Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ມອບເງິນໃຫ້ນັກກິລາຊັອບເທັນນິດ ທີ່ສ້າງຜົນງານຍາດໄດ້ 3 ຫຼຽນທອງ ຊີເກມ ຄັ້ງທີ 32

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 23/05/2023 14:51:36 ຈຳ​ນວນ​​ຢ້ຽມ​ຊົມ 541 ຄັ້ງ

ທີມນັກກິລາຊັອບເທັນນິດທີມຊາດລາວ ທີ່ສ້າງຜົນງານຍາດໄດ້ 3 ຫຼຽນທອງ ໃນການແຂ່ງຂັນກິລາຊັອບເທັນນິດງານມະຫະກຳກິລາຊີເກມ ຄັ້ງທີ 32 ທີ່ຣາຊະອານາຈັກກຳປູເຈຍ ເປັນເຈົ້າພາບ ລະຫວ່າງວັນທີ 5-17 ພຶດສະພາ ຜ່ານມາ ໄດ້ຮັບເງິນສະໜັບສະໜູນຈາກບັນດາພາກສ່ວນຕ່າງໆເກືອບ 300 ລ້ານກີບ. ຂະນະທີ່ ສະຫະພັນເທັນນິດແຫ່ງຊາດລາວ ມອບເງິນຈຳນວນໜຶ່ງໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາ ທີ່ສາມາດເອົາຊະນະນັກກິລາຫວຽດນາມ ໃນຮອບຄັດເລືອກ.

ສະຫະພັນກິລາເທັນນິດແຫ່ງຊາດລາວ ຮ່ວມກັບ ສະຫະພັນຊັອບເທັນນິດແຫ່ງຊາດລາວ ຈັດພິທີສະຫຼຸບຜົນງານໃນການເຂົ້າຮ່ວມງານມະຫະກໍາກິລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເມື່ອວັນທີ 19 ພຶດສະພາ ຜ່ານມາ ທີ່ສະໂມສອນເທັນນິດ ວຽງຈັນ (ຂ້າງສະໜາມເຈົ້າອານຸວົງ), ໂດຍມີ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ ທັງເປັນຫົວໜ້າຄະນະທີມນັກກິລາລາວ ຊີເກມຄັ້ງທີ 32, ທ່ານ ດາວວອນ ພະຈັນທະວົງ ປະທານສະຫະພັນເທັນນິດແຫ່ງຊາດລາວ ແລະ ທ່ານ ໄຊຍະເດດ ວົງໄຊ ປະທານສະຫະພັນຊັອບເທັນນິດແຫ່ງຊາດລາວ ພ້ອມດ້ວຍຄະນະບໍລິຫານງານ, ຄະນະຄູຝຶກ, ນັກກິລາ ແລະ ພາກສ່ວນທີ່ໃຫ້ການສະໜັບສະໜູນ ຕະຫຼອດຮອດພະນັກງານທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ.

ໂອກາດດັ່ງກ່າວ, ທ່ານ ດາວວອນ ພະຈັນທະວົງ ກ່າວວ່າ: ດັ່ງທີ່ຮູ້ນຳກັນແລ້ວວ່າ ກິລາເທັນນິດ ເປັນກິລາສາກົນ ທີ່ສັງກັດໃນກິລາຂອງໂອແລັມປິກ ດັ່ງນັ້ນ ຈຶ່ງເປັນສິ່ງທ້າທາຍທີ່ນັກກິລາເທັນນິດລາວ ຈະສາມາດຍາດໄດ້ຫຼຽນ ແຕ່ຢ່າງໃດກໍຕາມ, ພວກເຮົາກໍສາມາດສ້າງຜົນງານໄດ້ດີຂຶ້ນກວ່າຄັ້ງທີ່ຜ່ານມາ ຖືເປັນການພັດທະນາອີກບາດກ້າວໜຶ່ງ ໂດຍແມ່ນ ທ້າວ ສະຖາພອນ ສິມມາລາວົງ ແລະ ນາງ ດີໄລຣາ ນັກກິລາເທັນນິດລາວ ສາມາດເອົາຊະນະນັກກິລາ ຫວຽດນາມ ໃນປະເພດຄູ່ປະສົມ ຂອງຮອບທໍາອິດ ກ່ອນຈະບໍ່ຜ່ານຮອບທີ 2 ເຖິງຈະບໍ່ໄດ້ຫຼຽນລາງວັນ ແຕ່ພວກເຮົາຈະສືບຕໍ່ພັດທະນາຕໍ່ໆໄປ ເພື່ອເຮັດແນວໃດ ໃຫ້ກິລາເທັນນິດລາວມີບາດກ້າວທີ່ພົ້ນເດັ່ນກວ່າເກົ່າ.

ທ່ານ ໄຊຍະເດດ ວົງໄຊ ກ່າວວ່າ: ການເຂົ້າຮ່ວມງານກິລາ ຊີເກມຄັ້ງນີ້ ພວກເຮົາຖືກຈັດຢູ່ໃນອັນດັບທ້າຍຂອງ 6 ປະເທດທີ່ເຂົ້າຮ່ວມ ແຕ່ພວກເຮົາໂຊກດີທີ່ຖືກຈັດຢູ່ໃນສາຍຂອງເຈົ້າພາບ ຊຶ່ງເຮັດໃຫ້ພວກເຮົາສາມາດຍາດໄດ້ 3 ຫຼຽນທອງ ຈາກປະເພດຄູ່ຍິງ, ຄູ່ຊາຍ ແລະ ຄູ່ປະສົມ ຕໍ່ຜົນງານດັ່ງກ່າວ ຕ້ອງຂໍສະແດງຄວາມຂອບໃຈເປັນຢ່າງສູງມາຍັງຄູຝຶກ ແລະ ນັກກິລາ ໂດຍສະເພາະແມ່ນບັນດາຜູ້ສະໜັບສະໜູນ ແລະ ການນໍາທີ່ໄດ້ຊ່ວຍເຫຼືອຈົນເຮັດໃຫ້ພວກເຮົາປະສົບຜົນສໍາເລັດ. ໃນຕໍ່ໜ້າສະຫະພັນພວກເຮົາກໍຍັງຈະບໍ່ຢຸດນິ້ງ ຈະພ້ອມກັນສືບຕໍ່ສົ່ງເສີມທີມນັກກິລາຊັອບເທັນນິດຊຸດນີ້ ໃຫ້ມີການເຄື່ອນໄຫວ ແລະ ເຂົ້າຮ່ວມແຂ່ງຂັນທັງພາຍໃນ ແລະ ຕ່າງປະເທດ ໃຫ້ຫຼາຍກວ່າເກົ່າ ເພື່ອຍົກລະດັບເຂົາເຈົ້າມີບາດກ້າວທີ່ພົ້ນເດັ່ນ ແລະ ສາມາດສ້າງຜົນງານທີ່ດີໃຫ້ແກ່ປະເທດຊາດໃນຕໍ່ໜ້າ.

ໃນພິທີດັ່ງກ່າວທາງສະຫະພັນເທັນນິດແຫ່ງຊາດລາວ ກໍຍັງໄດ້ມອບລາງວັນນໍ້າໃຈເປັນເງິນຈຳນວນໜຶ່ງໃຫ້ແກ່ຄະນະຄູຝຶກ ແລະ ນັກກິລາ ສ່ວນທາງສະຫະພັນຊັອບເທັນນິດແຫ່ງຊາດລາວ ກ່ອນໜ້ານີ້ກໍຍັງໄດ້ມອບເງິນຊຸກຍູ້ ຈຳນວນ 60 ລ້ານກີບ ໃຫ້ແກ່ຜົນງານ 3 ຫຼຽນທອງ ຫຼັງກັບຈາກງານກິລາ ຊີເກມ ພ້ອມທັງໄດ້ຮັບການສະໜັບສະໜູນຈາກບັນດາບໍລິສັດ ແລະ ບຸກຄົນ ເກືອບ 300 ລ້ານກີບ, ໃນນັ້ນ ທ່ານ ແສງພອນ ພົນອາມາດ ມອບເງິນ 12 ລ້ານກີບ ຊຶ່ງເປັນເງິນກອງທຶນນະໂຍບາຍທີມນັກກິລາລາວໃນຊີເກມ, ທະ ນາຄານພັດທະນາລາວ (LDB) ມອບເງິນໃຫ້ 30 ລ້ານກີບ, ບໍລິສັດ Born To B Group 30 ລ້ານກີບ, ທ່ານ ອາຄົມເດດ ວົງໄຊ 30 ລ້ານກີບ, ບໍລິສັດ ອິນຊີເທຣດດິງ 20 ລ້ານກີບ, ບໍລິສັດ ສຸກປະສົງ ຈະເລີນກໍ່ສ້າງ 20 ລ້ານກີບ, ບໍລິສັດ ຟີນິກ 10 ລ້ານກີບ, ກຸ່ມບໍລິສັດ ຕຸ້ຍມໍເຕີ້ ການຄ້າ (TMT Group) 5 ລ້ານກີບ, ທ່ານ ທະວີສຸກ ສີສຸລິດ 10 ລ້ານກີບ, ທ່ານ ມີນ 5 ລ້ານກີບ, ທ່ານ ບຸນສີ 3 ລ້ານກີບ, ທ່ານ ເສິກ 3 ລ້ານກີບ, ທ່ານ ຕີບ 2 ລ້ານກີບ, ທ່ານ ຕະ 2 ລ້ານກີບ, ທ່ານ ດວງຈັນ 2 ລ້ານກີບ, ທ່ານ ອາດິສັກ ໂພຊະນາລັກ 5 ລ້ານກີບ, ທ່ານ ສູນທອນ ພົມມະຈັກ 500 ໂດລາ, ບໍລິສັດ ເທບຈະເລີນ 2 ລ້ານກີບ, ບໍລິສັດ ຂຸນພະຈັນ ຈໍາກັດຜູ້ດຽວ 9 ລ້ານກີບ ແລະ ທ່ານ ສົມພັນ ຊົມວິໄລ ຈໍານວນ 3 ລ້ານກີບ. ນອກນັ້ນ, ກໍຍັງມີພາກສ່ວນອື່ນໆອີກຈໍານວນໜຶ່ງ ຊຶ່ງຍອດລວມທີ່ໄດ້ຮັບຈາກການສະໜັບສະໜູນຄັ້ງນີ້ເປັນເງິນທັງໝົດເກືອບ 300 ລ້ານກີບ ແລະ 2.000 ໂດລາ.

ງານກິລາຊີເກມ ຄັ້ງທີ 32 ສຳລັບກິລາເທັນນິດ ແລະ ຊັອບເທັນນິດ ແມ່ນເປັນປະເພດກິລາທີ່ແຂ່ງຂັນຄືກັນໝົດໃນການນຳໃຊ້ອຸປະກອນ ແລະ ສະໜາມແຂ່ງຂັນ ແຕ່ແຕກຕ່າງແຕ່ລູກໝາກບານບໍ່ຄືກັນ ສະເພາະລູກຊັອບເທັນນິດ ແມ່ນສະນິດທີ່ອ່ອນນຸ້ມກວ່າໝາກບານເທັນນິດ ທັງສອງປະເພດກິລາດັ່ງກ່າວ ລາວສົ່ງເຂົ້າຮ່ວມປະເພດກິລາລະ 7 ລາຍການ ເຊັ່ນດຽວກັນ ຄື: ດ່ຽວຍິງ, ດ່ຽວຊາຍ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.

ຂ່າວ: ສົງການ ພັນແພງດີ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com