Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.

ໄຊຍະບູລີ ພັດທະນາຕາມທິດການເຊື່ອມໂຍງ ກັບບັນດາແຂວງ ແລະ ປະເທດໃກ້ຄຽງ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 26/05/2023 14:30:10 ຈຳ​ນວນ​​ຢ້ຽມ​ຊົມ 220 ຄັ້ງ

ໂດຍ: ຕະວິນຍານ

ປັດຈຸບັນ, ທົ່ວແຂວງໄຊຍະບູລີ ມີເສັ້ນທາງຍາວທັງໝົດ 3.308,54 ກິໂລແມັດ (ກມ). ໃນນັ້ນ, ທາງເບຕົງ 5,99 ກມ, ທາງປູອັດສະຟານ 86,35 ກມ, ທາງປູຢາງສອງຊັ້ນ 1.095,42 ກມ, ທຽບໃສ່ປີ 2020 ເພີ່ມຂຶ້ນ 22,72 ກມ, ເທົ່າກັບ 2,12% (ແຜນການຍົກລະດັບເສັ້ນທາງປູຫີນເປັນທາງປູຢາງເພີ່ມຂຶ້ນ 15% ຕໍ່ປີ), ທົ່ວແຂວງມີ 430 ບ້ານ ມີເສັ້ນທາງເຂົ້າເຖິງແລ້ວທຸກບ້ານ. ໃນນັ້ນ, ສາມາດທຽວໄດ້ 2 ລະດູ 357 ບ້ານ, ເທົ່າກັບ 83%, ທຽບໃສ່ແຜນການຍັງ 7% (ແຜນສູ້ຊົນສ້າງເສັ້ນທາງເຂົ້າເຖິງບ້ານໃຫ້ທຽວໄດ້ 2 ລະດູ ໃຫ້ກວມ 90% ຂອງຈໍານວນບ້ານທັງໝົດທົ່ວແຂວງ).

ໃນໄລຍະ 2 ປີເຄິ່ງຜ່ານມາ, ແຂວງສາມາດສ້າງລະບົບສາງພັກສິນຄ້າ, ລະບົບໂລຈິສຕິກຕາມແລວທາງເສດຖະກິດ ປັດຈຸບັນແມ່ນສໍາເລັດຂັ້ນຕອນສຶກສາຄວາມເປັນໄປໄດ້ ແລະ ອອກແບບກະກຽມເຊັນສັນຍາກໍ່ສ້າງ ຢູ່ 3 ດ່ານສາກົນ (ດ່ານນໍ້າເຫືອງ, ດ່ານນໍ້າເງິນ, ດ່ານປາງມອນ). ມີສະຖານີຂົນສົ່ງໂດຍສານ 4 ແຫ່ງ, ປະຕິບັດໄດ້ 66,6% ຂອງແຜນການ (ແຜນ 5 ປີ 6 ແຫ່ງ). ປັບປຸງຜັງເມືອງໃຫ້ໄດ້ 3 ເມືອງ (ເມືອງໄຊສະຖານ, ເມືອງພຽງ ແລະ ເມືອງເງິນ). ມາຮອດປັດຈຸບັນ ຍັງບໍ່ໄດ້ມີການສໍາຫຼວດອອກແບບ ແລະ ປັບປຸງຜັງເມືອງຕາມເປົ້າໝາຍທີ່ກຳນົດໄວ້ (ຍ້ອນວ່າໃນໄລຍະຜ່ານມາບັນດາເມືອງດັ່ງກ່າວແມ່ນມີອັດຕາການຂະຫຍາຍຕົວທາງດ້ານປະຊາກອນທີ່ຍັງຕໍ່າ ແລະ ພວມສືບຕໍ່ຊອກຫາແຫຼ່ງທຶນສຳຫຼວດອອກແບບຜັງເມືອງ). ປັບປຸງຜັງບ້ານໃຫ້ໄດ້ 100% ໃນປີ 2021-2023 ສາມາດອອກແບບວາງແຜນ ແລະ ປັບປຸງຜັງບ້ານ ໄດ້ຈໍານວນ 121 ບ້ານ, ເທົ່າກັບ 28,13% (ແຜນ 5 ປີ ໃຫ້ໄດ້ 100%).

ຮອດປັດຈຸບັນ, ທົ່ວແຂວງສາມາດເຂົ້າເຖິງການບໍລິການນໍ້າປະປາແລ້ວ 10 ເມືອງ. ໃນນັ້ນ, ຂະຫຍາຍລະບົບໂຮງງານຜະລິດນໍ້າປະປາ ແລະ ສຸຂະພິບານ ໄດ້ 1 ເມືອງ (ເມືອງບໍ່ແຕນ) ທຽບໃສ່ແຜນການ ເທົ່າກັບ 100%. ໄດ້ຂະຫຍາຍນໍ້າປະປາຊຸມຊົນໄດ້ 2 ພື້ນທີ່, ທຽບໃສ່ແຜນຄາດໝາຍສູ້ຊົນ ແມ່ນເທົ່າກັບ 20% ຂອງແຜນການ ແລະ ພວມຈັດຕັ້ງປະຕິບັດການກໍ່ສ້າງ 1 ພື້ນທີ່ກຸ່ມບ້ານພັດທະນາ ບ້ານແກ່ນ-ດອນເຟືອງ ເມືອງຊຽງຮ່ອນ ປະຕິບັດໄດ້ 63.94% (ນໍ້າປະປາຮູບແບບ ພາກລັດ ແລະ ເອກະຊົນ) ແລະ ອີກ 1 ໂຄງການຂະຫຍາຍລະບົບທໍ່ແຈກຈ່າຍນໍ້າ ຫາບ້ານນາຕາກ, ບ້ານນາຕໍໃຫຍ່ ໂດຍໄດ້ຮັບທຶນໂຄງການ MAWASU 2 ຈາກປະເທດຍີ່ປຸ່ນ.


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com