Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສະຫວັນນະເຂດ ຍ້ອງຍໍນັກຮຽນເກັ່ງ ຮ່ວມສອບເສັງລະດັບຊາດ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 10/05/2023 09:33:18 ຈຳ​ນວນ​​ຢ້ຽມ​ຊົມ 2464 ຄັ້ງ

ພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ໄດ້ຈັດພິທີມອບລາງວັນ ແລະ ຍ້ອງຍໍນັກຮຽນເກັ່ງທີ່ເປັນຕົວແທນຂອງແຂວງເຂົ້າຮ່ວມສອບເສັງນັກຮຽນເກັ່ງລະດັບຊາດ ປະຈໍາສົກຮຽນ 2022-2023 ເມື່ອບໍ່ດົນມານີ້ ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ, ໂດຍການເປັນປະທານຂອງ ທ່ານ ພິມມະສອນ ວໍລະຍຸດ ຮອງຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ມີບັນດາຄະນະພະແນກສຶກສາທິການ ແລະ ກິລາແຂວງ, ຄະນະຫ້ອງການສຶກສາທິການ ແລະ ກິລາ 2 ເມືອງ 1 ນະຄອນໄກສອນ ພົມວິຫານ, ຄູ-ອາຈານ, ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມ.

ໃນພິທີ, ທ່ານ ອາໂນລາດ ພິມໂວຫານ ຫົວໜ້າຂະແໜງສາມັນສຶກສາ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານບົດສະຫຼຸບການສອບເສັງລະດັບຊາດໂດຍສັງເຂບ ຊຶ່ງການສອບເສັງແມ່ນໄດ້ຈັດຂຶ້ນໃນລະຫວ່າງວັນທີ 4-7 ເມສາ 2023 ທີ່ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນໂດຍມີ 3 ກິດຈະກໍາຫຼັກ ຄື: ສອບເສັງນັກຮຽນເກັ່ງ, ທັດສະນະສຶກສາ ແລະ ຖາມ-ຕອບ ວິທະຍາສາດ, ພາຍໃຕ້ການເປັນປະທານຂອງ ທ່ານ ພຸດ ສິມມາລາວົງ ລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ມີຕົວແທນນັກຮຽນຈາກ 17 ແຂວງ ແລະ 1 ນະຄອນຫຼວງວຽງຈັນ ເຂົ້າຮ່ວມທັງໝົດ 144 ຄົນ, 68 ຄົນ.

ຜ່ານການສອບເສັງໃນຊັ້ນມັດທະຍົມສຶກສາຕອນຕົ້ນ (ມ.4) ນັກຮຽນເກັ່ງຂອງແຂວງສະຫວັນນະເຂດ ນາງ ດາລິນສຸກ ແກ້ວວິໄລສັກ ຈາກໂຮງຮຽນ ມ.ຕ ມ່ວງໄຂ່ ສາມາດຍາດໄດ້ອັນດັບທີ 17 ວິຊາພາສາລາວ-ວັນນະຄະດີ, ທ້າວ ເລທັນບິນ ຈາກໂຮງຮຽນ ມ.ສ ລາວ-ຫວຽດ ໄດ້ລາງວັນຊົມເຊີຍ ວິຊາຄະນິດສາດ, ນາງ ພອນສະໄໝ ສຸຄຳທັດ ຈາກໂຮງຮຽນ ມ.ສ ລາວ-ຫວຽດ ຍາດໄດ້ອັນດັບທີ 5 ວິຊາຟີຊິກສາດ ແລະ ນາງ ບົວສະຫວັນ ແພງຂຸນໄຕ ຈາກໂຮງຮຽນ ມ.ສ ໂພນເດື່ອ ຍາດໄດ້ອັນດັບທີ 3 ວິຊາເຄມີສາດ.

ສ່ວນ ມ.7 ວິຊາພາສາລາວ-ວັນນະຄະດີ ທ້າວ ຈັນທະສອນ ສິນທະວົງສາ ຈາກໂຮງຮຽນ ມ.ສ ສະຫວັນ ຍາດໄດ້ອັນດັບທີ 16, ວິຊາເຄມີສາດ ນາງ ແພໄໝ ແກ້ວຫານາມ ຈາກໂຮງຮຽນໂພນສະຫວັນ ຍາດໄດ້ອັນດັບທີ 13, ວິຊາຄະນິດສາດ ທ້າວ ໄຊວິສິດ ທິບພະເກສອນ ຈາກໂຮງຮຽນ ມ.ສ ລາວ-ຫວຽດ ຍາດໄດ້ອັນດັບທີ 14, ວິຊາຟີຊິກສາດ ນາງ ກັນສຸດາ ນາມມູນຕີ ຈາກໂຮງຮຽນ ມ.ສ ລາວ-ຫວຽດ ຍາດໄດ້ອັນດັບທີ 9.

ໂອກາດດຽວກັນນີ້, ທ່ານ ຄຳຫຼາຍ ສຸວັນນາລີ ວິຊາການຂະແໜງຈັດຕັ້ງ-ພະນັກງານ ພະແນກສຶກສາທິການ ແລະ ກິລາແຂວງ ໄດ້ຜ່ານມຂໍ້ຕົກລົງຂອງທ່ານເຈົ້າແຂວງສະຫວັນນະເຂດ ວ່າດ້ວຍການຍ້ອງຍໍໃຫ້ກົມກອງ ແລະ ບຸກຄົນດີເດັ່ນ, ຂໍ້ຕົກລົງຂອງທ່ານຫົວໜ້າພະແນກສຶກສາທິການ ແລະ ກິລາ ແຂວງສະຫວັນນະເຂດ ຕໍ່ຜູ້ມີຜົນງານ, ຄູ-ອາຈານ ແລະ ນັກຮຽນ ແລະ ມອບໃບຍ້ອງຍໍ.

ຕອນທ້າຍ, ທ່ານ ພິມມະສອນ ວໍລະຍຸດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການຫ້າງຫາກະກຽມຂອງຄະນະຮັບຜິດຊອບທຸກພາກສ່ວນ ຕະຫຼອດຮອດນັກຮຽນມັດທະຍົມສຶກສາທົ່ວແຂວງ ທີ່ມີຄວາມເອົາໃຈໃສ່ດ້ວຍຄວາມຮັບຜິດຊອບສູງ. ພ້ອມກັນນັ້ນ, ທ່ານຍັງໄດ້ຮຽກຮ້ອງໃຫ້ຄູ-ອາຈານ, ນັກຮຽນທຸກຄົນ ຈົ່ງພ້ອມກັນຕັ້ງໜ້າເອົາໃຈໃສ່ສືບຕໍ່ຄົ້ນຄວ້າບົດຮຽນ ເພື່ອກຽມພ້ອມເຂົ້າສອບເສັງນັກຮຽນເກັ່ງໃນຄັ້ງຕໍ່ໄປ.

ຂ່າວ-ພາບ: ຄຳແພງເພັດ ຂັນຕິວົງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com