Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມສຶກສາສົມບູນເພຍວັດ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໄດ້ຈັດຂຶ້ນໃນວັນທີ 30 ມີນາ ຜ່ານມາ ໂດຍເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ, ມີສະຫາຍ ຫວັງ ໜີງ ເລຂາພັກແຂວງຢຸນນານ ແຫ່ງ ສປ ຈີນ, ມີບັນດາລັດຖະມົນຕີ, ເຈົ້າຄອງນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີ, ທ່ານ ເສິນ ຊູຈຸນ (Chen Zujun) ປະທານກຸ່ມບໍລິສັດກໍ່ສ້າງລົງທຶນແຂວງຢຸນນານ ໃນຖານະທີ່ໄດ້ຮັບສິດເປັນຜູ້ຮັບເໝົາກໍ່ສ້າງໂຄງການ, ຂຶ້ນລາຍງານປະຫວັດຄວາມເປັນມາ, ຄວາມຄືບໜ້າ ແລະ ຜົນສຳເລັດຂອງການກໍ່ສ້າງໂຮງຮຽນມັດທະຍົມສົມບູນເພຍວັດ ໂດຍສັງເຂບ. ຈາກນັ້ນ, ສະຫາຍ ຈຽງ ຈ້າຍຕົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈຳ ສປປ ລາວ ແລະ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຜັດປ່ຽນກັນຂຶ້ນມີຄໍາເຫັນຕໍ່ຜົນສໍາເລັດຂອງໂຄງການກໍ່ສ້າງອາຄານດັ່ງກ່າວ, ໂຄງການນີ້ ແມ່ນຈັດຢູ່ໃນໂຄງການໂຮງຮຽນ 10 ແຫ່ງ ທີ່ການນໍາຂັ້ນສູງສຸດຂອງສອງປະເທດ ລາວ ແລະ ຈີນ ໄດ້ຕົກລົງເປັນເອກະພາບກັນໃນປີ 2016 ຊຶ່ງເປັນໂຄງການບຸລິມະສິດທີ່ສໍາຄັນໜຶ່ງ ໃນການພັດທະນາຊັບພະຍາກອນມະນຸດຂອງ ສປປ ລາວ ກໍຄື ການຮ່ວມມືລະຫວ່າງສອງປະເທດ ລາວ-ຈີນ, ເປັນທຶນຊ່ວຍເຫຼືອຈາກ ລັດຖະບານ ແຫ່ງ ສປ ຈີນ, ໂດຍໄດ້ມີການລົງນາມສັນຍາການຈັດຕັ້ງປະຕິບັດໂຄງການຊ່ວຍເຫຼືອ ໃນວັນທີ 24 ສິງຫາ 2020, ມູນຄ່າກໍ່ສ້າງທັງໝົດ 97.400.000 ຢວນ, ມີເນື້ອທີ່ທັງໝົດ 9.022 ຕາແມັດ, ເນື້ອທີ່ກໍ່ສ້າງ 7.866 ຕາແມັດ ຊຶ່ງໄດ້ເລີ່ມການກໍ່ສ້າງມາແຕ່ ວັນທີ 21 ພຶດສະພາ 2021 ແລະ ສຳເລັດໃນປີ 2023, ອາຄານຮຽນດັ່ງກ່າວ ສາມາດຮອງຮັບນັກຮຽນໄດ້ປະມານ 1.400 ກວ່າຄົນ ຊຶ່ງປະກອບມີ: ຫ້ອງຮຽນ 50 ຫ້ອງ, ຫ້ອງເຄມີ, ຫ້ອງຟີຊິກ, ຫ້ອງຊີວະສາດ, ຫ້ອງທົດລອງວິທະຍາສາດທໍາມະຊາດ, ຫ້ອງຄອມພີວເຕີ 1 ຫ້ອງ, ຫ້ອງສອນພາສາຈີນ 1 ຫ້ອງ, ຫ້ອງອ່ານ-ຫ້ອງສະໝຸດ 2 ຫ້ອງ, ຫ້ອງການຄູ-ອາຈານ, ຫ້ອງອໍານວຍການ, ຫ້ອງປະຊຸມ ແລະ ອື່ນໆ.
ສະຫາຍ ຫວັງ ໜິງ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປ ຈີນ ຂຶ້ນມອບກະແຈ ແລະ ຕາງໜ້າລັດຖະບານ ແຫ່ງ ສປປ ລາວ ຮັບໂດຍ ສະຫາຍ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ໂຄງການດັ່ງກ່າວ ຖືເປັນສັນຍາລັກອັນພົ້ນເດັ່ນຂອງໝາກຜົນການຮ່ວມມືດ້ານການສຶກສາ ລະຫວ່າງສອງຊາດລາວ ແລະ ຈີນ.
ສະຫາຍ ອາດສະພັງທອງ ສີພັນດອນ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນ ມາຍັງ ພັກ-ລັດຖະບານ ແລະ ປະຊາຊົນຈີນ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫຼືອ ສປປ ລາວ ຕະຫຼອດໄລຍະຜ່ານມາ, ພ້ອມນີ້, ສະແດງຄວາມຂອບໃຈມາຍັງທຸກພາກສ່ວນ ທັງ ລາວ ແລະ ຈີນ ທີ່ໄດ້ປະກອບສ່ວນສຸມທຸກເຫື່ອແຮງເຂົ້າໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ ຈົນໄດ້ຮັບຜົນສຳເລັດຢ່າງຈົບງາມ.
ໃນຕອນຄ່ຳຂອງວັນດຽວກັນ, ສະຫາຍ ສະເຫຼີມໄຊ ກົມມະສິດ ໄດ້ພົບປະເຮັດວຽກກັບ ສະຫາຍ ຫວັງ ໜິງ, ໃນໂອກາດນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງຂຶ້ນເລື້ອຍໆ. ພ້ອມນີ້, ສອງຝ່າຍ ໄດ້ເຫັນດີເປັນເອກະພາບກັນຊຸກຍູ້ການພົວພັນຮ່ວມມືໃນດ້ານຕ່າງໆໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອມີຜົນສໍາເລັດອັນໃໝ່ໃຫຍ່ຫຼວງກວ່າເກົ່າ, ໃນນັນ ໄດ້ປຶກສາຫາລືກັນໃນບາງດ້ານທີ່ຄວນເອົາໃຈໃສ່ໃນຕໍ່ໜ້າເຊັ່ນ: ດ້ານການກໍ່ສ້າງພື້ນຖານໂຄງລ່າງ, ເສັ້ນທາງດ່ວນຈາກ ລາວໄປຈີນ ໃນສ່ວນທີ່ຢູ່ໃນແຜນການ ໃຫ້ມີຄວາມຄືບໜ້າໄວ; ດ້ານການທ່ອງທ່ຽວ ການເປີດເສັ້ນທາງລົດໄຟສາກົນ ລາວ-ຈີນ, ວຽງຈັນ-ຄຸນມິງ; ດ້ານການອຳນວຍຄວາມສະດວກໃນການຜ່ານດ່ານ ແລະ ການຂົນສົ່ງທາງລົດໄຟ ໃຫ້ມີຜົນປະໂຫຍດຕໍ່ສອງຝ່າຍຫຼາຍຂຶ້ນ; ດ້ານກະສິກຳ ເພື່ອຮ່ວມມືກັນຜະລິດສິນຄ້າສົ່ງໄປຕະຫຼາດຈີນ; ການຮ່ວມມືໃນຂະແໜງບໍ່ແຮ່, ການປຸງແຕ່ງແຮ່ທາດ ແລະ ການຜະລິດສິນຄ້າ; ການລົງທຶນຂອງວິສາຫະກິດຈີນຢູ່ລາວ; ການສຶກສາ, ພະລັງງານ; ການແລກປ່ຽນຄະນະຜູ້ແທນນຳກັນ ແລະ ອື່ນໆ ທີ່ສອງຝ່າຍມີທ່າແຮງ. ພິເສດ, ສອງຝ່າຍ ໄດ້ເຫັນດີນຳກັນຕໍ່ການກະກຽມເປີດຖ້ຽວລົດໄຟຄຸນມິງ-ວຽງຈັນ ຖ້ຽວປະຖົມມະເລີກ ໃນວັນທີ 13 ເມສາ 2023 ນີ້ ຊຶ່ງຈະມີພິທີຮັບຕ້ອນນັກທ່ອງທ່ຽວຈີນ ຊຸດທຳອິດຢູ່ເບື້ອງດິນລາວ.
ໂອກາດນີ້, ສະຫາຍ ຫວັງ ໜິງ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະແດງຄວາມຍິນດີຈະຊຸກຍູ້ໃຫ້ພາກສ່ວນກ່ຽວຂ້ອງຂອງສອງຝ່າຍ ປຶກສາຫາລື ແລະ ເຮັດວຽກຮ່ວມກັນໃຫ້ຫຼາຍຂຶ້ນ ເພື່ອຈັດຕັ້ງປະຕິບັດບັນດາຂໍ້ຕົກລົງຕ່າງໆ ທີ່ການນໍາຂັ້ນສູງຂອງສອງປະເທດເຫັນດີເປັນເອກະພາບກັນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ, ນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນສອງຊາດ, ນໍາເອົາຄວາມຮຸ່ງເຮືອງສີວິໄລມາສູ່ສອງປະເທດ ຈີນ-ລາວ, ເພື່ອເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນເປັນມູນເຊື້ອນີ້ ໃຫ້ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
(ຂ່າວ: ກະຊວງການຕ່າງປະເທດ, ພາບ: ນາງ ແສງຈັນ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com