Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຮອງລັດຖະມົນຕີກະຊວງ ຜທ ແລະອົງການອຸຍນີເຊັບຢ້ຽມຢາມແຂວງຊຽງຂວາງ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 24/04/2023 11:01:53 ຈຳ​ນວນ​​ຢ້ຽມ​ຊົມ 1745 ຄັ້ງ

ທ່ານນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ)ແລະທ່ານ ນາງ ເພຍ ເຣເບລໂລ ບຣິດໂຕຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ສປປ ລາວພ້ອມດ້ຍຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຮັດວຽກຢູ່ແຂວງຊຽງຂວາງເມື່ອທ້າຍທ້າຍອາທິດຜ່ານມາ.

ການຢ້ຽມຢາມແຂວງຊຽງຂວາງຄັ້ງນີ້ ຄະນະຜູ້ແທນຂັ້ນສູງດັ່ງກ່າວ ໄດ້ເດີນທາງໄປຢ້ຽມຢາມບັນດາກິດຈະກຳຂອງແຜນງານນະໂຍບາຍສັງຄົມ ທີ່ໄດ້ສະເເດງໃຫ້ເຫັນເຖິງຜົນສຳເລັດຕ່າງໆ ໂດຍຜ່ານການຮ່ວມມືອັນແໜ້ນແຟ້ນລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊັບ, ໂດຍສະເພາະຜົນສຳເລັດໃນວຽກງານປົກປ້ອງສິດທິເດັກ, ການຄົ້ນຄວ້າ ແລະ ສ້າງຖານຂໍ້ມູນກ່ຽວກັບເດັກ ເພື່ອປະກອບສ່ວນເຂົ້າໃນການວັດແທກເປົ້າໝາຍພັດທະນາຕ່າງໆຂອງ ສປປ ລາວ, ຄະນະດັ່ງກ່າວ ໄດ້ລົງຢ້ຽມຢາມຄອບຄົວເດັກພິການທີ່ໄດ້ຮັບການຊ່ວຍເຫຼືອຈາກອົງການອຸຍນີເຊັບ ຜ່ານແຜນງານປົກປ້ອງເດັກ ໂຄງການ ການດູແລ ແລະ ຊ່ວຍເຫຼືອ ເດັກພິການ ທີ່ ບ້ານໂພນໄຊເມືອງຄູນແຂວງຊຽງຂວາງ. ໂຄງການດັ່ງກ່າວ ເປັນໂຄງການສຳຄັນໃນການປົກປ້ອງສິດທິຂອງເດັກນ້ອຍ ແລະ ເປັນໂຄງການທົດລອງຊຶ່ງໄດ້ຮັບການສະໜັບສະໜູນຈາກ ລັດຖະບານອົສຕຣາລີ ໂດຍຜ່ານ Australian NGO Cooperation Program, ໂຄງການນີ້ເເມ່ນຈະສຸມໃສ່ການສະໜັບສະໜູນ ພິເສດຕໍ່ເດັກນ້ອຍທີ່ມີຄວາມພິການ ແລະ ຄອບຄົວຂອງພວກເຂົາ.

ຈາກນັ້ນ, ທ່ານນາງ ພອນວັນ ອຸທະວົງ ພ້ອມຄະນະໄດ້ໄປສັງເກດ ການເດີນສຳຫຼວດ ດັດຊະນີໝາຍສັງຄົມລາວ ຄັ້ງທີ III (LSIS III) ທີ່ບ້ານນາໄຊເມືອງຄູນ ເພື່ອສັງເກດຂະບວນການເກັບກຳຂໍ້ມູນຂໍ້ມູນ ສຳລັບ LSIS III. ຜົນຈາກການສໍາຫຼວດລະດັບປະເທດດັ່ງກ່າວນີ້ ຈະຊ່ວຍໃຫ້ ລັດຖະບານ ສປປ ລາວ ແລະອົງການອຸຍນີເຊັບ ອອກແບບນະໂຍບາຍທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອປັບປຸງຊີວິດຂອງເດັກນ້ອຍ ແລະ ແມ່ຍິງລາວ, ພ້ອມທັງເປັນການປະກອບສ່ວນເຂົ້າໃນການປະເມີນຄວາມຄືບໜ້າຂອງເປົ້າໝາຍພັດທະນາຊັບພະຍາກອນມະນຸດ ພາຍໃຕ້ແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ເປົ້າໝາຍການພັດທະນາ ແບບຍືນຍົງ.

ທ່ານ ຮອງລັດຖະມົນຕີ ກະຊວງແຜນການ ແລະການລົງທຶນ ໄດ້ກ່າວວ່າ: “ການຮ່ວມມືລະຫວ່າງ ລັດຖະບານ ສປປ ລາວ ແລະ ອົງການອຸຍນີເຊັບ ມາເປັນເວລາ 50 ປີ ໄດ້ນໍາມາຊຶ່ງຄວາມປ່ຽນແປງທີ່ດີິໃນຊີວິດການເປັນຢູ່ຂອງເດັກນ້ອຍ ແລະ ແມ່ຍິງລາວ, ໂດຍສະເພາະໃນຂົງເຂດວຽກງານ ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ ແລະ ສຸຂາພິບານ. ຄວາມສໍາເລັດເຫຼົ່ານີ້ ແມ່ນມີຜົນມາຈາກຄວາມພະຍາຍາມ ແລະ ຄວາມຕັ້ງໃຈຂອງພວກເຮົາທຸກຄົນ. ພວກເຮົາຫວັງວ່າຈະສາມາດສືບຕໍ່ເຮັດວຽກກັບ ອົງການອຸຍນີເຊັບ ເພື່ອສືບຕໍ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນທຸກຄົນ ແລະ ບັນລຸວິໄສທັດຂອງພວກເຮົາສໍາລັບປະເທດລາວທີ່ຈະເລີນຮຸ່ງເຮືອງ".

ທ່ານນາງ ພອນວັນ ອຸທະວົງ ພ້ອມຄະນະຍັງໄດ້ໄປຢ້ຽມຢາມບ້ານອົ້ມເມືອງຄູນໂດຍໄດ້ລົງສັງເກດລະບົບນ້ຳ ແລະ ສຸຂະອະນາໄມ ທີ່ມີຄວາມສຳຄັນໃນການສະໜອງນ້ຳສະອາດ ແລະ ປັບປຸງສຸຂະພາບຂອງບັນດາຊຸມຊົນໃນບ້ານ. ຜົນສຳເລັດຂອງໂຄງການນ້ຳ ແລະ ສຸຂະອະນາໄມ ໃນບ້ານດັ່ງກ່າວ ເປັນຕົວຢ່າງຂອງຄວາມມຸ່ງໝັ້ນຂອງ ອົງການອຸຍນີເຊັບແລະ ລັດຖະບານ ສປປ ລາວ ໃນຂົງເຂດວຽກງານນ້ຳ ແລະ ສຸຂາພິບານ ໃນບັນດາຊຸມຊົນທົ່ວປະເທດ.

ຂ່າວ: ອົງການອຸຍນີເຊັບ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com