ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ

ສະຫາຍ ວິລະພັນ ຊາພູວົງ ໄດ້ຮັບເລືອກຕັ້າງໃຫ້ເປັນເລຂາໜ່ວຍພັກຮາກຖານ ວສຊ
ກອງປະຊຸມໃຫຍ່ ຄັ້ງທີ X ໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ(ວສຊ) ກະຊວງວັດທະນະທໍາແລະການທ່ອງທ່ຽວ(ວທ) ໄດ້ເປີດຂຶ້ນໃນວັນທີ 12ພະຈິກ 2025 ທີ່ວິທະຍາໄລດັ່ງກ່າວ ໂດຍການປະທານຂອງ ສະຫາຍ ວິລະພັນ ຊາພູວົງ ຜູ້ອໍານວຍການ ວິທະຍາໄລສິລະປະແຫ່ງຊາດ ເລຂາ ໜ່ວຍພັກຮາກຖານ ວສຊ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ນາງ ສວນສະຫວັນ ວິຍະເກດ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງ ວທ, ພ້ອມດ້ວຍອາດີດການນໍາອາວຸໂສ-ບໍານານ ແລະ ສະມາຊິກພັກ ວສຊ ເຂົ້າຮ່ວມ.

 

ສະຫາຍ ວລະພນ ຊາພວງ ໄດຮບເລອກຕາງໃຫເປນເລຂາໜວຍພກຮາກຖານ ວສຊ - image 1
 

ສະຫາຍ ວິລະພັນ ຊາພູວົງ ໄດ້ຜ່ານບົດລາຍງານການເມືອງທັງສອງພາກໃນໄລຍະ 5ປີຜ່ານມາ, ບົດສໍາຫຼວດການນໍາພາລວມຂອງຄະນະໜ່ວຍພັກ, ໜ່ວຍພັກ ວສຊ ແມ່ນໜ່ວຍພັກໜຶ່ງທີ່ຂຶ້ນກັບອົງຄະນະພັກກະຊວງ ວທ ປັດຈຸບັນມີສະມາຊິກພັກທັງໝົດ 57 ສະຫາຍ ໃນນັ້ນມີພະນັກງານສະມາຊິກພັກອາວຸໂສບໍານານ 7 ສະຫາຍ, ສະມາຊິກພັກທີ່ປະຈໍາການມີ 50 ສະຫາຍ,ຍິງ 24 ສະຫາຍ, ສະມາຊິກພັກສໍາຮອງ 8 ສະຫາຍ, ມີກໍາມະການຄະນະໜ່່ວຍພັກ 5 ສະຫາຍ, ພະນັກງານ-ລັດຖະກອນທັງໝົດ 80 ສະຫາຍ, ຍິງ 37 ສະຫາຍ.

ສະຫາຍ ວລະພນ ຊາພວງ ໄດຮບເລອກຕາງໃຫເປນເລຂາໜວຍພກຮາກຖານ ວສຊ - image 2
 

ໃນ 5 ປີຜ່ານມາໜ່ວຍພັກໄດ້ມີຄວາມຕັ້ງໜ້ານໍາພາ-ຊີ້ນໍາວຽກງານວິຊາສະເພາະ ໂດຍຊຸກຍູ້ໃຫ້ບັນດາຂະແໜງການພາກວິຊາໄດ້ມີຄວາມເອົາໃຈໃສ່ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງຕົນ ຕາມພາລະບົດບາດ, ໜ້າທີ່, ດ້ວຍຄວາມຮັບຜິດຊອບສູງ ເພື່ອບັນລຸຜົນສໍາເລັດ ຂອງການຮຽນ-ການສອນຕາມຫຼັກສູດທີ່ໄດ້ກໍານົດໄວ້. ສໍາລັບການຮຽນ-ການສອນ ວສຊ ມີລະບົບການສອນແບບຄວບຄູ່, ລະຫວ່າງກາຮຽນວິຊາຊີບ(ວິຊາສະເພາະ) ດ້ານສິລະປະການສະແດງກັບການຮຽນສາຍສາມັນສຶກສາ ຊຶ່ງຈັດຢູ່ໃນການສຶກສານອກໂຮງຮຽນ(ກສນ) ຂຶ້ນກັບກົມການສຶກສານອກໂຮງຮຽນ ຂອງກະຊວງສຶກສາທິການ ແລະ ກິລາ ສ່ວນດ້ານວິຊາສະເພາະສິລະປະການສະແດງ ແມ່ນຂຶ້ນກັບກົມສິລະປະ-ວັດທະນະທໍາ, ກະຊວງ ວທ; ຊຶ່ງໃນໄລຍະ 5 ປີ ໄດ້ນໍາພາ-ຊີ້ນໍາ ການກໍ່ສ້າງນັກຮຽນຈົບວິຊາສະເພາະ ຊັ້ນກາງດ້ານສິລະປະການສະແດງໄດ້ທັງໝົດ 154 ຄົນ, ຍິງ 101ຄົນ; ການຮຽນ-ການສອນນອກລະບົບມີນັກຮຽນຈົບຊັ້ນມັດທະຍົມຕົ້ນ (ມ4) ທັງໝົດ 281 ຄົນ, ຍິງ 168ຄົນ; ຈົບຊັ້ນມັດທະຍົມປາຍ(ມ7) ມີ 282 ຄົນ, ຍິງ 166 ຄົນ.

ສະຫາຍ ວລະພນ ຊາພວງ ໄດຮບເລອກຕາງໃຫເປນເລຂາໜວຍພກຮາກຖານ ວສຊ - image 3
 

ກອງປະຊຸມຄັ້ງນີ້ ບັນດາສະຫາຍທີ່ເຂົ້າຮ່ວມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະພັກຮາກຖານ ວສຊ ຊຸດໃໝ່ ໂດຍມີຜູ້ແທນສົມບູນອອກຮັບສະໝັກ 7 ສະຫາຍ ເລືອກເອົາ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເປັນເອກະສັນເລືອກເອົາ ສະຫາຍ ວິລະພັນ ຊາພູວົງ ເປັນ ເລຂາໜ່ວຍພັກຮາກຖານວິທະຍາໄລ ສິລະປະແຫ່ງຊາດ, ສະຫາຍ ນາງ ອາໂນລິນ ຫຼວງລາດ ເປັນຮອງເລຂາໜ່ວຍພັກ, ສະຫາຍ ໝາຍເສີນ ຫຼວງຜາວີ ເປັນປະທານກວດກາພັກ, ສະຫາຍ ເມັດຄໍາ ແສງຄໍາ ແລະ ສະຫາຍ ແສງທອງ ບຸດຊາດີ ເປັນກໍາມະການໜ່ວຍພັກ.

ສະຫາຍ ວລະພນ ຊາພວງ ໄດຮບເລອກຕາງໃຫເປນເລຂາໜວຍພກຮາກຖານ ວສຊ - image 4
 

ໃນໂອກາດດັ່ງກ່າວ ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານຂອງຄະນະພັກຮາກຖານຊຸດເກົ່າຍາດມາໄດ້ຕະຫຼອດໄລຍະ 5 ປີຜ່ານມາ. ເພື່ອສືບຕໍ່ຊີ້ນໍາ-ນໍາພາ ວສຊ ໃນຕໍ່ໜ້າໃຫ້ມີການຫັນປ່ຽນທີ່ຕັ້ງໜ້າກວ່າເກົ່າກ່ອນອື່ນໝົດຕ້ອງປັບປຸງພາຍ ໃນພັກ ໃຫ້ມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານ ໂດຍສະເພາະດ້ານການເມືອງ-ແນວຄິດ, ການຈັດຕັ້ງ, ຄວາມຮູ້ ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ ແລະ ແບບແຜນນໍາພາ, ສະຫາຍ ນາງ ສວນສະຫວັນ ວິຍະເກດ ໄດ້ມີຄໍາເຫັນເນັ້ນຕື່ມບາງບັນຫາຈຸດສຸມຕົ້ນຕໍຄື: ສືບຕໍ່ເພີ່ມທະວີການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກພັກມີຄວາມເຊື່ອໝັ້ນຕໍ່ແນວທາງ, ນະໂຍບາຍ ຂອງພັກ ແລະ ທັດສະນະຂອງພັກຢ່າງເລິກເຊິ່ງ, ມີຄວາມຈົ່ງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ, ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ອຸດົມການຂອງພັກ.

ສະຫາຍ ວລະພນ ຊາພວງ ໄດຮບເລອກຕາງໃຫເປນເລຂາໜວຍພກຮາກຖານ ວສຊ - image 5
 

ຍົກສູງສະຕິລະວັງຕົວຕໍ່ກົນອຸບາຍຂອງບັນດາອິດທິກຳລັງປໍລະປັກ, ຈໍາແນກແຍກແຍະມິດ-ສັດຕູຢ່າງຈະແຈ້ງ, ເຊີດຊຸມານະຈິດປະຕິວັດ, ຍົກສູງສະຕິເປັນເຈົ້າຕົນເອງ-ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ຍົກສູງນໍ້າໃຈຮັບຜິດຊອບ, ເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນເອກະພາບພາຍໃນພັກງ; ຍົກສູງຄວາສາມາດ, ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງໄດ້ຮັບການມອບໝາຍເປັນຕົ້ນ: ຊຸກຍູ້ສົ່ງເສີມ ໃຫ້ທຸກຂະແໜງການ ເສີມຂະຫຍາຍຫົວຄິດປະດິດສ້າງ ໂດຍສະເພາະ ສຶກສາອົບຮົມໃຫ້ນັກຮຽນ-ນັກສຶກສາ ນັກ ສິລະປະຮຸ່ນໜຸ່ມ ຊຶ່ງເປັນຮຸ່ນສືບທອດເຂົ້າໃຈແຈ້ງເຖິງສິລະປະວັດທະນະທຳອັນດີງາມຂອງຊາດ ຊຶ່ງເປັນມູນມໍລະດົກທີ່ລໍ້າຄ່າ, ສ່ອງແສງເຖິງລັກສະນະຊາດ, ລັກສະນະກ້າວໜ້າ ແລະ ລັກສະນະມະຫາຊົນ ທີ່ເປັນມູນເຊື້ອອັນດີງາມຂອງຊາດ ເພື່ອໃຫ້ດຳລົງຄົງຢູ່ຄູ່ກັບຊາດລາວຕະຫຼອດໄປ; ເອົາໃຈໃສ່ສືບຕໍ່ປັບປຸງກໍ່ສ້າງພະນັກງານ, ສະມາຊິກພັກຮຸ່ນສືບທອດປ່ຽນແທນ, ຂະຫຍາຍມະຫາຊົນກ້າວໜ້າເຂົ້າພັກໃຫ້ໄດ້ຕາມມາດຖານ-ເງື່ອນໄຂ ຂອງພັກທີ່ວາງໄວ້, ປະກອບສ່ວນກໍ່ສ້າງໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ໜັກແໜ້ນ.

ຂ່າວ: ຍຸພິນທອງ

ຄໍາເຫັນ

ຂ່າວການເມືອງ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ລັດ​ຖະ​ບານຈະສຸມໃສ່ຫຼາຍວຽກແກ້ໄຂບັນຫາຢາເສບຕິດ

ທ່ານ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຢາເສບຕິດ ໃນໄລຍະ 5 ປີ (2021-2025) ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂຢາເສບຕິດຢ່າງມີຈຸດສຸມ

ບັນດາສະມາຊິກສະພາແຫ່ງຊາດ ຈາກເຂດເລືອກຕັ້ງຕ່າງ ໄດ້ສຸມໃສປະກອບຄຳເຫັນໃສ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ກ່ຽວ​ກັບ​ການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໄລຍະ 5 ປີ(2021-2025) ແລະ ທິດທາງໃນຕໍ່ໜ້າຢ່າງກົງໄປກົງມາ ແລະ ມີຈຸດສຸມ ແນໃສ່ເພື່ອໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ມີຜົນສຳເລັດເປັນກ້າວໆ.
ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ສະພາແຫ່ງຊາດ ສະເໜີໃຫ້ລັດຖະບານສືບຕໍ່ແກ້ໄຂບັນຫາຢາເສບຕິດ

ທ່ານ ພົນໂທ ສຸວອນ ເລືອງບຸນມີຮອງປະທານສະພາແຫ່ງຊາດຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນຕໍ່ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃນໄລຍະ 5ປີ(2021-2025) ແລະ ທິດທາງໃນຕໍ່ໜ້າ,ສະເໜີໂດຍ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ,ໃນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX,ໃນວັນທີ 12 ພະຈິກນີ້,ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ປະທານສະພາເນັ້ນໃຫ້ ສສຊ ປະກອບຄຳເຫັນໃສ່ການປະຕິບັດວາລະແຫ່ງຊາດຢ່າງມີຈຸດສຸມ

ທ່ານໄຊ​ສົມ​ພອນພົມ​ວິ​ຫານປະທານສະພາແຫ່ງຊາດ ເນັ້ນໃຫ້ສະມາຊິກສະພາ ແຫ່ງຊາດ(ສສຊ) ປະກອບຄຳເຫັນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໄລຍະ 5 ປີ(2021-2025) ຂອງລັດຖະບານຢ່າງມີຈຸດສຸມ ແລະ ສອດຄ່ອງກັບສະພາບຕົວຈິງ ຂອງປະເທດເຮົາໃນປັດຈຸບັນ,ຕໍ່ກັບການກຳນົດທິດທາງແຜນການໃນຕໍ່ໜ້າໃຫ້ເຊື່ອມສານເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ 5 ປີ ຄັ້ງ ທີ X.
ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂຂໍ້ຄົງຄ້າງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ

ລັດຖະບານຕ້ອງສຸມໃສ່ແກ້ໄຂຂໍ້ຄົງຄ້າງທາງດ້ານກົນໄກ, ຂອດອຸດຕັນ, ລະບອບລະບຽບ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃນໄລຍະຜ່ານມາ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ,ໃນຂະນະດຽວກັນຕ້ອງເຊື່ອມສານເຂົ້າໃນຄາດໝາຍສູ້ຊົນໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X.
ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ລັດຖະບານຈະສຸມໃສ່ຫຼາຍບັນຫາເພື່ອແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ

ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັັດຖະມົນຕີ ໄດ້ລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ໃນໄລຍະ 5 ປີ (2021-2025 ແລະ ທິດທາງຕໍ່ໜ້າ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 12 ພະຈິກນີ້ ທີ່ຫໍສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາຊາດ.
5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

5 ປີຜ່ານມາ ການຜະລິດສະບຽງອາຫານສະເລ່ຍ 6.75 ລ້ານໂຕນຕໍ່ປີ

ໃນໄລຍະ 5 ປີຜ່ານມາ ລັດຖະບານ ໄດ້ຊຸກຍູ້ການຜະລິດກະສິກຳ ຄໍ້າປະກັນສະບຽງອາຫານ ເພື່ອການຊົມໃຊ້ພາຍໃນ ແລະ ຫຼຸດຜ່ອນການນໍາເຂົ້າ ຊຶ່ງສາມາດຜະລິດສະບຽງອາຫານໄດ້ທັງໝົດສະເລ່ຍ 6.75 ລ້ານໂຕນຕໍ່ປີ ເທົ່າກັບ 96% ຂອງແຜນການ.
ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມບໍລິຫານງານພັກຄັ້ງທີ 3 ສະໄໝທີ V ສານປະຊາຊົນສູງສຸດ

ກອງປະຊຸມຄົບຄະນະບໍລິຫານງານພັກ ຄັ້ງທີ 3 ສະໄໝທີ v ຂອງອົງຄະນະພັກ ສານປະຊາຊົນສູງສຸດ (ສປສສ)ໄດ້ຈັດຂຶ້ນໃນວັນທີ 11 ພະຈິກ 2025 , ພາຍໃຕ້ການເປັນປະທານຂອງສະຫາຍ ນ. ວຽງທອງ ສີພັນດອນ ຄະນະ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ ປະທານສານປະຊາຊົນສູງສຸດ ຊຶ່ງມີ ຄະນະປະຈຳພັກ ແລະ ຄະນະພັກ ເຂົ້າຮ່ວມ
ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ສສຊ ສະເໜີໃຫ້ລັດຖະບານ ແກ້​ໄຂບັນ​ຫາ​ການ​ຂາດ​ແຄນ​ຄູ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IXໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສ​ສ​ຊ) ໄດ້​ປະ​ກອບ​ຄຳ​ເຫັນ​ຕໍ່​ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານໂດຍ​ໄດ້​ສະ​ເໜີ​ໃຫ້​ລັດ​ຖະ​ບານເອົາໃຈໃສ່ແກ້ໄຂບັນ​ຫາຄວາມຫຍຸ້ງດ້ານເສດຖະກິດ-ການເງິນ, ການເປັນຢູ່ຂອງປະຊາຊົນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ,ການແກ້ໄຂເງິນເຟີ້, ການສໍ້ລາດບັງຫຼວງ,ການຂາດແຄນຄູສອນ.
ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ສສ​ຊ ສະເໜີຫຼາຍບັນຫາໃຫ້ລັດຖະບານແກ້ໄຂ

ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດ IX,ໃນ​ວັນ​ທີ 11 ພະ​ຈິກ​ນີ້, ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງທ່ານນາງສູນ​ທອນໄຊ​ຍະ​ຈັກຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານ​ຂອງ​ລັດ​ຖະ​ບານ​ໂດຍ​ສະ​ເພາະກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມແລະການ​ຄຸ້ມ​ຄອງ​ການ​ລົງ​ທຶນ.
ເພີ່ມເຕີມ