Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

3 ເດືອນຕົ້ນປີ ເມືອງສາມັກຄີໄຊ ເກັບລາຍຮັບເຂົ້າງົບປະມານໄດ້ແລ້ວ 27%

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 18/05/2023 14:17:01 ຈຳ​ນວນ​​ຢ້ຽມ​ຊົມ 5253 ຄັ້ງ

ທ່ານ ພິທູນ ມະວົງສາ ຮອງເຈົ້າເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ລາຍງານໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 3 ເດືອນຕົ້ນປີ 2023 ເມືອງສາມັກຄີໄຊ ກໍຄືຫ້ອງການການເງິນເມືອງໄດ້ຮັບຜົນສໍາເລັດຫຼາຍດ້ານ ໂດຍສະເພາະການຂຸດຄົ້ນລາຍຮັບເຂົ້າງົບປະມານ ສາມາດຕອບສະໜອງລາຍຈ່າຍໃຫ້ແກ່ການເຄື່ອນໄຫວຂອງກົງຈັກພັກ-ລັດ, ເປັນຕົ້ນລາຍຈ່າຍເງິນເດືອນ, ເງິນນະໂຍບາຍ, ເງິນບໍລິຫານ, ເງິນດັດສົມ-ສົ່ງເສີມໄດ້ໂດຍພື້ນຖານ. ໃນນີ້ດ້ານລາຍຮັບແຜນງົບປະມານ ປະຕິບັດລາຍຮັບໄດ້ 4 ຕື້ 200 ລ້ານກວ່າກີບ ເທົ່າກັບ 27% ຂອງແຜນການປີ, ໃນນັ້ນລາຍຮັບສ່ວຍສາອາກອນມີ 700 ລ້ານກ່ວາກີບ ເທົ່າກັບ 11% ຂອງແຜນການປີ, ລາຍຮັບພາສີທີ່ດິນມີ 42 ລ້ານກວ່າກີບ ເທົ່າກັບ 6% ຂອງແຜນການປີ, ລາຍຮັບຈາກຊັບສິນຂອງລັດ 3 ຕື້ 500 ລ້ານກ່ວາກີບ, ເທົ່າກັບ 41% ຂອງແຜນການປີ, ສ່ວນລາຍຈ່າຍ 3 ເດືອນຜ່ານມາປະຕິບັດລາຍຈ່າຍງົບປະມານໄດ້ທັງໝົດ 1 ຕື້ 900 ລ້ານກ່ວາກີບ ເທົ່າກັບ 25% ຂອງແຜນການປີ, ໃນນັ້ນຈ່າຍເງິນເດືອນ ແລະ ເງິນອຸດໜູນ 1 ຕື້ 300 ລ້ານກ່ວາກີບ ເທົ່າກັບ 26% ຂອງແຜນການປີ, ຈ່າຍເງິນອຸດໜູນນະໂຍບາຍ 215 ລ້ານກ່ວາກີບ ເທົ່າກັບ 22%, ຈ່າຍບໍລິຫານ 244 ລ້ານກ່ວາກີບ ເທົ່າກັບ 25%, ຈ່າຍເງິນດັດສົມ 182 ລ້ານກ່ວາກີບ ເທົ່າກັບ 25%.

ທ່ານ ພິທູນ ມະວົງສາ ກ່າວໃຫ້ຮູ້ອີກວ່າ: ໃນ 3 ເດືອນຕໍ່ໜ້າຈະສູ້ຊົນຈັດເກັບລາຍຮັບງົບປະມານໃຫ້ໄດ້ 11 ຕື້ 500 ລ້ານກວ່າກີບ ຫຼື ເທົ່າກັບ 74% ຂອງແຜນການປີ ສຸມໃສ່ຄຸ້ມຄອງການຈັດເກັບລາຍຮັບ ຜ່ານລະບົບທັນສະໄໝໃຫ້ກວ້າງຂວາງ ໄປຄຽງຄູ່ກັບການຊຸກຍູ້ຫົວໜ່ວຍທຸລະກິດຖືບັນຊີ ແລະ ເຂົ້າລະບົບ TaxRIS ເພື່ອໃຫ້ທັນເວລາຕາມລະບຽບກົດໝາຍ ສຸມໃສ່ວຽກງານຈຸດສຸມ ວຽກບຸລິມະສິດທີ່ຈໍາເປັນຮີບດ່ວນຂອງເມືອງ ແລະ ຂອງໜ່ວຍງານ ໂດຍສະເພາະວຽກງານແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນໃຫ້ບັນລຸຕາມຕາມແຜນການທີ່ວາງໄວ້.

ຂ່າວ-ພາບ: ວັດທະນາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com