Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ເມືອງໂຂງ ຈັດເກັບລາຍຮັບເຂົ້າງົບປະມານໄດ້ລື່ນແຜນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 12/05/2023 10:08:45 ຈຳ​ນວນ​​ຢ້ຽມ​ຊົມ 1520 ຄັ້ງ

ໃນວັນທີ 11 ພຶດສະພານີ້, ເມືອງໂຂງ ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການເງິນປະຈຳປີ 2022 ແລະ ທິດທາງແຜນການປີ 2023 ໃຫ້ກຽດເຂົ້າຮ່ວມມີ ທ່ານ ສຸກກະເສີມ ສີຫານຸວົງ ຫົວໜ້າພະແນກການເງິນແຂວງ, ທ່ານ ບຸນເຮັງ ກົມປະເສີດ ຮອງເຈົ້າເມືອງໆໂຂງ ຜູ້ຊີ້ນຳວຽກງານເສດຖະກິດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສະເຫຼີມໄຊ ແສງສຸລິຍະວົງ ຫົວໜ້າຫ້ອງການການເງິນເມືອງ ກ່າວວ່າ: ການຈັດເກັບລາຍຮັບເຂົ້າງົບປະມານເມືອງ ໂດຍໄດ້ຮັບການຊີ້ນຳຈາກອົງການປົກຄອງເມືອງ ມີການປະສານສົມທົບຢ່າງກົມກຽວກັບຫ້ອງການ, ກົມກອງອ້ອມຂ້າງເມືອງ, ຮາກຖານກຸ່ມບ້ານ ແລະ ບ້ານເປັນປົກກະຕິຕໍ່ເນື່ອງ, ມີແບບແຜນ, ມີຈຸດສຸມໃນການຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາຮອບດ້ານຢ່າງຕໍ່ເນື່ອງ ຈຶ່ງເປັນສາເຫດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານໄດ້ຮັບຜົນສຳເລັດຕາມລະດັບຄາດໝາຍ. ການຄຸ້ມຄອງວຽກງານຈັດເກັບລາຍຮັບ-ລາຍຈ່າຍແມ່ນໄດ້ຖືກຈັດຕັ້ງປະຕິບັດໂດຍຜ່ານລະບົບທັນສະໄໝ 100% (ລະບົບ TAXRISH, RTISH), ຂຶ້ນ ແລະ ຕໍ່ທະບຽນອາກອນຫົວໜ່ວຍຈຸນລະວິສາຫະກິດທີ່ມີລາຍຮັບ 50 ລ້ານກີບ ຫາ 400 ລ້ານກີບຕໍ່ປີ ປະຈຳປີ 2022 ໄດ້ທັງໝົດ 340 ຫົວໜ່ວຍ, ໃນນັ້ນຂະແໜງການຄ້າມີ 204 ຫົວໜ່ວຍ, ຂະແໜງບໍລິການ 31 ຫົວໜ່ວຍ, ຂະແໜງການຜະລິດ 20 ຫົວໜ່ວຍ ແລະ ຫົວໜ່ວຍທີ່ປະເມີນລາຍຮັບບໍ່ຮອດ 50 ລ້ານກີບຕໍ່ປີມີ 88 ຫົວໜ່ວຍ. ການຈັດເກັບລາຍຮັບປີ 2022 ແຜນລາຍຮັບທັງໝົດ 14 ຕື້ 943 ລ້ານ ກວ່າກີບປະຕິບັດໄດ້ 15 ຕື້ 326 ລ້ານກວ່າກີບ ຫຼື ເທົ່າກັບ 106% ຂອງແຜນການ, ສຳລັບແຜນຈັດເກັບລາຍຮັບປະຈຳປີ 2023 ແຜນລາຍຮັບມີທັງໝົດ 15 ຕື້ 200 ລ້ານກວ່າກີບ. ມາເຖິງປັດຈຸບັນປະຕິບັດ 3 ຕື້ກວ່າກີບ ຫຼື ເທົ່າກັບ 21% ຂອງແຜນການ.

ກອງປະຊຸມ ຍັງໄດ້ຮັບຟັງການປະກອບຄຳຄິດຄຳເຫັນຂອງບັນດາຫ້ອງການ, ກົມກອງ, ກຸ່ມບ້ານ ທີ່ພົວພັນກັບການຈັດເກັບລາຍຮັບ ເພື່ອຊອກທິດທາງຮ່ວມກັນ ແນໃສ່ເຮັດໃຫ້ການຈັດເກັບລາຍຮັບປີ 2023 ບັນລຸໄດ້ຕາມແຜນທີ່ກຳນົດໄວ້.

ຂ່າວ-ພາບ: ພຸດທະສິນ ວົງວິໄລທອງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com