Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຕ້ອນຮັບ ທູດ ສ ເກົາຫຼີ ຄົນໃໝ່

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 25/05/2023 16:05:47 ຈຳ​ນວນ​​ຢ້ຽມ​ຊົມ 1518 ຄັ້ງ

ທ່ານ ໄຊຊະນະ ໂຄດພູທອນ ກຳມະການສູນກາງພັກ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ (ອອປສ) ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະ ຂອງ ທ່ານ ຈຸງ ຍັງຊູ (JUNG Yung Soo) ເອກອັກຄະລັດຖະທູດ ສ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ ໃນວັນທີ 25 ພຶດສະພາ ນີ້ ທີ່ອົງການດັ່ງກ່າວ.

ໃນໂອກາດອັນມີຄວາມໝາຍຄວາມສຳຄັນ ທ່ານ ໄຊຊະນະ ໂຄດພູທອນ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ດ້ວຍໄມຕີຈິດ ມິດຕະພາບອັນສະໜິດສະໜົມ ພ້ອມທັງຕີລາຄາສູງຕໍ່ການມາປະຕິບັດໜ້າທີ່ດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ສ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ ຂອງ ທ່ານ ຈຸງ ຍັງຊູ(JUNG Yung Soo). ໂອກາດດັ່ງກ່າວ ທັງສອງທ່ານກໍໄດ້ລາຍງານຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງສອງປະເທດໂດຍສັງເຂບ ໃຫ້ກັນ ແລະ ກັນຊາບ ພ້ອມທັງປຶກສາຫາລືແນວທາງການພົວພັນຮ່ວມມືຊ່ວຍເຫຼືອຊຶ່ງກັນ ແລະ ກັນໃນຕໍ່ໜ້າ ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງຊາດ ລາວ - ສ ເກົາຫຼີ ໃຫ້ໝັ້ນຄົງ ແລະ ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມດຽວກັນນີ້, ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ຄົນໃໝ່ ປະຈຳ ສປປ ລາວ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບທີ່ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ພ້ອມທັງໃຫ້ຄຳສັນຍາຈະພະຍາຍາມຢ່າງສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ດີງາມຂອງທັງສອງປະເທດ ໃຫ້ນັບມື້ນັບເພີ່ມພູນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ທ່ານຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ອວຍພອນໃຫ້ທ່ານທູດປະສົບຜົນສຳເລັດໃນການປະຕິບັດໜ້າທີ່ອັນມີກຽດຂອງທ່ານອີກດ້ວຍ.

ຂ່າວ-ພາບ: ຍຸພິນທອງ


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com