Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ລັດຖະບານ ອະນຸຍາດໃຫ້ເປີດດ່ານສາກົນ ທົ່ວປະເທດ

ເຜີຍ​ແຜ່​ໂດຍ​: ທ່ານ ສິດ​ທິ​ພອນ ຣາ​ຊະ​ພົນ ເວ​ລາ: 07/05/2022 20:25:29 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 7738 ຄັ້ງ

ລັດຖະບານອະນຸຍາດໃຫ້ເປີດດ່ານສາກົນທຸກດ່ານ ສຳລັບການເຂົ້າ-ອອກຂອງພົນລະເມືອງລາວ, ຄົນຕ່າງປະເທດ, ໃນຂະນະດຽວກັນກໍອະນຸຍາດໃຫ້ເປີດຮ້ານບັນເທີງ ແລະ ຮ້ານຄາຣາໂອເກະ ເລີ່ມວັນທີ 9 ພຶດສະພາ 2022 ເປັນຕົ້ນໄປ.

ທ່ານ ນາງ ທິບພະກອນ ຈັນທະວົງສາ ຮອງລັດຖະມົນຕີ ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ຮອງຫົວໜ້າຄະນະສະເພາະກິດ ຜູ້ປະຈຳການ ທັງເປັນຫົວໜ້າກອງເລຂາ ໄດ້ຖະແຫຼງຂ່າວເມື່ອວັນທີ 7 ພຶດສະພາ 2022 ທີ່ກະຊວງສາທາລະນະສຸກວ່າ: ລັດຖະບານ ໄດ້ກຳນົດມາດຕະການເຂົ້າ-ອອກ ສປປ ລາວ ແລະ ມາດຕະການຜ່ອນຜັນພາຍໃນປະເທດໃນໄລຍະມີການລະບາດຂອງພະຍາດໂຄວິດ-19 ດັ່ງນີ້.

ເຫັນດີຜ່ອນຜັນມາດຕະການໃນການເຂົ້າ-ອອກ ສປປ ລາວຄື:

1)​.​ ເປີດດ່ານສາກົນທຸກດ່ານສຳລັບການເຂົ້າ-ອອກຂອງພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ.

2)​.​ ໃຫ້ພົນລະເມືອງຂອງບັນດາປະເທດທີ່ມີສັນຍາຍົກເວັ້ນວີຊາ ກັບ ສປປ ລາວ ແບບສອງຝ່າຍ ຫຼື ຝ່າຍດຽວສາມາດເດີນທາງເຂົ້າສປປລາວໂດຍບໍ່ຈຳເປັນຕ້ອງຂໍວີຊາ.

3)​.​ ສໍາລັບພົນລະເມືອງ ຂອງບັນດາປະເທດ ທີ່ບໍ່ມີສັນຍາຍົກເວັ້ນວີຊາກັບ ສປປ ລາວ ແມ່ນ ສາມາດຂໍວີຊາຈາກສະຖານທູດ, ສະຖານກົງສູນ ແຫ່ງ ສປປ ລາວ ທີ່ປະຈຳຢູ່ຕ່າງປະເທດ ຫຼື ຜ່ານລະບົບ E-VISA ຫຼື ຂໍວີຊາກັບດ່ານ ຢູ່ດ່ານສາກົນ ທີ່ມີໜ່ວຍງານວີຊາກັບດ່ານ.

4)​.​ ພົນລະເມືອງລາວ, ຄົນຕ່າງດ້າວ, ຄົນຕ່າງປະເທດ ແລະ ຄົນບໍ່ມີສັນຊາດ ອາຍຸແຕ່ 12 ປີ ຂຶ້ນໄປ ທີ່ບໍ່ທັນມີໃບຢັ້ງຢືນສັກວັກຊິນຄົບໂດສ ແມ່ນໃຫ້ມີຜົນກວດເຊື້ອໂຄວິດ-19 ດ້ວຍເຄື່ອງກວດແບບໄວ (ATK) ພາຍໃນ 48 ຊົ່ວໂມງ ກ່ອນອອກຈາກປະເທດຕົ້ນທາງ. ເມື່ອເດີນທາງມາຮອດ ສປປ ລາວ ແລ້ວ ແມ່ນຈະບໍ່ມີການກວດຕົວຢ່າງຫາເຊື້ອໂຄວິດ-19 ຢູ່ສະໜາມບິນ ຫຼື ຢູ່ດ່ານຊາຍແດນສາກົນ ທາງບົກ ຫຼື ທາງເຮືອອີກ. ສ່ວນຜູ້ທີ່ມີໃບຢັ້ງຢືນການສັກວັກຊິນຄົບໂດສແລ້ວ ແມ່ນສາມາດເດີນທາງເຂົ້າມາ ສປປ ລາວ ໄດ້ປົກກະຕິ ໂດຍບໍ່ຮຽກຮ້ອງໃຫ້ມີການກວດຫາເຊື້ອໂຄວິດ-19 ອີກ ທັງຈາກປະເທດຕົ້ນທາງ ແລະ ເມື່ອເດີນທາງມາຮອດ ສປປ ລາວ.

5)​.​ ສໍາລັບຄົນຕ່າງປະເທດທີ່ເດີນທາງເຂົ້າມາ ສປປ ລາວ ກໍລະນີມີການຕິດເຊື້ອພະຍາດໂຄວິດ-19 ແມ່ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍໃນການປິ່ນປົວດ້ວຍຕົນເອງ ຊຶ່ງສາມາດນຳໃຊ້ການບໍລິການປິ່ນປົວ ຢູ່ໂຮງໝໍລັດ, ໂຮງໝໍເອກະຊົນ ຫຼື ປິ່ນປົວຕິດຕາມຕົນເອງ ຢູ່ສະຖານທີ່ພັກ (Home Isolation) ຕາມທີ່ໄດ້ກຳນົດໃນຄຳແນະນຳຂອງກະຊວງສາທາລະນະສຸກ.

ເຫັນດີອະນຸຍາດໃຫ້ນໍາໃຊ້ພາຫະນະປະເພດຕ່າງໆເຂົ້າ-ອອກ ສປປ ລາວ ຄືກັນກັບໄລຍະກ່ອນການລະບາດຂອງພະຍາດໂຄວິດ-19. ມອບໃຫ້ກະຊວງໂຍທາທິການ ແລະ ຂົນສົ່ງອອກຄຳແນະນຳກ່ຽວກັບການນຳໃຊ້ພາຫະນະສ່ວນຕົວ, ໂດຍສານ ແລະ ທ່ອງທ່ຽວ ເຂົ້າ-ອອກ ສປປ ລາວ ໃຫ້ສອດຄ່ອງກັບສັນຍາສອງຝ່າຍ ແລະ ຫຼາຍຝ່າຍທີ່ ສປປ ລາວ ເປັນພາຄີ.

ໃຫ້ບັນດາກະຊວງ, ອົງການທຽບເທົ່າ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ຕະຫຼອດຮອດຜູ້ປະກອບການທຸລະກິດຕ່າງໆ ກະກຽມຄວາມພ້ອມທຸກດ້ານໃນການບໍລິການຕ້ອນຮັບນັກທ່ອງທ່ຽວ ໂດຍສະເພາະການປັບປຸງສະຖານທີ່ທ່ອງທ່ຽວ, ໂຮງແຮມ, ຮ້ານອາຫານ, ການບໍລິການຂົນສົ່ງ ແລະ ອື່ນໆ ທີ່ຕິດພັນກັບການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບດີກວ່າເກົ່າ ໂດຍໃຫ້ຖືວ່າວຽກງານບໍລິການ ແລະ ການທ່ອງທ່ຽວແມ່ນເປັນຄວາມຮັບຜິດຊອບລວມ ຂອງທຸກພາກສ່ວນໃນສັງຄົມ ເພື່ອເປັນການຟື້ນຟູເສດຖະກິດ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.​

ນອກຈາກນີ້ ຍັງໄດ້ມີມາດຕະການຜ່ອນຜັນພາຍໃນປະເທດ ໂດຍເຫັນດີໃຫ້ເປີດຮ້ານບັນເທີງ ແລະ ຄາລາໂອເກະ, ແຕ່ອົງການຈັດຕັ້ງກ່ຽວຂ້ອງ ຕ້ອງໄດ້ຕິດຕາມໃຫ້ມີການ ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ມອບໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ສົມທົບກັບຂະແໜງສາທາລະນະສຸກ ສືບຕໍ່ຕິດຕາມ ແລະ ເຝົ້າລະວັງ ການລະບາດຂອງພະຍາດໂຄວິດ-19 ສາຍພັນໃໝ່ ເພື່ອຮັບປະກັນໃຫ້ແກ່ການປ້ອງກັນ, ຄວບຄຸມ, ກວດວິເຄາະ ແລະ ປິ່ນປົວ ຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ພ້ອມທັງ ສຸມໃສ່ການຈັດຕັ້ງການສັກວັກຊິນ ໃຫ້ໄດ້ຕາມຄາດໝາຍທີ່ວາງໄວ້.

ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ມີຜົນສັກສິດ ນັບແຕ່ວັນທີ 9 ພຶດສະພາ 2022 ເປັນຕົ້ນໄປ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com