Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ກອງປະຊຸມສະຫຼຸບວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາທົ່ວປະເທດ ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 24 ເມສາ ນີ້ ທີ່ສະຖບັນຄົ້ນຄວ້າວິທະຍາສາດການສຶກສາ (ແບບເຊິ່ງໜ້າ ແລະ ອອນລາຍ)ໂດຍກ່າວເປີດຂອງ ທ່ານ ນາງ ສີສຸກ ວົງວິຈິດ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີບັນດາຫົວໜ້າສະຖາບັນ, ກົມ, ສູນ, ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງ, ບັນດາແຂວງເຂົ້າຮ່ວມ.
ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້, ບັນດາທ່ານທີ່ຮັບຜິດຊອບວຽກໂຄສະນາຂ່າວສານໃນທົ່ວປະເທດຈະໄດ້ແລກປ່ຽນບົດຮຽນຊຶ່ງກັນ ແລະ ກັນ ໃນການປະຕິບັດ ແລະ ຕີລາຄາຄືນວຽກງານໂຄສະນາຂ່າວສານ ປີຜ່ານມາ, ກຳນົດແຜນການ, ວຽກຈຸດສຸມໃນປີ 2023 ແລະ ຍຸດທະສາດວຽກໂຄສະນາຂ່າວສານໃນຊຸມປີຕໍ່ໜ້າ ເພື່ອເຮັດໃຫ້ການໂຄສະນາຂ່າວສານ ກາຍເປັນກະບອກສຽງອັນແຫຼມຄົມ, ມີຄຸນນະພາບ, ວ່ອງໄວ, ທັນສະໄໝ ຕອບສະໜອງແນວທາງ ແລະ ນະໂຍບາຍຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະ ແມ່ນແນໃສ່ຮັບໃຊ້ແຜນຍຸດທະສາດ ພັດທະນາຮອບດ້ານ ຂອງກະຊວງສຶກສາທິການ ແລະ ກິລາ.
ໃນກອງປະຊຸມຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການສະເໜີບັນດາເອກະສານ ແລະ ວຽກງານທີ່ສຳຄັນ ເຊັ່ນ: ບົດສະຫຼຸບການຈັດຕັ້ງປະຕິບັດວຽກງານໂຄສະນາຂ່າວສານການສຶກສາ ແລະ ກິລາ ປະຈຳປີ 2022 ແລະ ທິດທາງແຜນການ; ຮັບຟັງຄຳເຫັນ ແລະ ບົດຮຽນຕົວຈິງ ຂອງຜູ້ຮັບຜິດຊອບວຽກໂຄສະນາຂ່າວສານ ຈາກ 3 ແຂວງ ເຊັ່ນ: ຫົວພັນ, ສະຫວັນນະເຂດ ແລະ ແຂວງອັດຕະປື.
ທ່ານ ນາງ ສີສຸກ ວົງວິຈິດ ໄດ້ກ່າວຕື່ມອີກວ່າ: ເພື່ອໃຫ້ຮັບປະກັນວຽກໂຄສະນາຂ່າວສານ ໃຫ້ກາຍເປັນກະບອກສຽງ ໃຫ້ແກ່ຂົງເຂດສຶກສາ-ກິລາ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ອີງຕາມທ່າອ່ຽງດ້ານສື່ມວນຊົນຂອງໂລກ ທີ່ຫັນໄປສູ່ລະບົບໃໝ່ ທັນສະໄໝຢ່າງກ້າວກະໂດດ, ຫັນຈາກລະບົບໂທລະພາບ ແບບອານາລັອກ ໄປສູ່ລະບົບແບບດີຈີຕອນ. ສະນັ້ນ, ຜູ້ຮັບຜິດຊອບວຽກງານດ້ານໂຄສະນາຂ່າວສານ ຕ້ອງຍິ່ງເລັ່ງພັດທະນາທັກສະຄວາມຮູ້ ຄວາມສາມາດຂອງໂຕເອງ ເພື່ອໃຫ້ທັນກັບລະບົບ ແລະ ເຕັກໂນໂລຢີໃໝ່ໆ.
ນັກໂຄສະນາຂ່າວສານ ຫຼື ສື່ມວນຊົນ ສາຍສຶກສາ-ກິລາ ກໍໄດ້ປະກອບສ່ວນເຄື່ອນໄຫວ ຢ່າງຫ້າວຫັນເປັນຂະບວນຟົດຟື້ນ ເຮັດໃຫ້ມວນຊົນໃນທົ່ວປະເທດສາມາດຕິດຕາມ ແລະ ຮັບຮູ້ການເຄື່ອນໄຫວແຂ່ງຂັນ ໃນງານທີ່ເປັນປະຫວັດສາດຂອງຊາດໄດ້ຢ່າງທົ່ວເຖິງ; ການນຳເອົາຂໍ້ມູນຂ່າວສານທຸກໆເຫດການ ທີ່ຈະນໍາໄປເຜີຍແຜ່ໂຄສະນາອອກຕໍ່ມວນຊົນ, ຕໍ່ສັງຄົມໃຫ້ຮັບຮູ້ ແມ່ນສໍາຄັນທີ່ສຸດ. ສະນັ້ນ, ຕ້ອງເນັ້ນການກວດກາ, ກວດແກ້ຂໍ້ມູນໃຫ້ມີຄວາມຖືກຕ້ອງຊັດເຈນທີ່ສຸດ ແລະ ຄຳນຶງເຖິງຈັນຍາບັນ ໃນຖານະທີ່ເປັນສື່ມວນຊົນ (ນັກຂ່າວ) ທີ່ປັນກະບອກສຽງໃຫ້ແກ່ຂັ້ນເທິງ.
(ຂ່າວ: ບຸນອຸ້ມ, ພາບ: ບຸນຕອມ)
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com