Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ໃນວັນທີ 25 ພຶດສະພາ ນີ້ ທີ່ຈັ່ງຫວັດນ່ານ ຣາຊະອານາຈັກໄທ ໄດ້ຈັດກອງປະຊຸມຄະນະກໍາມະການ ຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ແຂວງໄຊຍະບູລີ-ຈັງຫວັດນ່ານ ຄັ້ງທີ 12 ຂຶ້ນ ໂດຍການເປັນປະທານຮ່ວມຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ແລະ ທ່ານ ວິບູນ ແວດບັນດິດ ຜູ້ວ່າຣາຊະການ ຈັ່ງຫວັດນ່ານ, ໂດຍມີບັນດາທ່ານໃນຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງທັງສອງຝ່າຍເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ເພື່ອເປັນການທົບທວນຄືນການຈັດຕັ້ງປະຕິບັດການຮ່ວມມືຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຄັ້ງທີ່ຜ່ານມາ, ຜົນຂອງການຮ່ວມມືດັ່ງກ່າວເຮັດໃຫ້ຊາຍແດນຂອງແຂວງ ໄຊຍະບູລີ ແລະ ຈັ່ງຫວັດນ່ານ ມີຄວາມສະຫງົບປອດໄພຮອບດ້ານ, ເປັນຊາຍແດນແຫ່ງສັນຕິພາບ, ເອື້ອອໍານວຍໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວໃຫ້ມີການເຕີບໃຫຍ່ຂະຫຍາຍຕົວ, ສົ່ງເສີມໃຫ້ປະຊາຊົນຕາມຊາຍແດນໄດ້ມີການຊື້-ຂາຍ, ການໄປ-ມາຫາສູ່ກັນ ແລະ ການປິ່ນປົວສຸຂະພາບໃຫ້ເປັນປົກກະຕິ ແລະ ຖືກຕ້ອງ, ການແລກປ່ຽນວັດທະນະທໍາ ແລະ ອື່ນໆມີການພັດທະນາດີຂຶ້ນ, ເມື່ອມີຂໍ້ຂັດແຍ່ງເກີດຂຶ້ນທັງສອງຝ່າຍກໍໄດ້ຮ່ວມກັນແກ້ໄຂຢ່າງທັນການ, ໂດຍລວມແລ້ວແມ່ນເຮັດໃຫ້ການເຂົ້າ-ອອກຊາຍແດນມີຄວາມຖືກຕ້ອງຕາມລະບຽບກົດໝາຍທີ່ລັດຖະບານ 2 ປະເທດວາງໄວ້ ແລະ ມີບັນຍາກາດດີຂຶ້ນ.
ກອງປະຊຸມດັ່ງກ່າວທັງສອງຝ່າຍຍັງໄດ້ຕົກລົງຮ່ວມມືກັນໃນຕໍ່ໜ້າຄື: ສືບຕໍ່ຮ່ວມມືຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນ, ສືບຕໍ່ກວດກາບັນດາຈຸດຕ່າງໆຕາມບໍລິເວນຊາຍແດນໃຫ້ມີຄວາມສະຫງົບຮຽບຮ້ອຍ, ຮ່ວມກັນຕ້ານ ແລະ ປາບປາມອາດຊະຍາກໍາ, ການໂຈລະກໍາພາຫະນະ, ວັດຖຸບູຮານທີ່ມີຄ່າ, ການລັກລອບຂົນສົ່ງສິນຄ້າທີ່ຜິດກົດໝາຍ, ການລັກລອບຄ້າສັດ, ຄ້າອາວຸດສົງຄາມ, ການຄ້າມະນຸດ ແລະ ອື່ນໆ, ຮ່ວມກັນປ້ອງກັນບໍ່ໃຫ້ປະຊາຊົນຂອງທັງສອງຝ່າຍນໍາສັດລ້ຽງ ແລະ ທໍາມາຫາກິນລ່ວງລໍ້າຕາມຊາຍແດນຂອງອີກຝ່າຍໃດຝ່າຍໜຶ່ງ, ຮ່ວມກັນປົກປັກຮັກສາຫຼັກໝາຍຊາຍແດນທີ່ປັກສໍາເລັດແລ້ວໃຫ້ຢູ່ໃນສະພາບເດີມ, ໃຫ້ທັງສອງຝ່າຍອໍານວຍຄວາມສະດວກ ແລະ ຄວາມປອດໄພໃຫ້ປະຊາຊົນທີ່ເຂົ້າ-ອອກເມືອງຖືກຕ້ອງຕາມກົດໝາຍ ແລະ ໃຫ້ປະຕິບັດກົດລະບຽບຢ່າງເຂັ້ມງວດ, ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງດໍາເນີນການຈັດສົ່ງບຸກຄົນທີ່ເຂົ້າເມືອງຜິດກົດໝາຍ, ຮ່ວມມືກັນດ້ານການທ່ອງທ່ຽວໂດຍສະໜັບສະໜູນໃຫ້ມີການແລກປ່ຽນດ້ານກິລາ, ສິລະປະວັດທະນະທໍາ, ເຂົ້າຮ່ວມບຸນປະເພນີ ແລະ ເທດສະການຕ່າງໆລະຫວ່າງແຂວງກັບຈັງຫວັດ, ເມືອງກັບອໍາເພີຊາຍແດນ, ຮ່ວມມືໃນການພັດທະນາດ້ານສາທາລະນະສຸກ ແລະ ປ້ອງກັນພະຍາດຕິດຕໍ່ຕາມຊາຍແດນ.
ຕອນທ້າຍຂອງກອງປະຊຸມກໍໄດ້ມີການລົງນາມບົດບັນທຶກດັ່ງກ່າວ, ຝ່າຍແຂວງໄຊຍະບູລີ ໂດຍແມ່ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງ ແລະ ຝ່າຍຈັງຫວັດ ນ່ານ ໂດຍທ່ານ ວິບູນ ແວດບັນດິດ ຜູ້ວ່າຣາຊະການ ໂດຍມີ ບັນດາຄະນະກໍາມະການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນຂອງທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com