Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ທ່ານ ບຸນທົງ ຖິ່ນດອນໂຂງ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງໃຫ້ຮູ້ວ່າ: ແຕ່ນີ້ຮອດປີ 2025 ພະແນກ ຖວທ ແຂວງຈະສຸມໃສ່ພັດທະນາວຽກງານຖະ ແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບ, ກາຍເປັນກະບອກສຽງທີ່ແຫຼມຄົມໃນການໂຄສະນາເຜີຍແຜ່ແນວທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ການສະເໜີຂໍ້ມູນ-ຂ່າວສານໃຫ້ມີຫຼາຍຮູບຫຼາຍສີ, ວ່ອງໄວ, ຖືກຕ້ອງທັນເຫດການເພື່ອໃຫ້ປະຊາຊົນ ກໍຄືສັງຄົມໄດ້ຮັບຮູ້ຢ່າງທົ່ວເຖິງ.
ທ່ານໃຫ້ຮູ້ອີກວ່າ: ໃນໄລຍະຜ່ານມາ ຄະນະພັກ-ຄະນະນໍາຂອງແຂວງ ກໍຄືພະແນກ ຖວທ ແຂວງ ຍາມໃດກໍເປັນຫ່ວງເປັນໃຍ ແລະ ໄດ້ເອົາໃຈໃສ່ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນ, ປະຕິບັດບັນດາແຜນງານ, ໂຄງການບຸລິມະສິດ ເປັນຕົ້ນແມ່ນໂຄງການກໍ່ສ້າງອາຄານວິທະຍຸ-ໂທລະພາບຫຼັງໃໝ່, ໂຄງການຕິດຕັ້ງ ແລະ ຂະຫຍາຍລະບົບໂທລະໂຄ່ງຂັ້ນບ້ານ, ໂຄງການປັບປຸງ ແລະ ພັດທະນາບຸກຄະລາກອນ, ອຸປະກອນເຕັກນິກ ແລະ ພາຫະນະຮັບໃຊ້ຕ່າງໆ ເພື່ອຮັບປະກັນໃຫ້ແກ່ການປະຕິບັດໜ້າທີ່ການເມືອງ, ເປັນກະບອກສຽງໂຄສະນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ຂໍ້ມູນ-ຂ່າວສານຕ່າງໆໃຫ້ສັງຄົມໄດ້ຮັບຮູ້ຢ່າງວ່ອງໄວ ແລະ ກວ້າງຂວາງກວ່າເກົ່າ. ພ້ອມນີ້ເອົາໃຈໃສ່ກໍ່ສ້າງພະນັກງານສື່ມວນຊົນດ້ວຍຮູບການຕ່າງໆເຊັ່ນ: ສົ່ງໄປຮຽນທິດສະດີການເມືອງໄລຍະສັ້ນ 3 ເດືອນ 1 ສະຫາຍ, ຮຽນວິຊາສະເພາະຊັ້ນສູງໄລຍະ 2 ປີ 1 ສະຫາຍ, ຮຽນພາສາຫວຽດນາມໄລຍະ 9 ເດືອນ 1 ສະຫາຍ ຍິງ 1 ສະຫາຍ, ເຂົ້າຮ່ວມກອງປະຊຸມຝຶກອົບຮົມ, ກອງປະຊຸມພົບປະແລກປ່ຽນບົດຮຽນດ້ານວຽກງານຖະແຫຼງຂ່າວ-ສື່ມວນຊົນຢູ່ພາຍໃນປະເທດ ແລະ ຕ່າງປະເທດ 25 ຄັ້ງ ຈໍານວນ 50 ເທື່ອຄົນ.
ທ່ານ ບຸນທົງ ຖິ່ນດອນໂຂງ ກ່າວຕື່ມອີກວ່າ: ເພື່ອສືບຕໍ່ພັດທະນາວຽກງານຖະແຫຼງຂ່າວ-ສື່ມວນຊົນໃຫ້ມີຄຸນນະພາບສູງຂຶ້ນ ພະແນກ ຖວທ ແຂວງ ໄດ້ສຸມໃສ່ພັດທະນາ ແລະ ຍົກລະດັບຄວາມຮູ້ຂອງບຸກຄະລາກອນໃຫ້ສູງຂຶ້ນ ຕິດພັນກັບການຂະຫຍາຍພື້ນຖານໂຄ່ງລ່າງ, ປັບປຸງວຽກງານໄອທີ (IT) ແລະ ປ່ຽນຖ່າຍລະບົບເຕັກນິກໃຫ້ມີຄວາມທັນສະໄໝ (ຈາກລະບົບອານາລ໋ອກໄປສູ່ລະບົບດີຈີຕອນ) ໃຫ້ໄດ້ໃນຂອບເຂດທົ່ວແຂວງ ແລະ ສາມາດເຊື່ອມໂຍງກັບສາກົນ ເພື່ອເປັນສູນກາງໃນການບໍລິການຜະລິດຕະພັນສື່ມວນຊົນ; ພັດ ທະນາຮູບແບບການຂຽນ, ການສະເໜີຂ່າວໃຫ້ມີຫຼາຍຮູບຫຼາຍສີ, ວ່ອງໄວ, ຖືກຕ້ອງ ແລະ ທັນເຫດການ; ປະກອບພາຫະນະ, ອຸປະກອນ ແລະ ງົບປະມານຮັບໃຊ້ທີ່ຈໍາເປັນເຂົ້າໃນການເຄື່ອນໄຫວວຽກງານຂ່າວໃຫ້ ເໝາະສົມ ແນໃສ່ສ້າງພື້ນຖານໃຫ້ແກ່ການເຄື່ອນໄຫວວຽກງານດັ່ງກ່າວ ລົງເລິກເຖິງຮາກຖານການຜະລິດ ແລະ ແທດເຖິງຂະບວນການວຽກງານຕົວຈິງຂອງສັງຄົມ; ຂະຫຍາຍ ແລະ ຕິດຕັ້ງລະບົບໂທລະໂຄ່ງໃຫ້ບ້ານເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ແລະ ເຂດຈຸດສຸມພັດທະນາຕ່າງໆຂອງແຂວງໃຫ້ທົ່ວເຖິງ.
ຂ່າວ-ພາບ: ສັນຍາ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com