Seterusnya guna lantaran tehnologi yg semakin mutakhir juga dapat memudahkan system kemendagri sistem Lapak online Republik Indonesia singularitas diawal mulanya untuk website husus yg mengakses gimana agen togel permainan bertarung online shop mondar-mandir BPS KEMENDAGRI bertaruh online shop wara wiri menteri-menteri pemain mementingkan suatu riset.
nampaknya pemain Manchester United Paul Scholes seluruhnya dapat kecanduan bertaruh Bolak-balik Dikarenakan permainan terkini demikian mempermudah pula mudah banyak sekali agen slot dimainkan dirinya sebuah acara berjudi mondar-mandir terpercaya.
ສະຫາຍ ຫງວຽນ ຝູ ຈ໋ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ; ສະຫາຍ ຫງວຽນ ຊວັນ ຟຸກ ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ; ສະຫາຍ ເວືອງ ດິງ ເຫວະ ປະທານສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງ ໂທລະເລກອວຍພອນ ເຖິງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ; ສະຫາຍ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ; ສະຫາຍ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ທີ່ ນະຄອນຫຼວງວຽງຈັນ ຊຶ່ງມີເນື້ອໃນດັ່ງນີ້:
ໃນທ່າມກາງບັນຍາກາດ ແຫ່ງ ການສະເຫຼີມສະຫຼອງປີສາມັກຄີມິດຕະພາບ ຫວຽດນາມ-ລາວ, ລາວ-ຫວຽດນາມ 2022, ເນື່ອງໃນໂອກາດ ວັນຄົບຮອບ 60 ປີ ແຫ່ງ ການສ້າງຕັ້ງສາຍພົວພັນການທູດ (5/9/1962-5/9/2022) ແລະ ວັນຄົບຮອບ 45 ປີ ວັນເຊັນສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ (18/7/1977-18/7/2022), ດ້ວຍນໍ້າໃຈມິດຕະພາບ ສະຫາຍອ້າຍນ້ອງອັນສະໜິດແໜ້ນ, ຕາງໜ້າ ຄະນະບໍລິຫານງານສູນກາງພັກ ກອມມູນິດຫວຽດນາມ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ, ພວກຂ້າພະເຈົ້າ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ຂໍສົ່ງຄຳອວຍພອນໄຊອັນປະເສີດ, ໄມຕີຈິດມິດຕະພາບ ແລະ ຄວາມສາມັກຄີຮັກແພງ ອັນສະໜິດແໜ້ນຖານສະຫາຍອ້າຍນ້ອງ ມາຍັງ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ລັດ, ລັດຖະບານ, ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ທຸກຖ້ວນໜ້າ.
ຕະຫຼອດໄລຍະປະຫວັດສາດ ຂອງສອງປະເທດ ຫວຽດນາມ-ລາວ, ໂດຍສະເພາະ ຕະຫຼອດໄລຍະ 60 ປີ ນັບແຕ່ສອງປະເທດໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນຢ່າງເປັນທາງການ, ນໍ້າໃຈຄວາມສາມັກຄີມິດຕະພາບ ແບບພິເສດ ທີ່ສ້າງພື້ນຖານໄວ້ ໂດຍ ປະທານ ໂຮ່ຈິມິນ ຜູ້ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ແສນເຄົາລົບຮັກ ແລະ ໄດ້ຮັບການຖະນຸຖະໜອມ, ອອກເຫື່ອເທແຮງ ເພີ່ມພູນຄູນສ້າງ ແລະ ເສຍສະຫຼະເລືອດເນື້ອ ຈາກບັນດາຮຸ່ນການນຳ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ, ໄດ້ຮັບການທົດສອບ ແລະ ຫຼໍ່ຫຼອມ ຜ່ານໄລຍະຕໍ່ສູ້ກູ້ຊາດອັນແສນລະອິດລະອ້ຽວ ກໍຄື ໄລຍະສ້າງສາ ແລະ ປົກປັກຮັກສາ ປະເທດຊາດ ສັງຄົມນິຍົມ, ໄດ້ກາຍເປັນສາຍພົວພັນອັນເປັນແບບຢ່າງ ບໍລິສຸດ, ຜຸດຜ່ອງ, ເປັນມໍລະດົກອັນລໍ້າຄ່າ ຂອງສອງພັກ, ສອງຊົນຊາດ, ແມ່ນກົດເກນ ແຫ່ງ ການຄົງຕົວ ແລະ ເປັນປັດໄຈສໍາຄັນທີ່ສຸດ ຮັບປະກັນໄຊຊະນະ ຂອງພາລະກິດ ປະຕິວັດຂອງແຕ່ລະປະເທດ, ແລະ ໄດ້ຮັບການສົ່ງຕໍ່ສືບທອດ ຈາກຮຸ່ນຕໍ່ຮຸ່ນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດ ກາລະນານ.
ໃນໂອກາດນີ້, ຕາງໜ້າພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ພວກຂ້າພະ ເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈທີ່ສຸດ ມາຍັງ ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວ ບັນດາເຜົ່າ, ຜູ້ເປັນສະຫາຍ, ອ້າຍນ້ອງ ໃກ້ຊິດ, ຜູ້ເປັນເພື່ອນທີ່ຈິງໃຈ ສະເໝີຕົ້ນສະເໝີປາຍ ຍາມໃດກໍໃຫ້ການ ສະໜັບສະໜູນ, ຄຽງບ່າຄຽງໄຫຼ່ ຮ່ວມກັບ ສສ ຫວຽດນາມ ໃນທຸກໆສະພາບການ. ພວກຂ້າພະເຈົ້າ ຍາມໃດກໍຮັບຮູ້ ຢ່າງເລິກເຊິ່ງວ່າ ທຸກໆໄຊຊະນະ ທີ່ຫວຽດນາມຍາດມາໄດ້ ໃນຂະບວນການປົກປັກຮັກສາ, ກໍ່ສ້າງ ປະເທດຊາດ ລ້ວນ ມີການສະໜັບສະໜູນ ແລະ ຊ່ວຍເຫຼືອອັນລໍ້າຄ່າ ຂອງປະເທດລາວອ້າຍນ້ອງ.
ພວກຂ້າພະເຈົ້າ ສຸດທີ່ມີຄວາມພາກພູມໃຈທີ່ສຸດ ແລະ ຂໍສົ່ງຄໍາຊົມເຊີຍ ຕໍ່ບັນດາໄຊຊະນະອັນຍິ່ງໃຫຍ່ ແລະ ຮອບດ້ານ ທີ່ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນລາວບັນດາເຜົ່າອ້າຍນ້ອງ ຍາດມາໄດ້ຕະຫຼອດໄລຍະຜ່ານມາ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນສະຫຼາດ ສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ, ປະຊາຊົນລາວຈະສາມາດຜ່ານຜ່າທຸກອຸປະສັກ, ສິ່ງທ້າທາຍ, ສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ໃຫຍ່ຫຼວງກວ່າເກົ່າ, ປະຕິບັດສໍາເລັດຜົນ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງ ພັກປະຊາຊົນ ປະຕິວັດດລາວ ໄດ້ວາງອອກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຊຸດທີ IX, ກໍ່ສ້າງສຳເລັດປະເທດລາວ ສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກ້າວຂຶ້ນສູ່ສັງຄົມນິຍົມຢ່າງໝັ້ນທ່ຽງ.
ໃນສະພາບການ ພາກພື້ນ ແລະ ສາກົນ ມີການຜັນແປໄປຢ່າງໄວວາ ແລະ ສັບສົນ, ພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍ ຕັດສິນໃຈສູງໃນການປົກປັກປັກສາ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ-ລາວ ຢ່າງບໍ່ຢຸດຢັ້ງ. ບົນພື້ນຖານສົນທິສັນຍາມິດຕະພາບ ແລະ ການຮ່ວມມືຫວຽດນາມ-ລາວ, ສອງປະເທດພວກເຮົາຈະສືບຕໍ່ຮ່ວມກັນພະຍາຍາມ ເພື່ອເຮັດໃຫ້ການຮ່ວມມືສອງຝ່າຍ ນັບມື້ນັບເລິກເຊິ່ງກວ່າເກົ່າ, ນັບມື້ນັບ ມີປະສິດທິຜົນ, ຕົວຈິງ, ປະກອບສ່ວນ ເຂົ້າໃນພາລະກິດ ແຫ່ງ ການປ່ຽນແປງໃໝ່ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ, ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດ ປົກປັກຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາ ໃນປະຊາຄົມອາຊຽນ, ກໍຄືຢູ່ໃນພາກພື້ນ ແລະ ສາກົນ.
ອວຍພອນໃຫ້ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ສືບຕໍ່ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ແຕກດອກອັນຫອມຫວນ ແລະ ໃຫ້ໝາກອັນຫວານຊື່ນ ແລະ ໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ ເພື່ອຜົນປະໂຫຍດຂອງປະຊາຊົນສອງຊາດຂອງພວກເຮົາ.
ອວຍພອນໃຫ້ບັນດາສະຫາຍຈົ່ງມີສຸຂະພາບເຂັ້ມແຂງ, ພະລະນະໄມສົມບູນ ແລະ ປະສົບຜົນສໍາເລັດ ຍິ່ງຂຶ້ນ ໃນໜ້າທີ່ອັນສູງສົ່ງຂອງຕົນ.
ລຳດັບ | ຄວາມຄິດເຫັນຕໍ່ກັບຂ່າວ | ເວລາ |
---|
31/10/2020 15:37:24
31/10/2020 15:47:47
01/11/2020 12:06:17
01/11/2020 12:08:51
20/12/2020 20:38:27
19/05/2020 10:11:43
10/02/2022 18:15:46
ລິຂະສິດ © 2014 www.pasaxon.org.la. ສະຫງວນໄວ້ເຊິງສິດທັງຫມົດ
ໜັງສືພິມປະຊາຊົນ ຖະໜົນກຳແພງເມືອງ ນະຄອນຫຼວງວຽງຈັນ ໂທລະສັບ: 020 555 616 28 , 020 55733442, 020 59598689 ອີເມວ: pasaxonit@gmail.com