Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.

nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.


ຫົວ​ຂໍ້ : ການນຳຂັ້ນສູງຂອງ ສປປ ລາວ ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ຕໍ່ການເສຍຊີວິດຂອງອະດີດນາຍົກລັດຖະມົນຕີຍີ່ປຸ່ນ

ເຜີຍ​ແຜ່​ໂດຍ​: ວິ​ໄລ​ສັກ ເວ​ລາ: 11/07/2022 09:19:54 ຈຳ​ນວນ​ຜູ້​ເຂົ້າ​ຢ້ຽມ​ຊົມ 1471 ຄັ້ງ

ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ສົມເດັດ ນາຣຸຮິໂຕະ ເຈົ້າຈັກກະພັດແຫ່ງ ປະເທດຍີ່ປຸ່ນ ໃນວັນທີ 8 ກໍລະກົດນີ້ ທີ່ ນະຄອນຫຼວງໂຕກຽວ ຊຶ່ງມີເນື້ອໃນດັ່ງນີ້:

ສົມເດັດ,

​ ຂ້າພະເຈົ້າ ຮູ້ສຶກຕົກໃຈຢ່າງແຮງ ແລະ ມີຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງ ທີ່ໄດ້ຮັບຂ່າວການຈາກໄປຢ່າງກະທັນຫັນ ຂອງ ທ່ານ ອາເບະ ຊິນໂຊ ອະດີດນາຍົກລັດຖະມົນຕີແຫ່ງປະເທດຍີ່ປຸ່ນໃນວັນທີ 8 ກໍລະກົດ 2022.

ຂ້າພະເຈົ້າ ຍັງມີຄວາມຊົງຈໍາອັນດີ ທີ່ໄດ້ຮ່ວມເຮັດວຽກຢ່າງໃກ້ຊິດ ຮ່ວມກັບ ທ່ານ ອາເບະ ຊິນໂຊ ໃນອະດີດຜ່ານມາ ໃນການສົ່ງເສີມ ແລະ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ, ອັນພົ້ນເດັ່ນ ແມ່ນການຍົກລະດັບສາຍພົວພັນ ຂອງ ສອງປະເທດ ສປປ ລາວ ແລະ ຍີ່ປຸ່ນ ມາເປັນ ຄູ່ຮ່ວມຍຸດທະສາດ ກໍຄືການຊ່ວຍເຫຼືອໃນການສ້າງສາພັດທະນາ ສປປ ລາວ ຂອງພວກຂ້າພະເຈົ້າ ໃນໄລຍະຜ່ານມາ.

ຂ້າພະຈົ້າ ຈະຈາລຶກຜົນງານ ແລະ ການປະກອບສ່ວນອັນສໍາຄັນຂອງ ທ່ານ ອາເບະ ຊິນໂຊ ແລະ ຂໍຕາງໜ້າໃຫ້ປະຊາຊົນລາວທຸກຖ້ວນໜ້າ ກໍຄືໃນນາມສ່ວນຕົວ ຂໍສົ່ງຄວາມໄວ້ອາໄລຢ່າງສຸດຊຶ້ງ ແລະ ແບ່ງປັນຄວາມໂສກເສົ້າມາຍັງ ສົມເດັດ ແລະ ຜ່ານສົມເດັດໄປຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ໂດຍສະເພາະ ຄອບຄົວຂອງ ທ່ານ ອາເບະ ຊິນໂຊ ໃນໂອກາດນີ້ດ້ວຍ.

ຂໍໃຫ້ດວງວິນຍານຂອງ ພະນະທ່ານ ອາເບະ ຊິນໂຊ ຈົ່ງໄປສູ່ສຸຂະຕິເທີ້ນ.

ໃນຂະນະດຽວກັນນີ້ ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ກິຊິດະ ຟູມິໂອະ ນາຍົກລັດຖະມົນຕີ ແຫ່ງ ປະເທດຍີ່ປຸ່ນ ແລະ ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງປະເທດ ກໍໄດ້ສົ່ງສານສະແດງຄວາມເສົ້າສະຫຼົດໃຈ ເຖິງ ທ່ານ ຮາຢາຊິ ໂຢຊິມະສະ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ປະເທດຍີ່ປຸ່ນ ເຊັ່ນດຽວກັນ.

ສະ​ແດງ​ຄວາມ​ຄິດ​ເຫັນ​ຕໍ່​ບົດ​ຂ່າວ


ລາຍ​ການ​ສະ​ແດງ​ຄວາມ​ຄິດ​ເຫັນ​ຂອງ​ຂ່າວ

ລຳ​ດັບ ​​ຄວາມ​ຄິດ​ເຫັນຕໍ່​ກັບ​ຂ່າວ ​ເວ​ລາ​


ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com