Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ສາລະວັນ ເປີດຝຶກອົບຮົມທິດສະດີ ການເມືອງ-ການປົກຄອງ ໃຫ້ເລຂາພັກ-ນາຍບ້ານ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 25/05/2023 08:54:07 ຈຳ​ນວນ​​ຢ້ຽມ​ຊົມ 1659 ຄັ້ງ

ແຂວງສາລະວັນ ເປີດຊຸດຝຶກອົບຮົມ ທິດສະດີການເມືອງ-ການປົກຄອງ ໃຫ້ແກ່ເລຂາໜ່ວຍພັກ, ຄະນະບ້ານໜອງບົວນ້ອຍ ແລະ ສິບບ້ານອ້ອມຂ້າງ ເມືອງສາລະວັນ, ພິທີດັ່ງກ່າວໄດ້ຈັດຂຶ້ນ ໃນວັນທີ 22 ພຶດສະພາ ຜ່ານມາ ຢູ່ບ້ານໜອງບົວນ້ອຍ ເມືອງສາລະວັນ ໂດຍການເຂົ້າຂອງທ່ານ ນາງ ບຸນທະວີ ດວງລາສີ ຮອງເລຂາພັກແຂວງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ ພັກພະນັກງານ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ບຸນທະວີ ດວງລາສີ ໄດ້ກ່າວວ່າ: ການຝຶກອົບຮົມຄັ້ງນີ້ ເຖິງວ່າຈະໃຊ້ເວລາບໍ່ດົນ ແຕ່ກໍສຸດທີ່ມີຄວາມໝາຍ, ຄວາມສຳຄັນ ສຳລັບເລຂາໜ່ວຍພັກ, ນາຍບ້ານ ແລະ ອົງການຈັດຕັ້ງຂັ້ນບ້ານ ໄດ້ຮັບຮູ້ເຂົ້າໃຈກ່ຽວກັບວຽກງານການເມືອງ, ການບໍລິຫານ, ການປົກຄອງບ້ານ ກໍຄືແນວທາງນະໂຍບາຍຂອງພັກ ເພື່ອເຮັດໃຫ້ການຈັດຕັ້ງນໍາພາວຽກງານຕ່າງໆຢູ່ຂັ້ນຮາກຖານບ້ານ ດໍາເນີນໄປຢ່າງຖືກຕ້ອງຕາມແນວທາງນະໂຍບາຍຂອງພັກວາງອອກ. ການຮຽນທິດສະດີການເມືອງ-ການປົກຄອງ ກໍເພື່ອສ້າງຄວາມຮັບຮູ້, ຄວາມເຂົ້າໃຈຕໍ່ແນວທາງ ແລະ ແຜນນະໂຍບາຍຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ຕິດພັນກັບການຈັດຕັ້ງປະຕິບັດວຽກງານຕົວຈິງ ພາຍຫຼັງທີ່ໄດ້ເຊື່ອມຊຶມ, ຮັບຮູ້ ແລະ ເຂົ້າໃຈ ກ່ຽວກັບທິດສະດີ, ພຶດຕິກຳຕ້ອງສອດຄ່ອງ ສະນັ້ນພາຍຫຼັງສຳເລັດບັ້ນຝຶກອົບຮົມຄັ້ງນີ້ ຜູ້ເຂົ້າຮ່ວມຕ້ອງໄດ້ນຳເອົາບົດຮຽນໄປຈັດຕັ້ງປະຕິບັດ ໃຫ້ຖືກຕ້ອງສອດຄ່ອງກັບແນວທາງ, ລະບຽບການຕ່າງໆຂອງພັກ-ລັດ ວາງອອກ ເພື່ອສ້າງໃຫ້ບ້ານມີຄວາມເຂັ້ມແຂງ, ໜັກແໜ້ນ ໃນການຈັດຕັ້ງປະຕິບັດ ວຽກງານຕ່າງໆ ໃຫ້ມີປະສິດທິຜົນ.

ຊຸດຝຶກອົບຮົມຄັ້ງນີ້ ຈະໄດ້ຄົ້ນຄວ້າຮໍ່າຮຽນມີ 3 ກຸ່ມວິຊາຮຽນ, ມີ 19 ບົດ ແລະ ຈະໃຊ້ເວລາທັງໝົດ 80 ຊົ່ວໂມງ ຄື: ກຸ່ມວິຊາຮຽນ 1 ທິດທາງລວມ ມີທັງໝົດ 4 ບົດ ໃຊ້ເວລາຮຽນ 2 ວັນ, ກຸ່ມວິຊາຮຽນທີ 2 ວຽກງານພັກ ປະກອບມີ 6 ບົດ ໃຊ້ເວລາຮຽນ 3 ວັນ ແລະ ກຸ່ມວິຊາຮຽນທີ 3 ວຽກງານການບໍລິຫານ ແລະ ການປົກຄອງ ປະກອບມີ 9 ບົດ ແລະ ຈະໃຊ້ເວລາຮຽນ 4 ວັນ ຊຸດຝຶກອົບຮົມຄັ້ງນີ້ແມ່ນຈະດໍາເນີນໄປຮອດວັດທີ 5 ມິຖຸນາ 2023 ຈຶ່ງຈະສໍາເລັດ.

ຂ່າວ-ພາບ: ສິດຕາ ເພັດວົງສາ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com