Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ແມ່ຍິງກະຊວງການຕ່າງປະເທດ ສະຫຼອງວັນແມ່ຍິງສາກົນ 113 ປີ ............

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 31/03/2023 15:32:54 ຈຳ​ນວນ​​ຢ້ຽມ​ຊົມ 363 ຄັ້ງ

ໃນວັນທີ 31 ມີນານີ້, ສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຈັດພິທີປາຖະກະຖາ ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ ຄົບຮອບ 113 ປີ (8/3/1910-8/3/2023) ໂດຍການໃຫ້ ກຽດເຂົ້າຮ່ວມຂອງ ທ່ານ ນາງ ອິນລາວັນ ແກ້ວບຸນພັນ ກຳມະການສູນກາງພັກ ປະທານສູນກາງ ສະຫະພັນແມ່ຍິງລາວ (ສສຍລ); ທ່ານ ທອງຜ່ານ ສະຫວັນເພັດ ຄະນະປະຈໍາພັກກະ ຊວງ ຜູ້ຊີ້ນໍາ ອົງການຈັດຕັ້ງມະຫາຊົນ ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຄະນະ ບໍລິຫານງານສະ ຫະພັນແມ່ຍິງ ກະຊວງການຕ່າງປະເທດ, ຕາງໜ້າຄະນະບໍລິຫານງານສະຫະພັນກໍາ ມະບານ ແລະ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງການຕ່າງປະເທດ, ບັນດາຄະນະກົມ, ພັນລະຍາການນໍາ ກະຊວງ, ພ້ອມດ້ວຍບັນດາພະນັກງານເພດຍິງຂອງກະຊວງການຕ່າງປະເທດ ເຂົ້າຮ່ວມ ຢ່າງພ້ອມ ພຽງ.

ໃນພິທີດັ່ງກ່າວ, ທ່ານ ນາງ ໄກມະນີ ອໍລະບູນ ຄະນະບໍລິຫານງານພັກກະຊວງ ປະທານ ຄະນະບໍລິຫານງານສະຫະພັນແມ່ຍິງກະຊວງການຕ່າງປະເທດ ໄດ້ຂຶ້ນຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານ ປະຈໍາປີ 2022 ແລະ ທິດທາງແຜນການເຄື່ອນໄຫວ ປະຈໍາປີ 2023 ຂອງສະຫະ ພັນແມ່ຍິງກະຊວງການຕ່າງປະເທດ, ໂດຍໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດອັນພົ້ນເດັ່ນໃນການປະຕິບັດ ວຽກງານໃນດ້ານຕ່າງໆ ໃນໄລຍະ 1 ປີ ຜ່ານມາ ຊຶ່ງເອື້ອຍນ້ອງແມ່ຍິງ ແມ່ນໄດ້ເຄື່ອນໄຫວ ວຽກງານຂອງສະຫະພັນແມ່ຍິງໄປຄຽງຄູ່ກັບການເຄື່ອນໄຫວວຽກງານດ້ານວິຊາສະເພາະ ທັງເຄື່ອນໄຫວ ຕາມແຜນການປະຈຳປີ ແລະ ນອກແຜນການ ຢ່າງມີປະສິດທິພາບ ແລະ ມີຜົນສໍາເລັດອັນຈົບງາມ ຊຶ່ງສະແດງອອກໃນການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 3 ດີ ຂອງສູນກາງສະຫະພັນແມ່ຍິງລາວ, ຜ່ານການ ຈັດຕັ້ງປະຕິບັດຕົວຈິງ ໃນປີ 2022 ສາມາດຄັດເລືອກໄດ້ ໜ່ວຍ/ຈຸ 3 ດີ ປະເພດ I, ຈຳນວນ 51 ໜ່ວຍ/ຈຸ (ຢູ່ພາຍໃນ 17 ໜ່ວຍ ແລະ ຕ່າງປະເທດ 34 ໜ່ວຍ/ຈຸ) ແລະ ມີບຸກຄົນ 3 ດີ ປະເພດ I, 334 ສະຫາຍ (247 ສະຫາຍຢູ່ພາຍໃນປະເທດ ແລະ 87 ສະຫາຍຢູ່ຕ່າງປະເທດ).

ໃນໂອກາດອັນມີຄວາມໝາຍສໍາຄັນນີ້, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ປະທານ ສສຍລ ໄດ້ໃຫ້ກຽດເລົ່າມູນເຊື້ອ ປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ, ພ້ອມທັງໄດ້ຍົກໃຫ້ ເຫັນບົດບາດຄວາມສໍາຄັນຂອງແມ່ຍິງ ໃນຂົງເຂດວຽກງານຕ່າງໆໃນທົ່ວໂລກ ກໍຄືແມ່ຍິງລາວໃນ ຂອບເຂດທົ່ວປະເທດ ເພື່ອສືບຕໍ່ປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ, ສົ່ງເສີມຄວາມ ກ້າວໜ້າຂອງແມ່ຍິງ ແລະ ຮັບປະກັນການປະຕິບັດຄວາມສະເໝີພາບຍິງ-ຊາຍ ທາງດ້ານການເມືອງ, ເສດຖະກິດ ແລະ ຊີວິດການເປັນຢູ່ໃນສັງຄົມ ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພ້ອມດຽວກັນນັ້ນ, ປະທານ ສສຍລ ຍັງໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ແກ່ເອື້ອຍນ້ອງແມ່ຍິງກະຊວງການຕ່າງປະເທດ ຊຶ່ງໄດ້ເນັ້ນໜັກບາງຈຸດ ໂດຍສະເພາະແມ່ນຄວາມໜັກແໜ້ນທາງດ້ານແນວຄິດການເມືອງ, ການຮັກສາຄວາມສາມັກຄີ ພາຍໃນ, ຄວາມບຸກໜ້າບືນຕົວ ແລະ ພັດທະນາຕົນເອງເລື້ອຍໆ ເພື່ອເຮັດວຽກຄຽງບ່າຄຽງໄຫຼ່ ກັບ ເພດຊາຍ ເຂົ້າຮ່ວມຂະບວນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.

(ຂ່າວ: ກະຊວງການຕ່າງປະເທດ)


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com