍ້າຂອງ. ທຸກໆປີອ່າງແມ່ນໍ້າຂອງຕອນລຸ່ມໄດ້ປະເຊີນກັບໄພນໍ້າຖ້ວມ ໄດ້ສົ່ງຜົນກະທົບທາງບວກ ແລະ ລົບ ເຊິ່ງການເກີດນໍ້າຖ້ວມທຸກໆປີຈະເປັນທ່າແຮງອັນສຳຄັນໃຫ້ແກ່ການປະມົງໃນອ່າງ ແລະ ຮັກສາສະພາບພື້ນແມ່ນໍ້າ ແລະ ການສະສົມຂອງຕະກອນ ເພື່ອປັບປຸງຄວາມອຸດົມສົມບູນຂອງດິນ. ຄຸນຄ່າຂອງຜົນປະໂຫຍດຂອງໄພນໍ້າຖ້ວມປະຈໍາປີສະເລ່ຍປະມານ 8-10 ຕື້ ໂດລາສະຫະລັດ.

ເຖິງວ່າວົງຈອນໄພນໍ້າຖ້ວມປະຈໍາປີຖືວ່າ​ເປັນແຫຼ່ງການດຳລົງຊີວິດດ້ານໜື່ງທີ່ສຳຄັນ, ແຕ່ກໍມີຜົນກະທົບທາງລົບຕໍ່ກັບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ໃຫ້ເກີດຜົນເສຍຫາຍທີ່ສຳຄັນຕໍ່ພື້ນຖານໂຄງລ່າງ, ການຍົກຍ້າຍປະຊາຊົນ ແລະ ການບໍລິການທີ່ສຳຄັນອື່ນໆ. ຜົນກະທົບທາງລົບຂອງໄພນໍ້າຖ້ວມມັກຈະສວນທາງກັບຄວາມພະຍາຍາມໃນການພັດທະນະເສດຖະກິດ ແລະ ການຫຼຸດຜ່ອນຄວາມທຸກຍາກຂອງຫຼາຍໆພື້ນທີ່ທົ່ວອ່າງແມ່ນໍ້າຂອງ. ຜົນເສຍຫາຍຂອງໄພນໍ້າຖ້ວມສະເລ່ຍປະຈໍາປີ ໃນອ່າງແມ່ນໍ້າຂອງຈະຢູ່ໃນລະຫວ່າງ 60-70 ລ້ານໂດລາສະຫະລັດ ເຊິ່ງ 2/3 ຂອງຜົນເສຍຫາຍຂອງໄພນໍ້າຖ້ວມປະຈໍາປີສະເລ່ຍພາກພື້ນທັງໝົດແມ່ນກວມເອົາ ສະເພາະ ຜົນເສຍຫາຍທີ່ຢູ່ໃນ ປະເທດ ກໍາປູເຈຍ ແລະ ຫວຽດນາມ. ເນື່ອງຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງໃນອ່າງແມ່ນໍ້າຂອງມີຄວາມຮຸນແຮງ ແລະ ເກີດຂຶ້ນຢ່າງຕໍ່ເນື່ອງ ແລະ ມີ​ທ່າ​ອ່ຽງເພີ່ມຂຶ້ນເລື່ອຍໆ ອັນກໍ່ໃຫ້ເກີດຜົນກະທົບອັນມະຫາສານຕໍ່ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ເສດຖະກິດໃນພາກພື້ນ ເຊິ່ງຊຸມຊົນທີ່ບໍ່ມີການກຽມ ພ້ອມຮັບມືຈະໄດ້ຮັບຜົນກະທົບຫຼາຍທີ່ສຸດ.

ຄວາມສ່ຽງໄພນໍ້າຖ້ວມສາມາດຫຼຸດຜ່ອນໄດ້ຈາກຫຼາກຫຼາຍຮູບແບບຂອງການນໍາໃຊ້ທີ່ດິນ, ການພັດທະນາ ແລະ ສ້າງຈຸດຄວບຄຸມຕ່າງໆ, ການວາງແຜນການຮັບມືສຸກເສີນຕໍ່ກັບໄພນໍ້າຖ້ວມລະດັບພາກພື້ນ ແລະ ການປັບປຸງການກຽມພ້ອມຮັບມື. ການກຽມພ້ອມຮັບມືໄພນໍ້າຖ້ວມຈໍາເປັນຕ້ອງໄດ້ມີການຄຸ້ມຄອງທີ່ມີການປະສານງານທີ່ດີຈາກຫຼາກຫຼາຍຂະແໜງການ ເຊັ່ນ ຜູ້ຄຸ້ມຄອງຊັບພະຍາກອນນໍ້າ, ຜູ້ມີສິດຕັດສິນໃຈ ແລະ ຂະແໜງການເອກະຊົນໃນການປ່ຽນແປງຮູບແບບການຄຸ້ມຄອງໄພນໍ້າຖ້ວມແບບເກົ່າມາເປັນຮູບແບບການຄຸ້ມຄອງທີ່ປະສົມປະສານກັບຄວາມຕ້ອງການຂອງຜູ້ມີສ່ວນຮ່ວມຕ່າງໆ ລວມທັງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເຂົ້າກັນ.

ຄະນະກໍາມາທິການແມ່ນໍ້າຂອງສາກົນ (ຄມສ) ມີບົດບາດສຳຄັນໃນການປະສານງານທົ່ວອ່າງຕໍ່ວຽກງານຫຼຸດຜ່ອນໄພນໍ້າຖ້ວມ ແລະ ສະໜັບສະໜູນວິທີການທີ່ເປັນປະໂຫຍດແກ່ບັນດາປະເທດສະມາຊິກ ຄມສ. ໂດຍສະເພາະ ໃນຊ່ວງລະດູຝົນ, ຄມສ ໄດ້ນໍາໃຊ້ຂໍ້ມູນ ຈາກ 138 ສະຖານີອຸຕຸນິຍົມ ແລະ ອຸທົກກະສາດໃນການພະຍາກອນລະດັບນໍ້າ ໃນ 22 ສະຖານີຕາມລໍາແມ່ນໍ້າຂອງ. ຂໍ້ມູນດັ່ງກ່າວໄດ້ຖືກນໍາໄປເຜີຍແຜ່ໃຫ້ແກ່ຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ຂະແໜງການພະຍາກອນລະດັບຊາດ, ອົງການຈັດຕັ້ງທາງສັງຄົມ, ສື່ສານມວນຊົນ ແລະ ປະຊາຊົນ.

ກົງກັນຂ້າມກັບໄພນໍ້າຖ້ວມ, ໄພແຫ້ງແລ້ງໄດ້ສົ່ງຜົນກະທົບພຽງດ້ານລົບໃຫ້ແກ່ບັນດາປະເທດສະມາຊິກ ໂດຍສະເພາະຊຸມຊົນທີ່ອາໄສລຽບຕາມແຄມແມ່ນໍ້າ. ອ່າງແມ່ນໍ້າຂອງຕອນລຸ່ມໄດ້ປະເຊີນກັບໄພແຫ້ງແລ້ງທີ່ຮ້າຍແຮງທີ່ສົ່ງຜົນເສຍຫາຍທາງດ້ານເສດຖະກິດ ເນື່ອງການຜົນເສຍຫາຍຂອງການປູກພືດ, ຜົນກະທົບທາງລົບຕໍ່ສິ່ງແວດລ້ອມ ແລະ ຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ. ຜົນຜະລິດເຂົ້າ ແລະ ພືດອື່ນໆຕົກຕໍ່າ ເນື່ອງຈາກການຂາດແຄນນໍ້າ ແລະ ການໄຫຼເຂົ້າຂອງນໍ້າເຄັມຢູ່ເຂດສາມຫຼ່ຽມປາກແມ່ນໍ້າຂອງ. ນອກຈາກນີ້, ການຫາປາປະຈໍາປີກໍຫຼຸດລົງ. ພ້ອມດຽວກັນນັ້ນ, ລະດັບນໍ້າແມ່ນຕໍ່າກວ່າເກນປົກກະຕິຫຼາຍ ເຮັດໃຫ້ການຂົນສົ່ງສິນຄ້າ ແລະ ການບໍລິການອື່ື່ນໆໃນບາງເຂດຂອງແມ່ນໍ້າມີຄວາມຫຍຸ້ງຍາກ ແລະ ບາງເຂດກໍບໍ່ສາມາດດໍາເນີນກິດຈະການໃດໆໄດ້ເລີຍ.

ໄລຍະເວລາ ແລະ ລະດັບຂອງຜົນກະທົບແມ່ນເພີ່ມຂຶ້ນຫຼາຍໃນ 2 ທົດສະວັດຜ່ານມາ ເມື່ອທຽບໃສ່ຜົນກະທົບໄພແຫ້ງແລ້ງຕາມແຕ່ລະເຫດການ. ນອກຈາກນີ້, ສົມທົບກັບມະໂນພາບການປ່ຽນແປງດິນຟ້າອາກາດຕ່າງໆນັ້ນ, ອ່າງແມ່ນໍ້າຂອງຕອນລຸ່ມຈະມີທ່າອ່ຽງໃນການເກີດໄພແຫ້ງແລ້ງໃນ 30,​ 60 ແລະ 90 ປີຕໍ່ໜ້າ ເນື່ອງຈາກປະລິມານນໍ້າຝົນທີ່ໜ້ອຍລົງ, ອຸນຫະພູມອາກາດ ແລະ ການລະເຫີຍທີ່ສູງຂຶ້ນ ລວມທັງ ການເພີ່ມຂຶ້ນຂອງປະຊາກອນ ຈາກ ປັດຈຸບັນປະມານ 65 ລ້ານຄົນ ທີ່ອາໄສນໍ້າຈາກແມ່ນໍ້າຂອງ ​ເປັນ​ປະ​ມານ 100 ລ້ານຄົນ ໃນ ອີກ 10 ປີ​ຂ້າງ​ຫນ້າ.

ເພື່ອຕອບໂຕ້ກັບຜົນກະທົບຈາກໄພນ້ໍາຖ້ວມ ແລະ ໄພແຫ້ງແລ້ງ, ຄມສ ແລະ ບັນດາປະເທດສະມາຊິກກໍມີຄວາມພະຍາຍາມຢ່າງຕັ້ງໜ້າ ໂດຍສ້າງຍຸດທະສາດລະດັບພາກພື້ນໃນການຄຸ້ມຄອງ ແລະ ຫຼຸດຜ່ອນໄພແຫ້ງແລ້ງ ໂດຍແນໃສ່ຫຼຸດຜ່ອນຄວາມບອບບາງຂອງປະຊາຊົນໃນອ່າງແມ່ນໍ້າຂອງ ໂດຍສະເພາະ ໃນຊຸມຊົນກະສິກໍາ. ຄມສ ໄດ້ສະໜັບສະໜູນບັນດາປະເທດສະມາຊິກ ຜ່ານຍຸດທະສາດລະດັບພາກພື້ນ ໂດຍສະເພາະ ຍຸດທະສາດການຄຸ້ມຄອງ ແລະ ຫຼຸດຜ່ອນໄພນໍ້າຖ້ວມ ທີ່ແນໃສ່ໃນການປ້ອງກັນ, ຫຼຸດຜ່ອນ ຫຼື ບັນເທົາການສູນເສຍຂອງປະຊາຊົນ ແລະ ຜົນເສຍຫາຍທາງດ້ານເສດຖະກິດ ອັນເນື່ອງມາຈາກໄພນໍ້າຖ້ວມ ແລະ ຍຸດທະສາດຄຸ້ມຄອງໄພແຫ້ງແລ້ງ ທີ່ແນໃສ່ຊ່ວຍເຫຼືອບັນດາປະເທດໃນອ່າງແມ່ນໍ້າຂອງຕອນລຸ່ມໃຫ້ສາມາດຮັບມືກັບໄພແຫ້ງແລ້ງໃນປັດຈຸບັນ ແລະ ອະນາຄົດທີ່ມີຜົນກະທົບໃນລະດັບປະເທດ ແລະ ຂ້າມຜ່ານຊາຍແດນ.

ບົດແນະນໍາດ້ານເຕັກນິກໄດ້ຖືກພັດທະນາຂຶ້ນເພື່ອໃຫ້ສະທ້ອນໃຫ້ເຫັນການປະເມີນຄວາມສ່ຽງໄພນໍ້າຖ້ວມ ແລະ ເຄື່ອງມືຕ່າງໆໃນການຕິດຕາມ ແລະ ພະຍາກອນໄພແຫ້ງແລ້ງ.

ຜົນການສຶກສາ ແລະ ການປະເມີນ ຕໍ່ຜົນກະທົບ ແລະ ຄວາມບອບບາງຕໍ່ໄພແຫ້ງແລ້ງ ພ້ອມທັງ ຄວາມສົມດຸນຂອງນໍ້າ ລະຫວ່າງ ຄວາມຕ້ອງການນໍ້າ ແລະ ປະລິມານນໍ້າທີ່ມີຢູ່ເພື່ອການປູກພືດ ເພື່ອປະກອບເປັນຂໍ້ມູນໃຫ້ແກ່ການພັດທະນາຍຸດທະສາດການຄຸ້ມຄອງໄພແຫ້ງແລ້ງໃຫ້ດີຂຶ້ນກວ່າເກົ່າ.

ໃນຊ່ວງລະດູຝົນ, ຄມສໄດ້ມີການພະຍາກອນ ແລະ ແຈ້ງເຕືອນໄພລ່ວງໜ້າ ໂດຍການສະໜອງຂໍ້ມູນພະຍາກອນໄພນໍ້າຖ້ວມຍື່ງ ແລະ ຂໍ້ມູນພະຍາກອນໄພນໍ້າຖ້ວມຊຸໃນອ່າງແມ່ນໍ້າຂອງຕອນລຸ່ມ. ນອກຈາກນີ້, ຄມສ ກໍມີລະບົບທີ່ສະໜອງການຕິດຕາມປະລິມານການໄຫຼຂອງນໍ້າປະຈໍາອາທິດໃນຊ່ວງລະດູແລ້ງ ແລະ ລະບົບພະຍາກອນ ແລະ ແຈ້ງເຕືອນໄພລ່ວງໜ້າ ໄພແຫ້ງແລ້ງ ປະຈໍາອາທິດ ແລະ ປະຈໍາເດືອນ ເຊິ່ງລະບົບດັ່ງກ່າວໄດ້ຊ່ວຍໃຫ້ ບັນດາຂະແໜງການໃນລະດັບປະເທດ ແລະ ຊຸມຊົນສາມາດກຽມພ້ອມຮັບມມືກັບໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງໃຫ້ດີຂຶ້ນກວ່າເກົ່າ. ຄມສ ໄດ້ແບ່ງປັນບົດລາຍງານປະຈໍາວັນໃນການພະຍາກອນຜ່ານທາງ ອີເມລ ແລະ ໜ້າເວັບໄຊ ຄມສ, ເວັບໄຊການພະຍາກອນໄພນໍ້າຖ້ວມ ແລະ ເວັບໄຊການພະຍາກອນ ແລະ ແຈ້ງເຕືອນໄພແຫ້ງແລ້ງຜ່ານຄະນະກໍາມະການແມ່ນໍ້າຂອງແຫ່ງຊາດ, ອົງການທີ່ບໍ່ຂຶ້ນກັບລັດຖະບານ, ສື່ສານມວນຊົນ ແລະ ປະຊາຊົນ.

ນອກຈາກນີ້, ຄມສ ໄດ້ມີການສ້າງຄວາມສາມາດເພື່ອສົ່ງເສີມການແບ່ງປັນ ແລະ ແລກປ່ຽນຂໍ້ມູນຂ່າວສານ ແລະ ປະສົບການຕົວຈິງ ເພື່ອເຮັດໃຫ້ຜູ້ມີສິດຕັດສິນໃຈໄດ້ແບ່ງປັນບົດຮຽນທີ່ໄດ້ຮຽນມາ ແລະ ສະໜັບສະໜູນການພັດທະນາວິທີການແກ້ໄຂສະເພາະພາກພື້ນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com